ຮ່ວມກັນຫາລືບັນດາບັນຫາຕ່າງໆເພື່ອໄປສະເໜີຕໍ່ກອງປະຊຸມໂຕະມົນປະຈໍາປີ 2018 ຈະເປີດຂຶ້ນໃນທ້າຍປີນີ້

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ສໍາລັບປີ 2018 ໄດ້ຈັດຂື້ນ ໃນວັນທີ 2 ພະຈິກ 2018, ທີ່ໂຮງແຮມດອນຈັນ ພາເຣດ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງ ທ່ານປ.ອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ປະທານ ຄຊກລ, ມີບັນດາ ທ່ານ ນາງ ຄາລີນາ ອິມໂມເນນ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ, ທ່ານ ນາງ ຣີິນາ ບິດເຕີ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າແຂວງ, ພະແນກຮສສ 9 ແຂວງ ແລະ ບັນດາທ່ານ ທູຕານຸທູດ, ບັນດາທ່ານຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ, ທ່ານຜູ້ທີ່ມີກຽດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ແມ່ນເພື່ອກະກຽມເນື້ອໃນ ແລະ ບັນຫາຕ່າງໆ ທີ່ຈະໄປສະເໜີຕໍ່ກອງປະຊຸມໂຕະມົນປະຈໍາປີ 2018 ຈະເປີດຂຶ້ນໃນທ້າຍປີນີ້. ສະນັ້ນ, ກອງປະ ຊຸມໃນຄັ້ງນີ້, ຈະເນັ້ນໃສ່ເປິກສາຫາລືບັນດາບັນຫາຕ່າງໆ ເພື່ອເປັນເນື້ອໃນນໍາໄປລາຍງານຕໍ່ກອງປະຊຸມໂຕະມົນດັ່ງກ່າວເປັນຕົ້ນຕໍ. ເພື່ອເອກະພາບກັນ ທ່ານປອ ຄຳແພງ ໄຊສົມແພງ ປະທານກອງປະຊຸມເຫັນວ່າ ມີບັນຫາທີ່ຈະນຳສະເໜີດັ່ງນີ້:

1. ຊົມເຊີຍທີ່ໄດ້ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງ ການ ຄຊກລ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງວຽກງານແກ້ໄຂບັນຫາ ລບຕ ຂັ້ນແຂວງ ແລະ ເມືອງ. ຕໍ່ໄປ ມອບໃຫ້ຫ້ອງການ ຄຊກລ ສົມທົບກັບກົມຈັັດຕັ້ງ, ກະຊວງ ຮສສ ສືບຕໍ່ຄົ້ນຄ້ວາປັບປຸງຂໍ້ຕົກລົງລັດຖະມົນຕີກະຊວງ ຮສສ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄກລ ໃຫ້ສໍາເລັັດໂດຍໄວ. ພ້ອມນັ້ນ, ກໍ່ໃຫ້ສືບຕໍ່ລົງສົມທົບກັບບັນດາແຂວງທີ່ມີ ລບຕ ເພື່ອປັບປຸງບຸກຄະລາກອນ ແລະ ລະບອບແບບແຜນວິທີເຮັດວຽກຂອງຄະນະກໍາມະການຊີ້ນໍາວຽກງານແກ້ໄຂ ລບຕ ຂັ້ນແຂວງ ແລະ ເມືອງ ໃຫ້ຈະແຈ້ງ. ມອບໃຫ້ປະທານຊີ້ນໍາວຽກງານແກ້ໄຂບັນຫາ ລບຕ ຂັ້ນແຂວງ ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຫ້ອງການ ຄກລຂ ແລະ ຈຸດປະສານງານວຽກງານແກ້ໄຂ ລບຕ ຂັ້ນເມືອງ ໃຫ້ສໍາເລັັດ ເພື່ອສາມາດບໍລິຫານຄຸ້ມຄອງວຽກງານ ລບຕ ຂັ້ນທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ການຈັດຕັ້ງບໍລິຫານຄຸ້ມຄອງວຽກງານ ລບຕ ຂັ້ນທ້ອງຖິ່ນ ຖືວ່າ ຍັງອ່ອນນ້ອຍຫຼາຍ ສະເໜີປະເທດຜູ້ໃຫ້ທຶນ ປະກອບທຶນ ເພື່ອເຝິກອົບຮົມໃຫ້ຄວາມຮູ້ ແລະ ປະກອບພາຫະນະ, ອຸປະກອນຮັບໃຊ້ຕາມຄວາມເໝາະສົມ.

