ຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ

0
1297

ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເຈຍມີຊາຍແດນຮ່ວມກັນປະມານ 535 ກິໂລແມັດ, ເບື້ອງລາວມີແຂວງຈຳປາສັກ ແລະ ແຂວງອັດຕະປື, ເບື້ອງກຳປູເຈຍມີແຂວງເພຣຍວິເຮຍ, ແຂວງຊຽງແຕງ ແລະ ແຂວງຣັດຕະນະຄີຣີ ໂດຍຄຽງຄູ່ກັບຄວາມຄືບໜ້າຂອງການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນທີ່ສອງຝ່າຍສາມາດປະຕິບັດໄດ້ຮ່ວມກັນນັ້ນ, ສປປ.ລາວ ແລະ ກຳປູເຈຍ ຍັງມີຈຸດຄົງຄ້າງຊາຍແດນຈຳນວນໜຶ່ງ.

ໃນເບື້ອງຕົ້ນມີຈຸດຄົງຄ້າງທັງໝົດ 9 ຈຸດ, ຜ່ານການພົບປະເຈລະຈາຮ່ວມກັນສອງຝ່າຍສາມາດເປັນເອກະພາບທາງການຫຼັກການກ່ຽວກັບການແກ້ໄຂຈຸດຄົງຄ້າງດັ່ງກ່າວຈຳນວນ 7 ຈຸດ ດັ່ງນີ້:

1) ບໍລິເວນທີ່ຈະເປັນຫຼັກໝາຍຊາຍແດນເລກທີ 002-003 (ຍອດເຊລຳເພົາ) ແລະ 005-023 (ບໍລິເວນເຊລຳເພົາ)

2) ຫຼັກຫຼາຍຊາຍແດນຄູ່ເລກທີ 029 ແລະ 030

3) ບໍລິເວນຈະປັກຫຼັກໝາຍຊາຍແດນເລກທີ 031-031/A (ເວີນຄາມ)

4) ບໍລິເວນຫຼັກໝາຍຊາຍແດນເລກທີ 032-032/6 (ທາງລົງເວີນຄາມ)

5) ບໍລິເວນຈະປັກຫຼັກໝາຍຊາຍແດນເລກທີ 033-033/3 (ເສັ້ນທາງດົງກະລໍ, ເລກທີ 13/7)

6) ບໍລິເວນບ້ານນາຈຳປາ

7) ບໍລິເວຍຫ້ວຍໂຊດ-ຫ້ວຍກະລ່ຽງ

ເຊິ່ງເຮັດໃຫ້ຍັງເຫຼືອຈຸດຄົງຄ້າງ 2 ແຫ່ງ ທີ່ສອງຝ່າຍຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂຮ່ວມກັນຄື:

– ບໍລິເວນແມ່ນ້ຳເຊກອງ

– ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ

ເຂດແດນລະຫວ່າງລາວ ແລະ ກຳປູເຈຍ ໃນເວລານັ້ນແມ່ນຖືເອົາຫ້ວຍດາກລາວ (ຄຳວ່າ “ດາກລາວ” ແມ່ນຄຳສັບພາສາລະແວ ມີຄວາມໝາຍວ່າ “ນ້ຳລາວ”), ຫ້ວຍດາກລາວຈຶ່ງມີຄວາມໝາຍວ່າ: “ຫ້ວຍນ້ຳລາວ”.

ສອງບໍລິເວນຄົງຄ້າງນີ້ກວມອັດຕາສ່ວນ 13% ຂອງເສັ້ນຊາຍແດນຮ່ວມຂອງສອງປະເທດ ເຊິ່ງເລີ່ມຈາກຫຼັກໝາຍຊາຍແດນເລກທີ 078 ລຽບແມ່ນ້ຳເຊກອງຂຶ້ນໄປຫາບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ (ເຖິງຫຼັກໝາຍຊາຍແດນເລກທີ 099) ທີ່ເປັນພື້ນທີ່ໆມີສະພາບໃນປັດຈຸບັນ.

ຄະນະນັກຄົ້ນຄວ້າປະຫວັດສາດ ໄດ້ຈັດຕັ້ງກັນໄປເບິ່ງພື້ນທີ່ຕົວຈິງ ແລະ ພົບປະຊອກຮູ້ກັບປະຊາຊົນໃນພື້ນທີ່ດັ່ງກ່າວ ແລະ ໄດ້ຮັບຊາບວ່າ: ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນທີ່ສອງຝ່າຍຍັງມີທັດສະນະທີ່ແຕກຕ່າງກັນ ກ່ຽວກັບການຂີດທິດເນັ້ງເສັ້ນຊາຍແດນ ເນື່ອງຈາກແຕ່ລະຝ່າຍຕ່າງກໍ່ອີງໃສ່ເອກະສານ ແລະ ແຜນທີ່ໆມີຂໍ້ມູນແຕກຕ່າງກັນ. ເຖິງແນວໃດກໍ່ຕາມ ອີງໃສ່ຄວາມເປັນຈິງໃນສະໄໝຝຣັ່ງເສດປົກຄອງ ຢູ່ຝັ່ງເບື້ອງຊ້າຍຂອງນ້ຳເຊກອງ ເບື້ອງຫ້ວຍເກືອ, ຫ້ວຍດາກລາວ ປະຊາຊົນທ້ອງຖິ່ນດັ່ງກ່າວ ໄດ້ເວົ້າໃຫ້ຟັງວ່າ ແມ່ນເຂດທຳມາຫາກິນຂອງປະຊາຊົນລາວບ້ານຫາດໃຫຍ່ (ບ້ານຫາດອຸດົມໄຊ), ບ້ານແສນແກ້ວ ໂດຍໄດ້ພາກກັນໄປເຮັດໄຮ່, ເຮັດນາຮົ້ວສວນ, ຕຶກແຫ, ໄຫຼມອງ ແລະ ລ່າເນື້ອ ເຊິ່ງປັດຈຸບັນກໍ່ຍັງມີຮ່ອງຮອຍນາເຮື້ອ, ໄຮ່ເຮື້ອຂອງປະຊາຊົນໃນສະໄໝນັ້ນຢູ່.

