ພະຍາກອນອາກາດປະຈຳວັນທີ 17 /10/2020. ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ແຂວງພາກໃຕ້ຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອ ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫ່ຍ, ສ່ວນພາກເໜືອ ຫາ ພາກກາງຂອງປະເທດລາວ ຄວາມກົດດັນອາກາດສູງຈາກປະເທດຈີນໄດ້ແຜ່ລົງມາປົກຄຸມດ້ວຍກໍາລັງອ່ອນ ຫາ ປານກາງ,
![](https://tholakhong.com/wp-content/uploads/2020/10/FB_IMG_1602916624214.jpg)
ຊຶ່ງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປ ໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
![](https://tholakhong.com/wp-content/uploads/2020/10/FB_IMG_1602916621323.jpg)
ແຈ້ງເຕືອນລະດັບແມ່ນໍ້າສາຂາ ແກ້ງກອກ (ເຊຈໍາພອນ), ແມ່ນໄດ້ສູງກ່ວາເຂດລະວັງໄພ, ແກ້ງໂດນ (ເຊບັ້ງຫຽງ) , ເຊໂປນ (ເຊບັ້ງຫຽງ) ແລະ ລະຫານໍ້າ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນຍັງສູງກ່ວາເຂດອັນຕະລາຍ.
![](https://tholakhong.com/wp-content/uploads/2020/10/FB_IMG_1602916627049.jpg)
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໃສຢູ່ເຂດແຂວງດັ່ງກ່ວາ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.
![](https://tholakhong.com/wp-content/uploads/2020/10/Screenshot_20201017_133044-641x1024.jpg)