ເຊີນຢ້ຽມຢາມເມືອງຄູນ, ເມືອງແຫ່ງອະລິຍະທຳເກົ່າແກ່ຂອງແຂວງຊຽງຂວາງ

ເມືອງຄູນ ຢູ່ຫ່າງຈາກຕົວເມືອງ ໂພນສະຫວັນ (ເມືອງແປກ) ແຂວງຊຽງຂວາງ ປະມານ 30 ກິໂລແມັດ ເປັນເມືອງໜຶ່ງທີ່ເກົ່າແກ່ທີ່ສຸດ ຂອງສປປ ລາວ ທີ່ຕັ້ງຢູ່ ທາງພາກເໜືອ; ເມືອງນີ້ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ເນື່ອງຈາກເປັນ ເມືອງທີ່ມີຮ່ອງຮອຍປະຫວັດສາດເກົ່າແກ່, ແລະ ເຄີຍມີກະສັດປົກຄອງມາແລ້ວ ເຖິງ 23 ພະອົງ; ນອກນີ້, ເມືອງຄູນ ຍັງເຄີຍເປັນອານາຈັກ ຫລື ແຄວ້ນໜຶ່ງທີ່ເຄີຍຍິ່ງໃຫຍ່ ໃນສະໄໝກ່ອນ ໂດຍທີ່ເຈົ້າຟ້າງຸ່ມໄດ້ລວບລວມລາວໃນກາງສະຕະວັດທີ 14 ແລະ ເປັນເມືອງທີ່ມີຮ່ອງຮອຍວັດທະນະທຳບູຮານຫລວງຫລາຍ ມີຕຳນານພົງສາວະ ດານສືບຕໍ່ກັນມາແຕ່ດົນນານ.

ມາຮອດປະຈຸບັນ, ສິ່ງທີ່ເປັນ ຮ່ອງຮອຍ ອະລິຍະທຳທີ່ເກົ່າແກ່ ຍັງປະໄວ້ເປັນອະນຸສອນສະຖານ ກໍ່ຄື ວັດເພຍວັດ, ທາດຝຸ່ນ, ທາດຈອມເພັດ, ວັດສີພົມ, ທາດດຳ ແລະ ຊາກຮອງຮອຍຂອງໂຮງໝໍເກົ່າ.

ພໍ່ເຖົ້າ ແກ່ນຈັນ ສີທະນວນໄຊ, ປະຊາຊົນ ບ້ານເພຍວັດ ແນວໂຮມບ້ານເພຍວັດ ໃຫ້ຮູ້ວ່າ: ວັດເພຍວັດ ຕັ້ງຢູ່ໃຈກາງຂອງ ເມືອງຄູນ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງ ເມືອງພວນ; ສ້າງຂຶ້ນໃນປີ ຈສ 744, ຈົນມາຮອດປະຈຸບັນ (2018) ແມ່ນມີອາຍຸໄດ້ 687 ປີ.

ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງ ພະສົງສາມະ ເນນ ໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກ ໄດ້ເຂົ້າມາມ້າງເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ.

ມາຮອດປີ ຄສ 1953, ຈສ 1315 ໄດ້ຖືກສົງຄາມ ຂອງຈັກກະພັດຝຣັ່ງ ທໍາລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງເມືອງພວນ ໄດ້ນຳພາປະຊາຊົນຊາວເມືອງພວນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ ເຮັດໃຫ້ມີຄວາມສວຍງາມ ຄືກັນກັບສະໄໝກ່ອນ.

ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງຄາມ ຂອງຈັກກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ ພະພຸດທະຮູບ ທີ່ຍັງຕັ້ງສະຖິດຢູ່ ທັງຕາກແດດ ແລະ ຕາກຝົນຢູ່ຫລາຍຟ້າຫລາຍປີ ໃຫ້ເຮົາເບິ່ງຈົນເຖິງທຸກວັນນີ້.