ໃນລະບອບການປົກຄອງລາຊະອານາຈັກລາວ, ກຳລັງທະຫານຝ່າຍຂວາໄດ້ມາເຄື່ອນໄຫວກວດກາລາດຕະເວນ ຢູ່ບໍລິເວນຫ້ວຍເກືອ ແລະ ຫ້ວຍດາກລາວ ເພື່ອປົກປັກຮັກສາເຂດແດນ ຕາມຄຳສັ່ງຂອງຜູ້ບັນຊາການແຜ່ນດິນ ພະເຈົ້າມະຫາຊີວິດລາວ. ເຈົ້າໜ້າທີ່ ແລະ ອຳນາດການປົກຄອງທ້ອງຖິ່ນສອງປະເທດລາວ-ກຳປູເຈຍ ກໍ່ໄດ້ຮັບຮູ້ ແລະ ຢຶດຖືວ່າເປັນບ່ອນແບ່ງເຂດຄຸ້ມຄອງລະຫວ່າງສອງປະເທດ. ນອກຈາກນີ້, ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຍັງປາກົດມີຮ່ອງຮອຍຂອງຍົນກອງທັບອາເມຣິກາຕົກ ແລະ ປາກົດມີຮ່ອງຮອຍຂຸມລະເບີດເກົ່າ, ໃນສະໄໝສົງຄາມ ຍົນຂອງກອງທັບອາເມຣິກາ ໄດ້ມາຖິ້ມລະເບີດຢູ່ບໍລິເວນດັ່ງກ່າວ ຍ້ອນອາເມຣິກາຖືວ່າ ເປັນດິນແດນຂອງລາວ (ກອງທັບອາເມຣິກາ ຈະບໍ່ຖິ້ມລະເບີດໃສ່ຖ້າຖືວ່າເປັນດິນແດນກຳປູເຈຍ ເພາະວ່າອາເມຣິກາ ເປັນຜູ້ສະໜັບສະໜູນລັດຖະບານຂອງນາຍພົນ ລົນໂນນ).

ສຳລັບບໍລິເວນຍົນຕົກ, ໃນປັດຈຸບັນປະຊາຊົນລາວເອງໄດ້ເອີ້ນບໍລິເວນດັ່ງກ່າວວ່າພູຍົນຕົກ. ອີກປະການໜຶ່ງ, ໃນເວລາທີ່ພວກຂະເໝນແດງກຳອຳນາດ ແລະ ດຳເນີນການດັບສູນເຊື້ອຊາດຢູ່ກຳປູເຈຍ, ປະຊາຊົນກຳປູເຈຍ ໄດ້ມາລີ້ໄພຢູ່ລາວ ຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ພວກຂະເໝນແດງກໍ່ບໍ່ໄດ້ນຳມາປາບປາມ ເພາະຮັບຮູ້ວ່າບໍລິເວນດັ່ງກ່າວເປັນດິນແດນຂອງລາວ.

ສິ່ງໜຶ່ງອີກທີ່ຢັ້ງຢືນເຖິງການຄຸ້ມຄອງຂອງປະຊາຊົນລາວ, ອີງຕາມການສຳພາດຜູ້ເຖົ້າຜູ້ແກ່ໃນທ້ອງຖິ່ນນີ້ໃຫ້ຮູ້ວ່າ ບ້ານຕະເງົາ ຕັ້ງຢູ່ທ້ອງຖິ່ນນີ້ມີສອງບ້ານຄື: ບ້ານຕະເງົາລຸ່ມ ແລະ ບ້ານຕະເງົາເທິງ. ບ້ານຕະເງົາລຸ່ມ ຕັ້ງຢູ່ຟາກເຊກອງເບື້ອງຂວາ (ຕາມການໄຫຼຂອງນ້ຳ), ເຊິ່ງມີປະຊາຊົນເຜົ່າລາວລຸ່ມ ອາໄສຢູ່ເປັນສ່ວນໝາຍ ເຊິ່ງມາຕັ້ງຖິ່ນຖານແຕ່ສະໄໝຝຣັ່ງເສດປົກຄອງ. ສ່ວນບ້ານຕະເງົາເທິງ ແມ່ນຕັ້ງຢູ່ຟາກເຊກອງເບື້ອງຊ້າຍ ເປັນບ້ານນ້ອຍ, ມີປະຊາຊົນອາໄສຢູ່ໜ້ອຍ, ປະມານ 10 ຄອບຄົວ ເປັນເຜົ່າລະແວ ແລະ ເຜົ່າສຸທັງໝົດ ແລະ ເປັນບ້ານເຄື່ອນທີ່. ນັບແຕ່ປີ 1968 ຈົນຮອດປັດຈຸບັນ, ປະຊາຊົນບ້ານດັ່ງກ່າວໄດ້ຍ້າຍມາຕັ້ງບ້ານເຮືອນຢູ່ບ້ານຫາດຊາຍສູງ, ສາເຫດຂອງການຍົກຍ້າຍກໍ່ຍ້ອນວ່າ ໄດ້ເກີດພະຍາດຖອກທ້ອງລະບາດຮ້າຍແຮງ. ປັດຈຸບັນ, ຍັງປາກົດເຫັນຮ່ອງຮອຍການຕັ້ງຖິ່ນຖານ ແລະ ການດຳລົງຊີວິດຂອງປະຊາຊົນລາວຄື: ຕົ້ນໝາກມ່ວງ, ໝາກມີ້, ໄຮ່ສ່ວນເກົ່າ, ນາເຮື້ອ, ເຟືອງໄຫແຕກ ແລະ ທາງລົງທ່ານ້ຳ. ເວົ້າລວມແລ້ວ, ທັງສອງບ້ານຕະເງົາທີ່ກ່າວມານີ້ ແມ່ນຂຶ້ນກັບເມືອງສະໜາມໄຊ, ແຂວງອັດຕະປື ຕັ້ງແຕ່ສະໄໝຝຣັ່ງເສດປົກຄອງ, ສະໄໝລາຊະອານາຈັກລາວ ແລະ ຢູ່ພາຍໃຕ້ລະບອບລາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາຮອດປັດຈຸບັນ. ແຕ່ໃນປັດຈຸບັນນີ້ “ກຳລັງທະຫານຂອງກຳປູເຈຍໄດ້ໄປດຸດຖິ້ມ ທັງປ່ຽນແປງທຳມະຊາດ ແລະ ສິ່ງແວດລ້ອມຢູ່ບໍລິເວນດັ່ງກ່າວ”.

