ເມືອງຊານໄຊ ແຂວງອັດຕະປື ທຳລາຍປືນແກັບ 42 ກະບອກ

0
2270

ອັດຕະປື: ໃນວັນທີ 18 ຕຸລາ 2020 ນີ້ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍອາວຸດລ່າເນື້ອທີ່ຜິດກົດໝາຍ ປະເພດປືນແກັບຈຳນວນ 42 ກະບອກ ທີ່ທ້ອນໂຮມໄດ້ຈາກປະຊາຊົນ 6 ບ້ານທີ່ຂື້ນກັບກຸ່ມບ້ານວັງຕັດ.ພິທີໄດ້ຈັດຂື້ນທີ່ສະໂມສອນຫ້ອງການກຸ່ມບ້ານວັງຕັດ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸວັນສີ ແກ້ວວີເສີດ ເຈົ້າເມືອງ ເມືອງຊານໄຊ,ມີທ່ານ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື,ມີ ປກສ ກຸ່ມບ້ານ,ປກສບ້ານ,ມີອຳນາດການປົກຄອງບ້ານ 6 ບ້ານ ທີ່ຂື້ນກັບກຸ່ມບ້ານວັງຕັດເຂົ້າຮ່ວມ.

ທ່ານ ຮອ ຄຳພີນ ໄຊຍະພຽນ ຫົວໜ້າ ປກສ ກຸ່ມບ້ານວັງຕັດ ໄດ້ກ່າວວ່າ: ອາວຸດລ່າເນື້ອປະເພດປືນແກັບ ທີ່ນຳມາທຳລາຍໃນຄັ້ງນີ້ ມີທັງໝົດ 42 ກະບອກ, ໃນນັ້ນ ໄດ້ທ້ອນໂຮມມາຈາກບ້ານດາກບ໊ອກ 26 ກະບອກ ແລະ ບ້ານໜອງທົ່ງໄກ່ໂອກ 16 ກະບອກ.ສ່ວນອີກ 4 ບ້ານທີ່ຍັງເຫຼືອ ແມ່ນຈະໄດ້ສືບຕໍ່ທ້ອນໂຮມ ແລະ ນຳມາທຳລາຍໃນຄັ້ງຕໍ່ໄປ.

ໃນພິທີຄະນະປະທານກໍໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ອຳນາດການປົກຄອງບ້ານ,ກຳລັງ ປກສ ກຸ່ມບ້ານ,ປກສ ບ້ານ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ວຽກງານທ້ອນໂຮມອາວຸດລ່າເນື້ອ,ອາວຸດເສິກ,ທາດແຕກ,ທາດລະເບີດ ແລະ ອຸປະກອນອື່ນໆທີ່ບໍ່ຖືກຕ້ອງຕາມລະບຽບກົດ ໝາຍ ແນໃສ່ເຮັດໃຫ້ ແຂວງອັດຕະປື ເວົ້າລວມ,ເວົ້າສະເພາະ ແມ່ນເມືອງຊານໄຊ ມີສະຖຽນລະພາບທາງດ້ານການເມືອງ,ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ກ້າວໄປເຖິງເຮັດໃຫ້ຄວາມອຸດົມສົມບູນຂອງສັດປ່າ ກັບຄືນມາສູ້ທໍາມະຊາດ ເທື່ອລະກ້າວ.

ໂອກາດດັ່ງກ່າວໃນພິທີ ບັນດາຜູ້ເຂົ້າຮ່ວມທັງໝົດ ກໍໄດ້ພ້ອມກັນຈູດທຳລາຍອາວຸດລ່າເນື້ອປະເພດປືນແກັບຈຳນວນດັ່ງກ່າວຖີ້ມຢ່າງເປັນທາງການ.

ປກສ ແຂວງອັດຕະປື
ຂ່າວ:ເສົາດາລົງ ເພັດສົງຄາມ

LEAVE A REPLY

Please enter your comment!
Please enter your name here