2. ຕໍ່ກັບບົດລາຍງານຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດຄໍາແນະນໍາຕໍ່ວຽກງານແກ້ໄຂບັນຫາ ລບຕ ຂອງກອງປະຊຸມໂຕະມົນ ປີ 2017 ນັ້ນ ພື້ນຖານແລ້ວກອງປະຊຸມເຫັນດີຮັບຮອງ ແຕ່ໃຫ້ຫ້ອງການ ຄຊກລ ສືບຕໍ່ປັບປຸງຕາມຄວາມເຫັນຂອງກອງປະຊຸມ ແລ້ວປັບປຸງລາຍງານຕໍ່ກອງເລຂາກອງປະຊຸມໂຕະມົນ.

3. ສໍາລັບການຄຸ້ມຄອງບໍລິຫານຂໍ້ມູນ ລບຕ ພື້ນຖານແມ່ນເຫັນດີຕາມການສະເໜີຂອງຫ້ອງການ ຄຊກລ ແລະ ການປະກອບຄວາມເຫັນຂອງບັນດາທ່ານ. ຕໍ່ໄປຄວນສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງຂໍ້ມູນຂ່າວສານ ລບຕ ໃຫ້ໜັກແໜ້ນ ໂດຍສະເພາະແມ່ນ ໃຫ້ປັບປຸງລະບົບການບັນທຶກລາຍງານ, ການກວດເຊັກບົດລາຍງານຂໍ້ມູນ ກ່ອນຈະບັນທຶກເຂົ້າຖານຂໍ້ມູນ ລບຕ ແຫ່ງຊາດ ທັງນີ້ ກໍ່ເພື່ອຮັບປະກັນຄຸນນະພາບຂອງຂໍ້ມູນ, ສາມາດນໍາໃຊ້ໃນການວາງແຜນ ແລະ ເປັນທີ່ຍອມຮັບຂອງສາກົນ. ບັນຫານີ້ ກໍ່ຂໍຄວາມຊ່ວຍເຫຼືອນໍາປະເທດຜູ້ໃຫ້ທຶນປະກອບທຶນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໃນຂົງເຂດນີ້.
4. ຕໍ່ກັບກັບການສໍາຫຼວດ ລບຕ ພື້ນຖານແລ້ວແມ່ນເຫັນດີຕາມການສະເໜີຂອງຫ້ອງການ ຄຊກລ, ເຮັດແນວໃດຕ້ອງສູ້ຊົນປະຕິບັດໃຫ້ສໍາເລັດແຜນການສໍາຫຼວດທີ່ວາງໄວ້, ຊຶຶ່ງຂໍສະເໜີປະເທດຜູ້ໃຫ້ທຶນພິຈາລະນາເພີ່ມທຶນໃຫ້ແກ່ ຄກລ ທີ່ເຮັດວຽກ ຢູ່ 9 ແຂວງ. ພ້ອມນັ້ນ, ກໍ່ສະເໜີປະ ເທດຜູ້ໃຫ້ທຶນປະກອບທຶນໃຫ້ອົງການຂອງລາວ ເປັນຕົ້ນແມ່ນ ກອງກວດກູ້ລະເບີດມະນຸດສະທໍາກອງທັບ ແລະ ບັນດາບໍລິສັດເກັບກູ້ ລບຕ ທີ່ມີຄວາມພ້ອມ ດໍາເນີນການສໍາຫຼວດ ລບຕ ຢູ່ບັນດາແຂວງທີ່ບໍ່ມີການປະຕິບັດງານ ເຊັ່ນ: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ. ຂ້າພະເຈົ້່າເຫັນວ່າ ປະຕິບັດຕາມທິດນີ້ ຈຶ່ງຈະສາມາດບັນລຸເປົ້າໝາຍແຜນການສໍາຫຼວດ ລບຕ ໄດ້.