ຍັງມີອະດີດທະຫານ ແລະ ທະຫານທີ່ເຄື່ອນໄຫວຢູ່ເຂດດັ່ງກ່າວ ໄດ້ເວົ້າວ່າ ພາຍຫຼັງການສ້າງຕັ້ງລະບອບ ສປປ.ລາວ ແຕ່ປີ 1975 ເປັນຕົ້ນມາ, ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຢູ່ພາຍໃຕ້ການກວດກາລາດຕະເວນຢ່າງເປັນປົກກະຕິກອງພັນ 21 ທະຫານແຂວງອັດຕະປື ໂດຍມີການຕັ້ງຄ້າຍຢູ່ຈຸດຕ່າງໆດັ່ງນີ້:

– ປີ 1992 ຕັ້ງຄ້າຍຢູ່ຟາກເບື້ອງຂວາຂອງເຊກອງ ຢູ່ຫ້ວຍດາກລາວ

– ປີ 1993-1994 ຍ້າຍຈາກຫ້ວຍດາກລາວຢູ່ບໍລິເວນປາກຫ້ວຍຕະເງົາ

– ປີ 1996-1997 ຍ້າຍຈາກບໍລິເວນປາກຫ້ວຍຕະເງົາມາຕັ້ງຢູ່ບໍລິເວນຫ້ວຍອາໄລ

ການເຄື່ອນໄຫວຄືດັ່ງກ່າວຂອງທະຫານແຂວງອັດຕະປື ຂອງຝ່າຍລາວນັ້ນ ຝ່າຍກຳປູເຈຍ ກໍ່ຮັບຮູ້ ແລະ ບໍ່ເຄີຍຂັດຄ້ານ ຫຼື ປະທະກັນແຕ່ຢ່າງໃດ.

ອີງຕາມບົດບັນທຶກການພົບປະເຈລະຈາລະຫວ່າງ ເມືອງສະໜາມໄຊ, ແຂວງອັດຕະປື ແລະ ເມືອງແສນປາງ, ແຂວງຊຽງແຕງ ສະບັບລົງວັນທີ 29 ພຶດສະພາ 1990, ອຳນາດການປົກຄອງແສນປາງ ສະເໜີຮັບຜິດຊອບເຂດຫ້ວຍເກືອ, ສ່ວນເບື້ອງຕາເວັນອອກ ເຫັນດີໃຫ້ຝ່າຍລາວເປັນຜູ້ກວດກາ. ສອງອຳນາດການປົກຄອງ ຕົກລົງສືບຕໍ່ປະຕິບັດບົດບັນທຶກຂອງຄະນະຜູ້ແທນທັງສອງເມືອງທີ່ໄດ້ພົບປະກັນແລ້ວນັ້ນ ເພື່ອປົກປັກຮັກສາຄວາມສະຫງົບສຸກຕາມເຂດຊ່ອງຫວ່າງລະຫວ່າງເມືອງສະໜາມໄຊ ແລະ ເມືອງແສນປາງ ໃນການພົບປະກັນສອງຄັ້ງໃນປີ 1995, ສອງເມືອງຍັງສືບຕໍ່ຮັກສາການແບ່ງເຂດຄຸ້ມຄອງດັ່ງກ່າວ

+ ການຕົກລົງຂອງສອງຝ່າຍກ່ຽວກັບບໍລິເວນຈຸດຄົງຄ້າງແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເຈົ້າໜ້າທີ່ທ້ອງຖິ່ນຍັງໃຫ້ຮູ້ອີກວ່າ: ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າບໍລິເວນນີ້ເປັນຈຸດຄົງຄ້າງມິດຕະພາບ ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆ, ໃຫ້ຮັກສາສະພາບເດີມຢູ່ບໍລິເວນນີ້ ຈົນກວ່າຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ.

ບໍລິເວນທີ່ສອງຝ່າຍບໍ່ໄດ້ສຳຫຼວດຮ່ວມກັນເຊັ່ນ: ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຄະນະກຳມະການຊາຍແດນສອງທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນຮັກສາສະພາບແວດລ້ອມຂອງບໍລິເວນນີ້ ໃຫ້ຢູ່ໃນສະພາບເດີມ ໂດຍຫ້າມອຳນາດການປົກຄອງຂອງແຕ່ລະປະເທດ ແລະ ເຈົ້າໜ້າທີ່ຂອງຕົນກະທຳກິດຈະກຳໃດໆທີ່ຈະເຮັດໃຫ້ມີຄວາມປ່ຽນແປງສະພາບແວດລ້ອມຢູ່ບໍລິເວນຊາຍແດນ.

ຕໍ່ການຕົກລົງກັນສອງຝ່າຍໃນໄລຍະຜ່ານມາ ໂດຍສະເພາະໃນພາກປະຕິບັດຕົວຈິງ ເຈົ້າໜ້າທີ່ຂອງຝ່າຍກຳປູເຈຍ ກໍ່ໄດ້ຮັບຮູ້ໂດຍຖືວ່າ ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງຄ້າງ, ເປັນພື້ນທີ່ໆສອງຝ່າຍຍັງບໍ່ທັນໄດ້ຂີດທິດເນັ່ງເສັ້ນຊາຍແດນ ແລະ ທຸກການເຄື່ອນໄຫວຢູ່ບໍລິເວນນີ້, ສອງຝ່າຍກໍ່ໄດ້ມີການປຶກສາຫາລືກັນ. ຕົວຢ່າງທີ່ຊີ້ໃຫ້ເຫັນພຶດຕິກຳດັ່ງກ່າວ ແມ່ນກໍລະນີທີ່ກຳປູເຈຍ ໄດ້ແຈ້ງໃຫ້ທາງການລາວຊາບຄວາມປະສົງຂອງກອງທັບອາເມຣິກາ ທີ່ຢາກເຂົ້າໄປຂຸດຄົ້ນເອົາກະດູກທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມອິນດູຈີນຫຼັງຈາກທີ່ຮູ້ວ່າ ຍົນຕົກຢູ່ບໍລິເວນນັ້ນ.

