ສາເຫດຫຼັກໆທີ່ເຮັດໃຫ້ ຄູ່ຜົວ-ເມຍຢ່າຮ້າງກັນ…

0
201

ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ມີຮີດຄອງປະເພນີອັນດີງາມ ແລະ ກໍ່ມີກົດໝາຍວ່າດ້ວຍຄອບຄົວເປັນເຄື່ອງມືດັດປັບສາຍພົວພັນຄອບຄົວ ເຊິ່ງໃນມາດຕາ 3 ຂອງກົດໝາຍສະບັບນີ້ ກໍ່ໄດ້ລະບຸຢ່າງຈະແຈ້ງວ່າ: ຍິງ-ຊາຍ ທີ່ຮອດກະສຽນອາຍຸສິບແປດປີມີສິດເສລີພາບໃນການເລືອກເອົາຄູ່ຮັກຕາມຄວາມສະໝັກໃຈ ແລະ ຄວາມຮັກມັກຂອງທັງສອງຝ່າຍ ເພື່ອເອົາກັນເປັນຜົວເມຍຕາມຮີດຄອງປະເພ ນີອັນດີງາມຂອງຊາດລາວ.

ສະນັ້ນ, ມີຫລາຍໆຄົນ ຈຶ່ງໄດ້ມີການໝັ້ນໝາຍ, ສູ່ຂໍ ແລະ ມີງານແຕ່ງດອງຂຶ້ນ ແຕ່ກໍ່ປະສາຈາກບໍ່ໄດ້ ໃນເມື່ອເອົາກັນເປັນຜົວເມຍໄປແລ້ວ ການຜິດຂ້ອງຕ້ອງຖຽງກັນມັນກໍ່ເປັນເລື່ອງທຳມະດາ ເຊິ່ງບໍ່ມີ ໃຜສາມາດຈະປະຕິບັດໄດ້ຖ້າ ຮ້າຍແຮງໄປກວ່ານັ້ນກໍ່ເຮັດ ໃຫ້ທັງສອງຄົນ (ຜົວ ແລະ ເມຍ) ບໍ່ສາມາດຢູ່ຮ່ວມຊີວິດກັນໄດ້ ແລະ ກ້າວໄປເຖິງ ການຢ່າຮ້າງກັນ.

ມື້ນີ້ແອດຂໍຍົກເອົາ 10 ສາເຫດ ຂອງການຢ່າຮ້າງມານໍາສະເໜີ ໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ ແລະ ເປັນຂໍ້ຄິດພິຈາລະນານຳກັນ ວ່າອັນໃດຄວນອັນໃດບໍ່ຄວນ.

ໂດຍອີງຕາມກົດໝາຍ ວ່າດ້ວຍຄອບຄົວມາດຕາ 20 ສາເຫດຂອງການຢ່າຮ້າງຜົວ ຫລື ເມຍຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດໜຶ່ງດັ່ງນີ້:

1. ທຳມິດສະຈານ.

2. ໃຊ້ຄວາມຮຸນແຮງ ຫລື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫລື ຕໍ່ພໍ່ແມ່ ແລະ ຍາດພີ່ນ້ອງ ຫລື ມີການ ປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງເຊັ່ນ: ຕິດເຫລົ້າ, ຕິດຢາເສບຕິດຢ່າງໜັກ ໜ່ວງ ຫລື ຫລິ້ນການພະນັນເປັນອາຊີບ, ຫລິ້ນກິນຟຸມເຟືອຍ.

3. ໜີໄປໂດຍບໍ່ຄອບກັນ ແລະ ບໍ່ໄດ້ສົ່ງຂ່າວຄາວ ຫລື ສົ່ງຊັບມາລ້ຽງຄອບຄົວເປັນ ເວລາສາມປີຂຶ້ນໄປ.

4. ຜົວໄປບວດເປັນພິຂຸ, ສາມະເນນ ຫລື ພໍ່ຂາວ ຫລື ເມຍໄປບວດເປັນແມ່ຂາວ ເກີນກວ່າສາມປີ ໂດຍບໍ່ມີຄວາມເຫັນດີນຳກັນ.