5. ຕໍ່ກັບການກວດກູ້ ລບຕ ພື້ນຖານແລ້ວເຫັນດີນໍາສະເໜີຕໍ່ປະເທດຜູ້ໃຫ້ທຶນກ່ຽວກັບຄວາມຕ້ອງການກວດກູ້ ລບຕ ຕົວຈິງຮັບໃຊ້ຈຸດສຸມພັດທະນາ ແລະ ດິນທີ່ປະຊາຊົນບັນດາເຜົ່າຕ້ອງ ການນໍາໃຊ້, ຊຶ່ງມີເຖິງປະມານ 15.000 ເຮັກຕາໃນແຕ່ລະປີ. ສໍາລັບແຂວງທີ່ບໍ່ມີການປະຕິບັດງານນັ້ນ ຄວນໄດ້ສ້າງແຜນຄວາມຕ້ອງການກວດກູ້ໃຫ້ລະອຽດອີກຕື່ມ ເພື່ອສະເໜີຕໍ່ປະເທດຜູ້ໃຫ້ທຶນມີວິທີການນໍາໃຊ້ກໍາລັງຂອງລາວໄປກວດກູ້. ພ້ອມນັ້ນ, ກໍ່ຄວນໄດ້ສືບຕໍ່ສະເໜີລັດຖະບານຈັດສັນງົບ ປະມານແຕ່ລະປີເຂົ້າກວດກູ້ ລບຕ ຢູ່ບັນດາແຂວງທີ່ບໍ່ມີການປະຕິບັດງານອີກຕື່ມ, ຊຶ່ງປີ 2019 ທີ່ຈະເຖິງນີ້ ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ເອົາເຂົ້າແຜນງົບປະມານແຫ່ງລັດກວດກູ້ ລບຕ ຈໍານວນ 1,426,528,640 ກີບ ໃຫ້ແລ້ວ.

ສໍາລັບການກວດກູ້ ລບຕ ເພື່ອຮັບໃຊ້ການປຸກສ້າງທີ່ຢູ່ອາໄສ ແລະ ພື້ນທີ່ຜະລິດກະສິກໍາໃຫ້ແກ່ປະຊາຊົນທີ່ຖືກໄພນໍ້າຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື ນັ້ນ ເຫັນດີໃຫ້ບັນດາໄອເອັນຈີໂອທີ່ປະຕິບັດງານຢູ່ແຂວງໃກ້ຄຽງລະດົມທຶນໄປກວດກູ້ ລບຕ ຊ່ວຍ.

6. ຕໍ່ກັບການລະດົມທຶນນັ້ນ ແມ່ນມີຄວາມສໍາຄັນຫຼາຍ ຖ້າສາມາດລະດົມ ຫຼື ດຶງດູດປະເທດຜູ້ໃຫ້ທຶນ ໃຫ້ມາມີຄວາມຮັບຜິດຊອບປະກອບທຶນໄລຍະຍາວ 5 ປີ, 10 ປີ ແມ່ນຈະເປັນການດີທີ່ສຸດ. ບັນຫານີ້ ຄວນໄດ້ສືບຕໍ່ເປິກສາຫາລືກັນຕື່ມອີກ ແລ້ວຈຶ່ງສະເໜີຂັ້ນເທິງພິຈາລະນາ.
ບັນດາບັນຫາຕ່າງໆດັ່ງກ່າວນີ້, ຫ້ອງການ ຄຊກລ ຈະເປັນຜູ້ນໍາສະເໜີ ແລະ ຈະນໍາສະເໜີມີລັກສະນະຂໍຄວາມເປັນຊີ້ນໍາຈາກກອງປະຊຸມ ເພື່ອຈະໄດ້ສັງລວມລາຍງານເປັນເນື້ອລາຍງານຕໍ່ກອງປະຊຸມໂຕະມົນປີນີ້. /

( ພາບ-ຂ່າວ ຮສສ: ນ.ເພັດສະໄໝ)