ເມື່ອງສັງເກດເບິ່ງສະພາບການພົວພັນຮ່ວມມືຂອງສອງຝ່າຍ ໃນການປະຕິບັດຂໍ້ຕົກລົງນັ້ນ, ຄະນະນັກຄົ້ນຄວ້າ ຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ກໍ່ໄດ້ເຫັນວ່າຝ່າຍລາວ ຍາມໃດກໍ່ໄດ້ເຄົາລົບ, ຢຶດໝັ້ນ ແລະ ໄດ້ຈັດຕັ້ງປະຕິບັດເຄັ່ງຄັດຕໍ່ການຕົກລົງດັ່ງກ່າວສະເໝີມາ. ດັ່ງໃນກໍລະນີທີ່ຝ່າຍກຳປູເຈຍ ໄດ້ທັກທ້ວງຝ່າຍລາວ ແລະ ສະເໜີໃຫ້ຍົກຍ້າຍ, ຢຸດເຊົາການລ້ຽງສັດ ແລະ ຮື້ຖອນເຮືອນຂອງປະຊາຊົນລາວຢູ່ບໍລິເວນຫ້ວຍຕະເງົາ, ຕາມຈົດໝາຍຂອງສົມເດັດ ຮຸນເຊນ ສະບັບລົງວັນທີ 24 ມັງກອນ 2013 ສົ່ງເຖິງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວໃນເວລານັ້ນ, ຝ່າຍລາວໄດ້ສະແດງຄວາມຈິງໃຈ ແລະ ເຈດຕະນາອັນດີ ໂດຍໄດ້ມ້າງຄອກສັດຢູ່ບໍລິເວນດັ່ງກ່າວ, ພ້ອມທັງແຈ້ງໃຫ້ຝ່າຍກຳປູເຈຍຊາບ ອີງຕາມຈົດໝາຍຂອງທ່ານ ທອງລຸນ ສີສຸລິດ ເຊິ່ງໃນເມື່ອກ່ອນເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຖິງທ່ານ ຮໍ ນາມຮົງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນຂອງກຳປູເຈຍ, ສະບັບເລກທີ 20 ກໍລະກົດ 2013 ໄດ້ລະບຸວ່າ: “ການແກ້ໄຂຂອງຝ່າຍລາວນີ້ ຈະບໍ່ເປັນການກະທົບຕໍ່ທັດສະນະຂອງແຕ່ລະຝ່າຍ ທາງດ້ານກົດໝາຍ ແລະ ປະຫວັດສາດ ເພື່ອນຳໄປອ້າງອີງໃນການແກ້ໄຂຈຸດຄົງຄ້າງບໍລິເວຍແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຮ່ວມກັນຕໍ່ໄປນັ້ນແຕ່ຢ່າງໃດ”.

ສິ່ງທີ່ໜ້າເປັນຫ່ວງໃນສາຍພົວພັນລະຫວ່າສອງປະເທດນັ້ນຄື: ຝ່າຍກຳປູເຈຍ ໄດ້ເຮັດແບບກົງກັນຂ້າມເຖິງວ່າໄດ້ຕົກລົງກັບຝ່າຍລາວແລ້ວວ່າ ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງຄ້າງ ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະກຳຢູ່ບໍລິເວນນີ້, ແຕ່ພາຍລຸນມາຝ່າຍກຳປູເຈຍ ບໍ່ໄດ້ເຄົາລົບ, ບໍ່ປະຕິບັດ ແລະ ຍັງຝ່າຝືນຄຳຕົກລົງ ເຊິ່ງເປັນສາເຫດໃຫ້ເກີດສະພາບການເຄັ່ງຕຶງຕາມບໍລິເວນຊາຍແດນ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ໆກ່ຽວຂ້ອງ, ບັນຫາຄວາມເຄັ່ງຕຶງໃນບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ນີ້ແມ່ນສືບເນື່ອງມາຈາກການກໍ່ສ້າງເສັ້ນທາງ ໂດຍຝ່າຍກຳປູເຈຍ ຢູ່ບໍລິເວນຊາຍແດນທີ່ສອງຝ່າຍຍັງບໍ່ສຳເລັດການສຳຫຼວດພື້ນທີ່ຕົວຈິງເລິກເຂົ້າໄປໃນບໍລິເວນຄົງຄ້າງແກ້ງຕໍມໍຄອຍ-ຫ້ວຍຕະເງົາ.

ເລີ່ມແຕ່ຕົ້ນເດືອນກຸມພາ 2017 ກອງທະຫານຊ່າງແສງ, ກະຊວງປ້ອງກັນປະເທດກຳປູເຈຍ ໄດ້ກໍ່ສ້າງເສັ້ນທາງລຽບຕາມເຊກອງຍັບເຂົ້າໄປຫາບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ໂດຍມີການຈັດວາງກຳລັງໄປພ້ອມເປັນຈຸດໆ. ການກະທຳດັ່ງກ່າວເປັນການລະເມີດຕໍ່ການຕົກລົງຂອງສອງປະເທດ ທີ່ຫ້າມບໍ່ໃຫ້ມີການກໍ່ສ້າງ ຫຼື ບຸກເບີກຢູ່ບໍລິເວນຊາຍແດນທີ່ສອງຝ່າຍຍັງບໍ່ໄດ້ສຳຫຼວດຮ່ວມກັນ. ຍ້ອນແນວນັ້ນ, ຝ່າຍລາວຈຶ່ງໄດ້ທັກທ້ວງ ເພື່ອໃຫ້ມີການແກ້ໄຂໂດຍສັນຕິວິທີ ແລະ ໄດ້ຂຽນໜັງສືເຖິງທາງການຝ່າຍກຳປູເຈຍ ແລະ ສະເໜີໃຫ້ຝ່າຍກຳປູເຈຍຢຸດຕິການກໍ່ສ້າງເສັ້ນທາງຫຼາຍຄັ້ງ ແລະ ໃນຫຼາຍລະດັບ, ທັງລະດັບທ້ອງຖິ່ນ ແລະ ລະດັບສູນກາງ.