5. ເປັນຜູ້ຫາຍສາບສູນຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວ ຫລື ເມຍນັ້ນ ຫາກໜີຈາກຄອບຄົວໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວເປັນເວລາສອງປີ ຫລື ໃນກໍລະນີທີ່ເກີດອຸປະຕິເຫດ ຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນ.

6. ຖືກສານຕັດສິນລົງ ໂທດຕັດອິດສະລະພາບແຕ່ ຫ້າປີຂຶ້ນໄປ.

7. ເປັນພະຍາດ ເຊິ່ງເປັນອັນຕະລາຍຢ່າງຮ້າຍແຮງທີ່ ບໍ່ສາມາດຈະຢູ່ນຳກັນໄດ້.

8. ເປັນຄົນບ້າເສຍຈິດ ຈົນບໍ່ສາມາດຈະຢູ່ນຳກັນໄດ້.

9. ບໍ່ສາມາດຮ່ວມປະ ເວນີທາງເພດ.

10. ບໍ່ສາມາດດຳລົງຊີວິດເປັນຜົວເມຍກັນຕໍ່ໄປໄດ້ ຍ້ອນສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ, ທໍລະມານຈິດໃຈກັນ.

ເຖິງວ່າກົດໝາຍຈະລະບຸບັນດາສາເຫດຂອງການຢ່າຮ້າງໄວ້ໃນກົດໝາຍຢ່າງຈະແຈ້ງ ແລະ ໄດ້ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ແລ້ວກໍ່ຕາມ ຄູ່ຜົວ-ເມຍ ຄວນຈະສຶກສາ ແລະ ພິຈາລະນາຢ່າງຖີ່ຖ້ວນ ກ່ຽວກັບບັນຫາ ແລະ ສາເຫດ ຂອງຄວາມບໍ່ເຂົ້າໃຈທີ່ເກີດ ຂຶ້ນນັ້ນສິ່ງທີ່ຄວນຫລີກເວັ້ນ ຄືໃຊ້ຄຳເວົ້າທີ່ຟັງແລ້ວບໍ່ເກີດປະໂຫຍດໃຫ້ແກ່ຕົນເອງ ແລະ ຄົນອື່ນ ແຕ່ກໍ່ປາສະຈາກບໍ່ໄດ້ການຜິດຂ້ອງຕ້ອງຖຽງກັນລະຫວ່າງ ຫົວ-ເມຍມັນເປັນເລື່ອງທຳມະຊາດຂອງມະນຸດ ດັ່ງຄຳ ສອນຂອງພຸດທະສາສະໜາວ່າ ອານີຈັງວາຖະສັງຄະລາ ຊັບພະສິ່ງທັງປວງໃນໂລກນີ້ເປັນສິ່ງບໍ່ທ່ຽງ ມີອັນເກີດຂຶ້ນຮອດຕາມກຳນົດເວລາບວກກັບສະພາບແວດລ້ອມມັນກໍ່ດັບໄປເອງ.

ສະນັ້ນ, ຈຶ່ງເວົ້າໄດ້ວ່າ ທຸກສິ່ງທຸກຢ່າງບໍ່ມີອັນທີ່ທ່ຽງແທ້ແນ່ນອນ ພໍພຽງໄດ້ເປັນຜົວແກ້ວ-ເມຍທິບກັນແລ້ວກໍ່ຄ່ອຍສຶກສາອົບຮົມກັນໄປ ເມື່ອມີຄວາມຜິດພາດທີ່ເລັກໜ້ອຍກໍ່ຄວນໃຫ້ອະໄພເຊິ່ງ ແລະ ກັນ ຖ້າເຮັດໄດ້ຄືແນວນີ້ຄິດວ່າ ບັນຫາການຢ່າຮ້າງກັນຢູ່ໃນສັງຄົມເຮົາກໍ່ຈະຫລຸດໜ້ອຍຖອຍລົງ ບໍ່ຫລາຍກໍ່ໜ້ອຍ.