ບັນຫາກິ່ນປາກ ນອກຈາກຈະຫລຸດຄວາມຫມັ້ນໃຈ ຍັງບອກເຖິງບັນຫາສຸຂະພາບທີ່ຕ້ອງແກ້ໂດຍດ່ວນ ຫາກຍັງຫາຄຳຕອບບໍ່ໄດ້ວ່າ: ບັນຫາມາຈາກໃສ ຄວນເລີ່ມແກ້ທີ່ອາຫານການກິນ ແລະ ການຂັບຖ່າຍເປັນເລື່ອງທໍາອິດໆ.
ການກິນ ອະໂວຄາໂດ ເປັນວິທີງ່າຍໆຢ່າງໜຶ່ງ ທີ່ຊ່ວຍຫລຸດບັນຫານີ້ໄດ້ ເພາະຊີ້ນຂອງອະໂວຄາໂດ ຈະຊ່ວຍກຳຈັດອາຫານທີ່ເນົ່າເສຍຕົກຄ້າງຢູ່ໃນລຳໄສ້ໃຫຍ່ເຊິ່ງເປັນສາເຫດສຳຄັນຂອງກິ່ນປາກ ໃຫ້ໝົດໄປ.
ນອກຈາກນີ້ກໍ່ຢາກໃຫ້ລອງນ້ຳຢາບ້ວນປາກສູດສົ້ມ ແບບທຳມະຊາດດັ່ງຕໍ່ໄປນີ້ ສ່ວນປະສົມກໍ່ບໍ່ຫຍຸ້ງຍາກ ໂດຍມີ:
– ນໍ້າບີບຈາກຂີງສົດ 1 ບ່ວງ.
– ນໍ້າໝາກນາວ 1 ບ່ວງ
– ນໍ້າອຸ່ນ 1 ຈອກ.
ປະສົມໃຫ້ເຂົ້າກັນ ບ້ວນປາກມື້ລະເທື່ອ ຫລັງຖູແຂ້ວໃນຕອນເຊົ້າ
ສ່ວນເລື່ອງການປັບລະບົບຂັບຖ່າຍໃຫ້ສົມດຸນນັ້ນ ໂຕຊ່ວຍທີ່ດີທີ່ສຸດ ກໍ່ຄືການອອກກຳລັງກາຍຢ່າງສະໝໍ່າສະເໝີ.
ສຸຂະພາບດີບໍ່ແມ່ນພຽງແຕ່ເບິ່ງແຍງແຕ່ພາຍນອກເທົ່ານັ້ນ ແຕ່ຕ້ອງເບິ່ງແຍງຈາກພາຍໃນນໍາ ລອງເອົາເຄັດລັບດີໆແບບນີ້ໄປເຮັດກັນເບິ່ງ