ສ່ວນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວຄົນປັດຈຸບັນ ກໍ່ໄດ້ຫາໂອກາດພົບປະກັບສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ໃນວັນທີ 10 ພຶດສະພາ 2017 ເພື່ອປຶກສາຫາລືແກ້ໄຂໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມເສດຖະກິດໂລກ (World Economic Forum) ທີ່ນະຄອນຫຼວງພະນົມເປັນ. ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຮຸນ ເຊນ ກໍ່ໄດ້ເປັນເອກະພາບໃຫ້ຢຸດເຊົາການກໍ່ສ້າງເສັ້ນທາງ ແລະ ໃຫ້ມີການລົງກວດກາພື້ນທີ່ຕົວຈິງຮ່ວມກັນຂອງຄະນະກຳມະການຊາຍແດນຮ່ວມ. ພາຍຫຼັງການພົບປະດັ່ງກ່າວ, ຝ່າຍກຳປູເຈຍກໍ່ບໍ່ປະຕິບັດຕາມຄຳຕົກລົງ, ທະຫານຊ່າງແສງກຳປູເຈຍຍັງສືບນຕໍ່ສ້າງເສັ້ນທາງຈົນມາເຖິງບໍລິເວນຫ້ວຍອາໄລ ເຊິ່ງຢູ່ໃນບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ທີ່ເປັນບໍລິເວນຄົງຄ້າງ ເຊິ່ງເປັນການລະເບີດຕໍ່ການຕົກລົງຂອງການນຳສອງປະເທດ, ຕໍ່ສະພາບດັ່ງກ່າວຝ່າຍລາວ ຈຶ່ງໄດ້ແຕ່ງຕັ້ງກອງທະຫານລາດຕະເວນຢູ່ບໍລິເວນຫ້ວຍອາໄລ ເພື່ອທັກທ້ວງ ແລະ ສະກັດກັ້ນບໍ່ໃຫ້ຝ່າຍກຳປູເຈຍ ສືບຕໍ່ບຸກເບີກເສັ້ນທາງ ພ້ອມທັງສະເໜີໃຫ້ຢຸດຕິການກໍ່ສ້າງດັ່ງກ່າວ.

ຈາກນັ້ນ, ໃນລະຫວ່າງວັນທີ 5-6 ກໍລະກົດ 2017 ສອງຝ່າຍຈຶ່ງໄດ້ສົ່ງຄະນະກຳມະການຊາຍແດນຮ່ວມ ຂອງທັງສອງປະເທດລົງໄປກວດກາພື້ນທີ່ຕົວຈິງ ແຕ່ກໍ່ບໍ່ສາມາດແກ້ໄຂໄດ້.

ໂດຍສືບເນື່ອງຈາກການເຄື່ອນໄຫວຂອງກຳລັງທະຫານເຄື່ອນທີ່ຂອງຝ່າຍລາວ ເພື່ອສະກັດກັ້ນບໍ່ໃຫ້ຝ່າຍກຳປູເຈຍສືບຕໍ່ບຸກເບີກເສັ້ນທາງ ຈຶ່ງເປັນສາຍເຫດໃຫ້ຝ່າຍກຳປູເຈຍກ່າວຫາວ່າ ຝ່າຍລາວລ່ວງລ້ຳອະທິປະໄຕຂອງກຳປູເຈຍ ແລະ ໄດ້ສົ່ງກຳລັງເຂົ້າມາປະຈຳເພີ່ມ ແລະ ເຮັດໃຫ້ເກີດມີສະພາບເຄັ່ງຕຶງຢູ່ບໍລິເວນນັ້ນ.

ໃນວັນທີ 11 ສິງຫາ 2017, ຝ່າຍກຳປູເຈຍ ໂດຍແມ່ນນາຍົກລັດຖະມົນຕີ ຮຸນ ເຊນ ເອງໄດ້ປະກາດຜ່ານສື່ມວນຊົນ ແລະ ຜ່ານ Facebook ສ່ວນຕົວ ຍື່ນຄຳຂາດໃຫ້ລັດຖະບານລາວຖອນກຳລັງທະຫານອອກຈາກອະທິປະໄຕກຳປູເຈຍ ພາຍໃນ 6 ວັນ (ວັນທີ 17 ສິງຫາ 2017) ຖ້າບໍ່ດັ່ງນັ້ນຈະດຳເນີນການທາງກຳລັງທະຫານ. ໃນວັນດຽວກັນ, ສື່ຕ່າງໆທັງພາຍໃນ ແລະ ສາກົນ ໄດ້ອອກຂ່າວສະແດງພາບກອງທັບກຳປູເຈຍເຄື່ອນກຳລັງ ເພື່ອໄປຍັງຊາຍແດນທີ່ຕິດກັບລາວ ໂດຍອ້າງວ່າເພື່ອໄປຂັບໄລ່ທະຫານລາວ ອອກຈາກບໍລິເວນຫ້ວຍຕະເງົາ ທີ່ຝ່າຍກຳປູເຈຍປະກາດເອົາເອງວ່າເປັນອະທິປະໄຕຂອງກຳປູເຈຍ.

ກ່ອນໜ້ານັ້ນ, ໃນວັນທີ 7 ສິງຫາ 2017, ກະຊວງການຕ່າງປະເທດລາວ ກໍ່ໄດ້ຮັບຈົດໝາຍຂອງນາຍົກລັດຖະມົນຕີ ຮຸນ ເຊນ ສະບັບລົງວັນທີ 2 ສິງຫາ 2017 ເຖິງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ຈາກສະຖານທູດກຳປູເຈຍ ປະຈຳລາວ ເພື່ອສະເໝີໃຫ້ຝ່າຍລາວ ຖອນກຳລັງທະຫານອອກຈາກບໍລິເວນຫ້ວຍອາໄລ ທີ່ອ້າງວ່າຢູ່ໃນອະທິປະໄຕຂອງກຳປູເຈຍ ຢ່າງບໍ່ມີເງື່ອນໄຂ ແລະ ສະເໜີໃຫ້ຝ່າຍລາວ ຮັບຂໍ້ສະເໜີຂອງຝ່າຍກຳປູເຈຍ ໃນການແກ້ໄຂ 4 ຈຸດທີ່ຕົກລົງກັນແລ້ວຄືນໃໝ່.

