ເມືອງນອງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໜັກໜ່ວງແທ້ໆ

0
1999

ສະຫວັນນະເຂດ: ເມືອງນອງແມ່ນໜຶ່ງໃນ 8 ເມືອງຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຄັ້ງນີ້ເຫັນວ່າໄດ້ຮັບຜົນກະທົບຢ່າງໜັກໜ່ວງກວ່າຄັ້ງທີ່ຜ່ານມາ ເຊິ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ ເປັນຕົ້ນແມ່ນທາງດ້ານພື້ນຖານໂຄງລ່າງ,ຜົນຜະລິດ ແລະ ອື່ນໆ ທີ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ໃນປັດຈຸບັນ.

ຕໍ່ສະພາບການດັ່ງກ່າວນີ້ ທາງການນຳເມືອງນອງພ້ອມດ້ວຍຄະນະ ກໍ່ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງນຳພາໂດຍ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ໃນການລົງຕິດຕາມຄັ້ງນີ້ແມ່ນໄດ້ໃຊ້ເຮືອຂີ່ເລາະເບິ່ງຜົນເສຍຫາຍລຽບຕາມແຄມເຊລະນອງ ແລະເຊລູເຂດປູນຍາງ ເພາະທຸກເຂດຂອງເມືອງນອງແມ່ນບໍ່ສາມາດໄປທາງລົດໄດ້.

ນາປີຂອງປະຊາຊົນທີ່ສຸກ ແລະພວມຈະເກັບກ່ຽວດ້ວຍກະແສນ້ຳທີ່ໄຫຼແຮງໄດ້ພັດເອົາກໍເຂົ້າລົ້ມເປັນຮາບພຽງ,ສວນກ້ວຍ,ສວຍຫວາຍ,ມັນຕົ້ນຖືກນ້ຳຖ້ວມຂັງ ຈົມຢູ່ພື້ນນ້ຳ,ຂົວເຊລູທາງໄປຈຸດສຸມຕັງອາໄລ ບໍລິເວນຫົວຂົວຖືກນ້ຳກັດເຊາະ ແລະຍຸບຕົວລົງເລິກ ແລະເປັນວົງກວ້າງ ,ເລິກ 3ແມັດ,ຍາວ 25ແມັດ,ກວ້າງ 15ແມັດດ້ວຍຄວາມແຮງຂອງນ້ຳໄຫລຜ່ານເສັ້ນທາງເຮັດໃຫພື້ນໜ້າ້ທາງລອກອອກ,ຂົວຫ້ວຍລະຜຽກແຕ່ເທດສະບານເມືອງໄປຫາ ບ້ານ ອາລັອງຖືກຕັດຂາດເປ້ເພ ຍາວ 15ແມັດ,ກວ້າງ3ແມັດປະຈຸບັນທາງຫ້ອງການ ຍທຂ ພ້ອມປະຊາຊົນກຳລັງສ້ອມແປງເພື່ອນຳໃຊ້ໄດ້ໃນເບື້ອງຕົ້ນ ແລະລົດຈັກສາມາດທຽວໄດ້,ເສົາໄຟຢູເຂດບ້ານາລົງເກົ່າຖືກນ້ຳເໍຊາະເຮັດໃຫ້ເສົາໄຟກົ່ນ ໄຟດັບແຕ່ວັນທີ 17-19 ແລະກຳລັງໄດ້ຮັບການສ້ອມແປງຢູ່ໃນປະຈຸບັນ.

LEAVE A REPLY

Please enter your comment!
Please enter your name here