ໄຂ່ລູກເຂີຍເປັນອາຫານທີ່ເຮັດບໍ່ຍາກແຖມຍັງແຊບອີກ ມາເບິ່ງວິທີເຮດເລີຍ…
ເຄື່ອງປະກອບ:

-ໄຂ່ 10 ໜ່ວຍ
– ນຳ້ຕານ 1/2 ຖ້ວຍນ້ອຍ
-ນຳ້ໝາກຂາມປຽກ 1 ຖ້ວຍນ້ອຍ
– ຜັກທຽມແຫ້ງ 10 ຫົວ

-ຜັກບົ່ວແຫ້ງ 10 ຫົວ
– ໝາກເຜັດແຫ້ງ 10 ໜ່ວຍ
– ຫອມປ້ອມ 1 ມັດ
-ນຳ້ 1 ຖ້ວຍນ້ອຍ

– ນຳ້ມັນພືດ 0.5 ລິດ
– ນຳ້ປາ 4 ບ່ວງແກງ
-ເກືອ 1 ບ່ວງແກງ
-ໄຂ່ລູກເຂີຍ
– ໄຂ່ລູກເຂີຍ
ການກະກຽມ:

ໄຂ່ຕົ້ມໃຫ້ສຸກປອກກາບອອກປະໄວ້ໃຫ້ເຢັນ, ຜັກບົ່ວຜັກທຽມແຫ້ງແກະກາບອອກນຳມາຊອຍບາງໆ ຈືນໃຫ້ເຫລືອງຫອມ, ໝາກເຜັດໃຫ້ຊອຍຕາມລວງຍາວນຳມາຈືນໃຫ້ກອບ, ຫອມປ້ອມເດັດເອົາແຕ່ໃບ.
ວິທີປຸງ ໄຂ່ລູກເຂີຍ:
ນຳໄຂ່ທີ່ປອກແລ້ວມາຈືນໃຫ້ເຫລືອງແລ້ວຜ່າເຄິ່ງຕາມລວງຍາວ ຈັດໃສ່ຈານປະໄວ້.

ເອົານຳ້ຕານຂ້ຽວໃຫ້ໜຽວເປັນຢາງ, ໃສ່ນຳ້, ນຳ້ປາ, ນຳ້ໝາກຂາມປຽກ, ເກືອ ໃຫ້ມີລົດຊາດສົ້ມຫວານ ເຄັມເລັກນ້ອຍ ແລ້ວນຳມາລາດໃສ່ໄຂ່ທີ່ຈັດໄວ້ ໂຮຍດ້ວຍໝາກເຜັດ, ຜັກບົ່ວຜັກທຽມຈຽວ ແລະ ໃບຫອມປ້ອມ ນຳໄປເສີບໄດ້.
ຂອບໃຈທີມາ: kubkhao.com