8 ເມືອງຂອງແຂວງສະຫວັນນະເຂດ ພວມປະສົບອຸທົກກະໄພ

0
2084

ສະຫວັນນະເຂດ: ປັດຈຸບັນນີ້, 8 ເມືອງຢູ່ແຂວງສະຫວັນນະເຂດ ຄື: ເມືອງ ສອງຄອນ, ຈໍາພອນ, ຊົນນະບູລີ, ທ່າປາງທອງ, ວິລະບູລີ, ເຊໂປນ, ພີນ ແລະ ເມືອງນອງຍັງຖືກນໍ້າຖ້ວມຂັງເປັນວົງກວ້າງຍ້ອນຝົນຍັງສືບຕໍ່ຕົກ ຊຶ່ງໄດ້ເຮັດໃຫ້ແມ່ນໍ້າຫຼາຍສາຍ, ລວມທັງຫ້ວຍຮ່ອງຕ່າງໆນໍ້າຍັງຍຶ່ງຂຶ້ນ, ໄຫຼເຂົ້າ ຖ້ວມ ເຮືອນຊານ, ຮົ້ວສວນ ແລະ ເນື້ອທີ່ນາຂອງປະຊາຊົນຢູ່.

ໃນຈຳນວນ 8 ເມືອງທີ່ກ່າວມາມີ 4 ເມືອງທີ່ຖືກກະທົບໜັກຈາກນໍ້າຖ້ວມໃນຄັ້ງນີ້ ຄື: ເມືອງວິລະບູລີ, ເມືອງເຊໂປນ, ເມືອງພີນ ແລະ ເມືອງນອງ ຊຶ່ງໃນໄລຍະທີ່ຜ່ານມາສະພາບນໍ້າຖ້ວມໄດ້ຫຼຸດລົງ ເກືອບຈະປົກກະຕິແລ້ວ ແຕ່ພະຍຸ ນັງກາໄດ້ເຂົ້າມາປົກຄຸມນັບແຕ່ວັນທີ 15 ຕຸລາ ຮອດປັດຈຸບັນ, ຈຶ່ງເຮັດໃຫ້ຝົນຍັງສືບຕໍ່ຕົກ ແລະ ເຮັດໃຫ້ນໍ້າຍຶ່ງຂຶ້ນຖ້ວມຕື່ມອີກເປັນຮອບທີ 3.

ຜົນເສຍຫາຍເບື້ອງຕົ້ນຢູ່ 3 ເມືອງດັ່ງກ່າວກໍຄືເຮືອນປະຊາຊົນທີ່ເປັນຊັ້ນດຽວ ແລະ ຊັ້ນທີໜຶ່ງຂອງເຮືອນ ສອງຊັ້ນ, ເລົ້າເຂົ້າຖືກນໍ້າຖ້ວມ ແລະ ເປ່ເພຈໍານວນໜຶ່ງ. ນອກນັ້ນຍັງມີເນື້ອທີ່ນາທີ່ກໍາລັງຈະເກັບກ່ຽວ ແລະ ເກັບກ່ຽວມາໄດ້ໄລຍະໜຶ່ງແລ້ວກໍຖືກນໍ້າຖ້ວມ, ເສັ້ນທາງຫຼາຍບ່ອນ, ໜອງປາ, ຊົນລະປະທານກໍ່ໄດ້ຮັບຜົນເສຍຫາຍເຊັ່ນກັນ.

LEAVE A REPLY

Please enter your comment!
Please enter your name here