ມາເຖິງຕອນເຊົ້າຂອງວັນທີ 12 ສິງຫາ 2017 ນາຍົກລັດຖະມົນຕີກຳປູເຈຍ ໄດ້ເດີນທາງມານະຄອນຫຼວງວຽງຈັນ ເພື່ອພົບປະກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ແລະ ຕອນເຊົ້າວັນນັ້ນເອງທ່ານນາຍົກລັດຖະມົນຕຂອງລາວ ໄດ້ພົບປະປຶກສາຫາລືຫາວິທີທາງອອກຮ່ວມກັບ ນາຍົກລັດຖະມົນຕີກຳປູເຈຍເປັນການດ່ວນ ແລະ ໄດ້ເປັນເອກະພາບກັນໃຫ້ສອງຝ່າຍ ຖອນກຳລັງທະຫານທັງໝົດຂອງຕົນ ແລະ ອອກຈາກພື້ນທີ່ບໍລິເວນຫ້ວຍອາໄລໃຫ້ກັບໄປກົມກອງເດີມ, ມອບໃຫ້ກະຊວງການຕ່າງປະເທດ ກໍ່ຄືຄະນະກຳມະການຊາຍແດນຂອງສອງຝ່າຍ ສືບຕໍ່ປຶກສາຫາລືເຈລະຈາແກ້ໄຂຮ່ວມກັນ, ສືບຕໍ່ສ້າງເງື່ອນໄຂໃຫ້ມີການປຶກສາຫາລືກັນເປັນເປັນປົກກະຕິໃນເມື່ອມີບັນຫາໃດທີ່ເກີດຂຶ້ນ.

ພາຍຫຼັງຖະແຫຼງການຂອງສອງນາຍົກລັດຖະມົນຕີ ຄັ້ງວັນທີ 12 ສິງຫາ 2017, ຍ້ອນຄວາມເຊື່ອໃຈໃນມິດຕະພາບຂອງສອງປະເທດ ກໍ່ຄືການນຳຂອງກຳປູເຈຍ, ກຳລັງທະຫານຝ່າຍລາວ ຈຶ່ງໄດ້ຖອນອອກຈາກຫ້ວຍອາໄລ. ກົງກັນຂ້າມຝ່າຍກຳປູເຈຍພຽງແຕ່ຖອນກຳລັງເສີມກັບຄືນ ແຕ່ກຳລັງທະຫານຊາຍແດນທີ່ເຄີຍປະຈຳໃນບໍລິເວນນີ້ບໍ່ໄດ້ຖອນກັບ. ຍິ່ງໄປກວ່ານັ້ນ ເພື່ອປະກາດຄວາມເປັນອະທິປະໄຕຂອງກຳປູເຈຍ ແລະ ໄດ້ມີການສະຫຼອງໄຊຊະນະໃນບໍລິເວັນນັ້ນ. ວັນທີ 18 ສິງຫາ 2017 ທ່ານ ທອງລຸນ ສີສຸລິດ ຈຶ່ງໄດ້ສົ່ງໜັງສືເຖິງສົມເດັດ ຮຸນ ເຊນ ເພື່ອຢືນຢັນທັດສະນະຂອງຝ່າຍລາວກ່ຽວກັບການແກ້ໄຂບັນຫາດັ່ງກ່າວ ເຊິ່ງໃນນັ້ນທ່ານນາຍົກລັດຖະມົນຕີຂອງລາວໄດ້ເນັ້ນຄືນຄຳຕົກລົງຂອງສອງຝ່າຍໃນຄັ້ງວັນທີ 12 ສິງຫາ 2017 ທີ່ຜ່ານມາ ແລະ ສະເໜີໃຫ້ນາຍົກລັດຖະມົນຕີກຳປູເຈຍ ຈັດຕັ້ງປະຕິບັດຂໍ້ຕົກລົງຢ່າງເຂັ້ມງວດ ທັງນີ້ກໍ່ເພື່ອພ້ອມກັນປົກປັກຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ໄດ້ຢ່າງຍາວນານ ດັ່ງນີ້ເນື້ອໃນສຳຄັນຄື: “ບໍລິເວນດັ່ງກ່າວ ສອງຝ່າຍຍັງບໍ່ໄດ້ສຳຫຼວດ ແລະ ກຳນົດທິດເນັ່ງເສັ້ນຊາຍແດນຮ່ວມກັນເທື່ອ ຍ້ອນວ່າສອງຝ່າຍມີທັດສະນະແຕກຕ່າງກັນ ກ່ຽວກັບພື້ນຖານທີ່ເປັນບ່ອນອີງໃນການຂີດເສັ້ນຊາຍແດນ; ບໍລິເວນນີ້ຈຶ່ງເປັນຈຸດຄົງຄ້າງຊາຍແດນລະຫວ່າງສອງປະເທດ ເຊິ່ງພວກເຮົາຕົກລົງເຫັນດີເປັນເອກະພາບກັນວ່າ ບໍລິເວນນີ້ເປັນເຂດຄົງຄ້າງມິດຕະພາບ ແລະ ຫ້າມບໍ່ໃຫ້ດຳເນີນກິດຈະການໃດໆຢູ່ບໍລິເວນນີ້, ໃຫ້ຮັກສາບໍລິເວນນີ້ໃຫ້ຢູ່ສະພາບເດີມ ຈົນກວ່າທັງສອງຝ່າຍຈະກຳນົດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນສຳເລັດກ່ອນ”.

ເພື່ອລະງັບເຫດການທີ່ບານປາຍ ແລະ ຜ່ອນຄາຍຄວາມເຄັ່ງຕຶງຕໍ່ບັນຫາດັ່ງກ່າວ, ໃນວັນທີ 1 ກັນຍາ 2017, ນາຍົກລັດຖະມົນຕີຂອງລາວ ແລະ ກຳປູເຈຍ ໄດ້ພົບປະກັນອີກຄັ້ງ ທີ່ນະຄອນຫຼວງພະນົມເປັນ ໂດຍໄດ້ຕົກລົງກັນດັ່ງນີ້:

– ເຫັນດີໃຫ້ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ກຳປູເຈຍພົບປະກັນໃນເວລາອັນໄວ ເພື່ອປຶກສາຫາລືໃນລາຍລະອຽດກ່ຽວກັບວິທີການແກ້ໄຂບັນຫາ.

