ຈັບສອງອ້າຍນ້ອງລັກລົດໃຫຍ່ ພິດໄພຂອງຢານະລົກແລະຕິດເກມອອນລາຍ

0
2028

ປກສ ນະຄອນຫຼວງວຽງຈັນ: ນໍາຈັບ 2 ອ້າຍ-ນ້ອງ ພ້ອມລົດກະບະຂອງກາງຫຼັງກໍ່ເຫດລັກໄດ້ 1 ວັນ

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຕໍາຫຼວດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ຜູ້ເສຍຫາຍ ໃນວັນທີ 11 ຕຸລາ 2020 ວ່າ: ໄດ້ມີເຫດຄົນຮ້າຍມາລັກລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ທີ່ຈອດໄວ້ໜ້າເຮືອນ ຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 2 ຄົນ ພ້ອມເກັບກູ້ຂອງກາງມາໄດ້ໂດຍໃຊ້ເວລາ 1 ວັນ.

ຫຼັງເກີດເຫດ ທ້າວ ປັກທະວີ, ອາຍຸ 27 ປີ, ອາຊີບກໍາມະກອນ ແລະ ທ້າວ ອຸໄທ, ອາຍຸ 20 ປີ, ອາຊີບກຳມະກອນ ທັງ 2 ຄົນ ຢູ່ບ້ານຮ່ອງຄ້າໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜູ້ກໍ່ເຫດທັງ 2 ຄົນແມ່ນເປັນອ້າຍນ້ອງກັນ; ເຊິ່ງຜ່ານການສອບສວນເບື້ອງຕົ້ນ ທ້າວ ອຸໄທ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 11 ຕຸລາ 2020 ຕົນເອງ ແລະ ໝູ່ຄົນ 1 ໄດ້ໄປລັກເອົາລົດກະບະ ສີຂາວເລກທະບຽນ ກທ 6239 ກໍາແພງນະຄອນ ທີ່ຈອດປະໄວ້ຢູ່ເຮືອນ ເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ. ແລ້ວກໍໄດ້ຂັບຂີ່ລົດໄປຈອດໄວ້ທີ່ບ້ານດົງປ່າແຫຼບ (ດິນຫວ່າງ).

ຈາກນັ້ນ ຕົນເອງກໍໄດ້ກັບເມືອບ້ານ ແລະ ບອກໃຫ້ ທ້າວ ປັກທະວີ (ຜູ້ເປັນອ້າຍ) ຕິດຕໍ່ຄົນມາຊື້ລົດຄັນດັ່ງກ່າວ. ມາຮອດວັນທີ 12 ຕຸລາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກທັງ 2 ຄົນ, ພ້ອມລົດຄັນທີ່ລັກມາ.

ສໍາລັບຂອງກາງຄະດີ ລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ພັທ ສອນເພັດ ພິຈິດ ໄດ້ມອບຄືນໃຫ້ ນາງ ນວນຈັນ ບົວໃບອ່ອນ ເຈົ້າຂອງລົດ. ໃນວັນທີ 13 ຕຸລາ 2020 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here