ຫວ້ານຫາງເຂ້ເຮົາຮູ້ຈັກກັນດີວ່າມີປະໂຫຍດພາຍນອກຮ່າງກາຍໃນການນຳມາທາບາດແຜໄຟໄໝ້, ນ້ຳຮ້ອນລວກ, ບຳລຸງຜິວ, ບຳລຸງຜົມ ແຕ່ຫວ້ານຫາງແຂ້ຍັງມີສັບພະຄຸນທີ່ມີປະໂຫຍດສຳຫລັບສຸຂະພາບນໍາອີກໃນການກິນເປັນນ້ຳຫວ້ານຫາງແຂ້ຫລືວຸ້ນຫວ້ານຫາງແຂ້.
– ຊ່ວຍບຳລຸງຮ່າງກາຍ, ບັນເທົາຄວາມອ່ອນເພຍ ເນື່ອງຈາກພັກຜ່ອນໜ້ອຍ.
– ບຳບັດບາດແຜຊໍ້າເຮື້ອ ແລະ ບາດແຜໃນກະເພາະອາຫານໄດ້ເປັນຢ່າງດີ.
– ສານແອນຊາກວິໂນນ ຊ່ວຍກະຕຸ້ນການປັ້ນຂອງລຳໄສ້, ເຮັດໃຫ້ລະບົບຂັບຖ່າຍເຮັດວຽກໄດ້ເປັນປົກຕິ.
– ມີກົດອະມິໂນ ຫລື ໂປຕີນ ທີ່ຊ່ວຍໃນການກະຕຸ້ນການເຄື່ອນໄຫວຂອງລຳໄສ້.
– ຄວບຄຸມການເຜົາຜານພະລັງງານ.
– ບໍາລຸງຫົວໃຈ.
– ມີແຄວຊ່ຽມ, ແມັກນີຊຽມ, ສັງກະສີ, ວິຕາມິນ A, B C ແລະ E ສູງ.
– ໃຊ້ເປັນຢາລະບາຍ ປິ່ນປົວອາການທ້ອງອືດໄດ້ເປັນຢ່າງດີ.
– ກະຕຸ້ນການໄຫລວຽນເລືອດ, ປ້ອງກັນອາການແຊກຊ້ອນຂອງພະຍາດທີ່ເກີດຈາກຄວາມດັນເລືອດສູງ.
– ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິ.
– ຊ່ວຍເພີ່ມການເຮັດວຽກງານຂອງລະບົບພູມຄຸ້ມກັນໃນຮ່າງກາຍ.
– ຫລຸດລະດັບຄໍເລດເຕີລໍໃນເລືອດ.
ຫວ້ານຫາງແຂ້ ມີປະໂຫຍດຫຼາຍແນວນີ້ເອງຈຶ່ງເຮັດໃຫ້ທຸກຄົນຕ້ອງກິນ…