ປາກກະດິງ ທຳລາຍສິນຄ້າເສື່ອມຄຸນນະພາບ ມູນຄ່າເກືອບ 24 ລ້ານກີບ

0
1941

ໃນຕອນເຊົ້າວັນທີ 15 ຕຸລາ 2020 ຢູ່ #ຫ້ອງການສາທາລະນະສຸກເມືອງປາກກະດິງ #ແຂວງບໍລິຄຳໄຊ ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນນະພາບ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ທ່ານ ດຣ ຂັນທອງ ວົງໂກສີ ຮັກສາການຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ເຂົ້າຮ່ວມ.ຜ່ານມາຫ້ອງການສາທາລະນະສຸກ, ອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ປ່າໄມ້, ປກສ, ເຕັກໂນໂລຊີ, ຖວທ, ການເງິນ ແລະ ຫ້ອງການແຜນການ ແລະ ການລົງທຶນ ໄດ້ລົງຕິດຕາມ-ກວດກາ ບັນດາຮ້ານຂາຍເຄື່ອງທີ່ີເປັນເປົ້າໝາຍ ຢູ່ພາຍໃນເມືອງ ເພື່ອກວດກາຄຸນນະພາບອາຫານສຳເລັດຮູບ, ຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ,

ການຈັດຕັ້ງປະຕິບັດປະຈຳໄຕມາດ III ໄດ້ເຄື່ອນໄຫວໃນລະຫວ່າງວັນທີ 14 ຫາ 23 ກັນຍາ 2020 ຜ່ານມາ ໂດຍໄດ້ກວດຮ້ານຂາຍເຄື່ອງຍ່ອຍ ແລະ ຂາຍເຄື່ອງສົ່ງ 180 ຮ້ານ ພົບອາຫານໝົດອາຍຸ-ເສື່ອມຄຸນນະພາບຢູ່ 94 ຮ້ານ, ມີ 50 ລາຍການ, ເຄື່ອງບໍລິໂພກເສື່ອມຄຸນທີ່ກວດພົບ ສ່ວນຫລາຍແມ່ນ ເຂົ້າໜົມ, ເຄື່ອງດື່ມ, ນ້ຳອັດລົມ, ໝີ່ສຳເລັດຮູບ, ເຄື່ອງປຸງແຕ່ງອາຫານໃນຄົວເຮືອນ ແລະ ເຄື່ອງສຳອາງຈຳນວນໜຶ່ງ.ນອກນີ້ ຍັງພົບຢາປົວພະຍາດທີ່ວາງຂາຍຕາມຮ້ານຂາຍເຄື່ອງຍ່ອຍ ທີ່ບໍ່ແມ່ນຮ້ານຂາຍຢາ ຈຳວນ 3 ຮ້ານ, ມີ 18 ລາຍການ ລວມມູນຄ່າທັງໝົດ 23.497.500ກີບ.

ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງປາກກະດີງ ຈຶ່ງໄດ້ອາຍັດໄວ້ ແລະ ມາຮອດຕອນເຊົ້າວັນທີ 15 ຕຸລາ 2020 ຈຶ່ງໄດ້ຈັດພິທີທຳລາຍຢ່າງເປັນທາງການ ດ້ວຍການຈູດຖີ້ມ.

LEAVE A REPLY

Please enter your comment!
Please enter your name here