– ເຫັນດີໃຫ້ຄະນະກຳມະການຊາຍແດນຮ່ວມຂອງສອງຝ່າຍ ລົງສຳຫຼວດພື້ນທີ່ຕົວຈິງບໍລິເວນ 4 ຈຸດ ຮ່ວມກັນຕາມການສະເໜີຂອງຝ່າຍກຳປູເຈຍຄື: ບໍລິເວນຫຼັກໝາຍ 033, ບໍລິເວນເສັ້ນທາງເລກທີ 13/7 ລວງຍາວ 7.8 ກິໂລແມັດ, ບໍລິເວນເວີນຄາມ ແລະ ບໍລິເວນຫຼັກໝາຍ 032-032/6.

– ໃຫ້ຄະນະກຳມະການຊາຍແດນຮ່ວມ ລົງກວດກາພື້ນທີ່ຕົວຈິງ ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເພື່ອກຳນົດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ພ້ອມກັນຕົກລົງປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ, ຈຸດໃດທີ່ສາມາດຕົກລົງກັນໄດ້ ກໍ່ໃຫ້ປັກຫຼັກໝາຍໃຫ້ທັນທີ ເພື່ອກ່າວໄປສູ່ການປັກຫຼັກໝາຍຕໍ່ໆໄປໃຫ້ສຳເລັດ.

– ສອງນາຍົກລັດຖະມົນຕີເຫັນດີຂຽນຈົດໝາຍທາງການ ເຖິງປະທານປະເທດຝຣັ່ງ ເພື່ອສະເໜີໃຫ້ລັດຖະບານຝຣັ່ງຊ່ວຍ ແລະ ສະໜອງເອກະສານອື່ນໆທີ່ກ່ຽວຂ້ອງ ເພື່ອນຳໃຊ້ເປັນຂໍ້ມູນ ແລະ ຫຼັກຖານໃນການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ.

ທັງໝົດນັ້ນ, ກໍ່ຄືການພົບປະຕົກລົງກັນຂອງຜູ້ນຳລັດຖະບານລາວ ແລະ ກຳປູເຈຍ ເຊິ່ງກໍ່ໄດ້ມີການອອກຂ່າວແຈ້ງໃຫ້ປະຊາຊົນທັງສອງຊາດ ກໍ່ຄືສາກົນໄດ້ຮັບຊາຍເຖິງຄວາມພະຍາຍາມໃນການຫາທາງອອກໂດຍສັນຕິວິທີ.

ໂດຍປະຕິບັດຕາມການຕົກລົງຂອງສອງນາຍົກລັດຖະມົນຕີລາວ-ກຳປູເຈຍ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ກຳປຸເຈຍ ໄດ້ພົບປະ ແລະ ເຮັດວຽກຮ່ວມກັນ ຢູ່ນະຄອນຫຼວງພະນົມເປັນ ໃນວັນທີ 5 ກັນຍາ 2017 ໂດຍໄດ້ຕົກລົງກັນຮ່າງກົດໝາຍຮ່ວມໃນນາມນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ເຖິງປະທານປະເທດຝຣັ່ງ ເພື່ອສະເໜີໃຫ້ຝຣັ່ງຊ່ວຍສະໜອງແຜນທີ່ ແລະ ເອກະສານທີ່ກ່ຽວຂ້ອງກັບການກຳນົດເສັ້ນຊາຍແດນລະຫວ່າງລາວ ແລະ ກຳປູເຈຍ, ມອບໃຫ້ຄະນະກຳມະການຊາຍແດນສອງຝ່າຍລົງກວດກາພື້ນທີ່ຕົວຈິງ ເພື່ອແກ້ໄຂຈຸດຄົງຄ້າງຊາຍແດນ 4 ຈຸດ ທີ່ຂຶ້ນກັບແຂວງຈຳປາສັກ (ລາວ) ແລະ ແຂວງຊຽງແຕງ (ກຳປູເຈຍ) ແລະ ມອບໃຫ້ອະນຸກຳມະການເຕັກນິກຊາຍແດນສອງປະເທດລົງກວດກາພື້ນທີ່ຕົວຈິງຢູ່ບໍລິເວນຈຸດຄົງຄ້າງແກ້ງຕໍມໍຄອຍ-ຫ້ວຍຕະເງົາ.

ໃນວັນທີ 13 ທັນວາ 2017, ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ໄດ້ສົ່ງຈົດໝາຍເຖິງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນຂອງກຳປູເຈຍ ເພື່ອສະເໜີໃຫ້ຊຸກຍູ້ຄະນະກຳມະການຊາຍແດນກຳປູເຈຍ ລົງກວດກາພື້ນທີ່ຕົວຈິ່ງຮ່ວມກັບຝ່າຍລາວ ຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ແລະ ບໍລິເວຍຊາຍແດນ 4 ຈຸດ ແຕ່ຝ່າຍກຳປູເຈຍ ບໍ່ໄດ້ໃຫ້ຄວາມເອົາໃຈໃສ່ຕໍ່ຂໍ້ສະເໜີດັ່ງກ່າວ.