ວັດເພຍວັດ ໄດ້ປັບປຸງ ບູລະນະປະຕິສັງຂອນຄືນໃໝ່ ເພື່ອປົກປັກຮັກສາຄວາມສວຍງາມ ຂອງພະພຸດທະຮູບ ແລະ ສິມເກົ່າເອົາໄວ້. ນອກຈາກນີ້, ຍັງມີອີກສິ່ງໜຶ່ງ ທີ່ຈຳເປັນຫຼາຍ ເຊິ່ງຈະຕ້ອງໄດ້ຮັບການແກ້ໄຂ ເຊັ່ນ: ບ່ອນຈອດລົດ ຂອງນັກທ່ອງທ່ຽວ ແລະ ພໍ່ແມ່ປະຊາຊົນ ທີ່ມາເຮັດບຸນສິນກິນທານ ຢູ່ວັດແຫ່ງນີ້.

ນອກຈາກນີ້, ຍັງມີທາດຝຸ່ນ ທີ່ຕັ້ງຢູ່ໃຈກາງຂອງເມືອງຄູນ, ເຊິ່ງມີປະຫວັດອັນຍາວນານ ຄື ໃນປີ ຈສ 307 ໄດ້ປະດິດສະ ຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາ ພະພຸດທະເຈົ້າ ຢູ່ອິນເດຍ ກໍ່ໄດ້ປະຣິນິພານ, ປະຊາຊົນຈຶ່ງໄດ້ພາກັນຈູດເຜົາສົບຂອງພະພຸດທະເຈົ້າ, ເມື່ອເຜົາແລ້ວ ກໍ່ໄດ້ປະກາດໃຫ້ຜູ້ຄົນທົ່ວໂລກ ທີ່ນັບຖືສາສະໜາພຸດ ມາເອົາກະດູກຂອງພະພຸດທະເຈົ້າ ໄປບູຊາ ໂດຍການສ້າງທາດໃສ່.

ແຕ່ຊາວຊຽງຂວາງຜັດໄປຊ້າ ເລີຍໄດ້ແຕ່ຝຸ່ນ ຈຶ່ງໄດ້ນຳມາເກັບໄວ້ຢູ່ໃນທາດເຊິ່ງຕັ່ງຢູ່ໃຈກາງຂອງເມືອງພວນ ໂດຍການສ້າງກວມທາດເກົ່າ ໃຫ້ໃຫຍ່ໂຕກ່ວາແຕ່ກ່ອນ ເຊິ່ງກະສັດເມືອງພວນ ອົງທີ 24 ໃນປີ ຈສ 742 ໄດ້ສັ່ງໃຫ້ກໍ່ສ້າງຂຶ້ນ.

ນອກນັ້ນ, ທ່ານຍັງເປັນຜູ້ທີ່ນຳເອົາສາສະໜາພຸດເຂົ້າມາເມືອງພວນ; ເຊິ່ງນັບແຕ່ນັ້ນມາ ໃນທຸກໆປີໃໝ່, ຊາວເມືອງພວນ ໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນເຊິ່ງກັນແລະ ກັນ ຢູ່ທາດແຫ່ງນີ້. ຈົນມາຮອດປີ ຈສ 1237, ຄສ 1874 ທາດດັ່ງກ່າວ ໄດ້ຖືກສົງຄາມເສິກຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນຄຳທີ່ມີຄ່າ ອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ.

ຕໍ່ມາ ຮອດສະໄໝ ເຈົ້າແຂວງ ຊາຍຄຳ ເປັນເຈົ້າແຜ່ນດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດປີ ຄສ 1969 ຖືກສົງຄາມ ຂອງຈັກກະພັດອາເມລິກາທຳລາຍ ຈຶ່ງເຮັດໃຫ້ທາດດັ່ງກ່າວຊຸດໂຊມລົງອີກ ແລະ ເປັນຄືດັ່ງທີ່ເຮົາເຫັນເຖິງທຸກວັນນີ້.

Lao National Radio