ຈາກການລົງໄປເບິ່ງພື້ນທີ່ຕົວຈິງ ແລະ ຕາມການສອບຖາມຂໍ້ມູນຈາກທະຫານຊາຍແດນໃຫ້ຮູ້ວ່າ ມາເຖິງປັດຈຸບັນຝ່າຍກຳປູເຈຍ ນອກຈາກບໍ່ປະຕິບັດຕາມຄຳຕົກລົງຂອງສອງນາຍົກລັດຖະມົນຕີແລ້ວ ຍັງໄດ້ດຳເນີນການເຄື່ອນໄຫວຢູ່ບໍລິເວນຈຸດຄົງຄ້າງແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຢ່າງແຂງຂັນ ແລະ ຕໍ່ເນື່ອງອັນໄດ້ເຮັດໃຫ້ສະພາບຢູ່ຕາມບໍລິເວນດັ່ງກ່າວມີຄວາມເຄັ່ງຕຶງ. ໃນນັ້ນ, ຝ່າຍກຳປູເຈຍໄດ້ນຳໃຊ້ພາຫະນະຂົນສົ່ງເຄື່ອນຍ້າຍກຳລັງທະຫານ, ອາວຸດ ແລະ ສະບຽງອາຫານ ຢ່າງເປັນປະຈຳທັງທາງບົກ ແລະ ທາງນ້ຳ, ມີການເຄື່ອນຍ້າຍກຳລັງທະຫານເຂົ້າ-ອອກ ບໍລິເວນດັ່ງກ່າວເປັນຈຳນວນຫຼວງຫຼາຍ ແລະ ໄດ້ຈັດວາງກຳລັງທະຫານຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຝ່າຍກຳປູເຈຍ ໄດ້ເຄື່ອນໄຫວລາດຕະເວນ, ຫ້າມບໍ່ໃຫ້ປະຊາຊົນລາວທຳມາຫາກິນຢູ່ລຳນ້ຳເຊກອງ, ຫ້າມບໍ່ໃຫ້ໄປເກັບກ່ຽວຜົນຜະລິດ ແລະ ລ້ຽງສັດຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຍິ່ງໄປກວ່ານີ້ກຳປູເຈຍ ຍັງໄດ້ບຸກເບີກ ແລະ ທຳລາຍຮ່ອງຮອຍນາເຮືອ, ໄຮ່ເຮື້ອ ທີ່ເປັນຫຼັກຖານຢັ້ງຢືນເຖິງເຂດທຳມາຫາກິນຂອງປະຊາຊົນລາວຢູ່ບໍລິເວນດັ່ງກ່າວ; ຝ່າຍກຳປູເຈຍໄດ້ນຳເອົາພາຫະນະກົນຈັກໜັກເຂົ້າໄປເຂດແກ້ງຕໍມໍຄອຍ-ຫ້ວຍຕະເງົາ ແລະ ໄດ້ບຸກເບີກພູມມິປະເທດຕົວຈິງ ເພື່ອກໍ່ສ້າງເສັ້ນທາງແຕ່ຫ້ວຍອາໄລ ຫາ ແກ້ງກະໂຕມ, ແຕ່ຫ້ວຍອາໄລ ຫາ ທິດໃຕ້ຂອງຫ້ວຍຕະເງົາ ແລະ ຫາຍອດຫ້ວຍຕະເງົາ, ໄດ້ສ້າງຂົວຂ້າມນ້ຳຢູ່ບໍລິເວນດັ່ງກ່າວ ຈຳນວນ 5 ແຫ່ງ ແລະ ຝ່າຍກຳປູເຈຍໄດ້ໃຊ້ຍົນບໍ່ມີຄົນຂັບ (Drone) ບິນເລິກເຂົ້າມາໃນດິນແດນລາວ ຢູ່ເຂດເມືອງສະໜາມໄຊ, ແຂວງອັດຕະປືຫຼາຍຄັ້ງ.

ຕໍ່ກັບບັນຫາດັ່ງກ່າວນີ້, ໃນວັນທີ 14 ທັນວາ 2017 ກະຊວງການຕ່າງປະເທດຂອງລາວ ໄດ້ສົ່ງຈົດໝາຍເຖິງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນຂອງກຳປູເຈຍ ສະບັບເລກທີ 2959/ຫກ ເພື່ອປະທ້ວງໃຫ້ຝ່າຍກຳປູເຈຍ ຢຸດເຊົາການກໍ່ສ້າງກິດຈະການ ແລະ ການເຄື່ອນໄຫວຕ່າງໆຢູ່ບໍລິເວນນັ້ນ.

ສະຫຼຸບລວມແລ້ວ, ການບຸກເບີກເສັ້ນທາງໃກ້ກັບບໍລິເວນຊາຍແດນ ທີ່ສອງຝ່າຍຍັງບໍ່ສຳເລັດການສຳຫຼວດຮ່ວມກັນ ຈົນເລິກເຂົ້າໄປໃນບໍລິເວນຈຸດຄົງຄ້າງແກ້ງຕໍມໍຄອຍ-ຫ້ວຍຕະເງົາ ນັ້ນເປັນທີ່ເຂົ້າໃຈໄດ້ວ່າ ແມ່ນການລະເມີດບັນດາຂໍ້ຕົກລົງຂອງຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ເຊິ່ງຕາງໜ້າໃຫ້ແກ່ລັດຖະບານຂອງສອງປະເທດ ເພື່ອແກ້ໄຂຈຸດຄົງຄ້າງດ້ວຍກັນ. ຕໍ່ການເຄື່ອນໄຫວດັ່ງກ່າວ, ອຳນາດການປົກຄອງຂອງ ສປປ.ລາວ ກໍ່ໄດ້ພະຍາຍາມຊອກຊ່ອງທາງ ເພື່ອແກ້ໄຂສະຖານະການໃຫ້ຜ່ອນຄາຍລົງ, ແຕ່ຝ່າຍກຳປູເຈຍ ບໍ່ພຽງແຕ່ລະເມີດຂໍ້ຕົກລົງລະຫວ່າງສອຝ່າຍ ດັ່ງທີ່ກຳນົດອອກໃນ 4 ຫຼັກການ ແລະ ບັນດາບົດບັນທຶກຮ່ວມຂອງສອງຄະນະກຳມະການຊາຍແດນ ແຕ່ຍັງໄດ້ເຄື່ອນກຳລັງເລິກເຂົ້າໄປໃນບໍລິເວນດັ່ງກ່າວ ໂດຍໃຊ້ກົນອຸບາຍຈົງໃຈຫຼອກລວງໃນການເຈລະຈາ ເພື່ອສ້າງທ່າດີໃຫ້ແກ່ຕົນເອງ ດັ່ງທີ່ຝ່າຍກຳປູເຈຍໄດ້ຂຽນໄວ້ໃນປື້ມປະຫວັດສາຍພົວພັນ

ລະຫວ່າງກຳປູເຈຍ-ລາວ ວ່າ:

“ການເຈລະຈາເປັນພຽງການເຈລະຈາ, ແຕ່ການເຄື່ອນຍ້າຍທັບຂອງກຳປູເຈຍ ຢູ່ໃນເຂດແດນຂອງກຳປູເຈຍ ຈຳເປັນຕ້ອງມີການດຳເນີນໄປຕາມແຜນການ”.

ລິ້ງອ້າງອີງຈາກ : http://www.lass.gov.la/