ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະດໍາເນີນ ແຕ່ວັນທີ 27 ຕຸລາ ເຖິງວັນທີ 17 ພະຈິກ 2020
 

0
1801

ຕອນບ່າຍວັນທີ  20 ຕຸລາ 2020 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ  ຫຼັກ 6 ນະຄອນຫລວງວຽງຈັນ ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ:

ປະຕິບັດຕາມມາດຕາ 57 ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະມາດຕາ 60 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງປີ 2020 ກ່ຽວກັບກອງປະຊຸມທ້າຍສະໄໝ ຂອງສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ;

ປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບ ເລກທີ 57/ຄປຈ, ລົງວັນທີ 07 ຕຸລາ 2020 ວ່າດ້ວຍການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.

ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດ ສ້າງຕັ້ງ ໄດ້ປະສານສົມທົບກັບລັດຖະບານ, ກະຊວງ, ອົງການ, ສູນກາງແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນການກະກຽມເນື້ອໃນຂອງແຕ່ລະພາກສ່ວນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ມາເຖິງປັດຈຸບັນນີ້ເຫັນວ່າຄົບຖ້ວນ ແລະສອດຄ່ອງກັບລະບຽບການ.

ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີແລະຖື ເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດຳ ເນີນກອງປະຊຸມສະ  ໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້:

– ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນອັງຄານ, ວັນທີ 27 ຕຸລາ ແລະ ຈະດໍາເນີນໄປເຖິງວັນອັງຄານ, ວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາ ດໍາເນີນ ກອງປະຊຸມທັງໝົດ 16 ວັນ (ບໍ່ລວມວັນພັກລັດຖະການ). 

– ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງ ການລາຍງານ, ພິຈາລະນາ ແລະຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້:

1. ພາກລາຍງານຂອງລັດຖະບານ:

1.1.  ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020 ແລະແຜນການ ປະຈໍາປີ 2021;

1.2. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະແຜນການປະຈຳປີ 2021;

1.3. ທາບທາມຮ່າງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ແຜນງົບປະມານແຫ່ງລັດ 5 ປີ (2016-2020); ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະແຜນງົບປະ ມານແຫ່ງລັດ 5 ປີ (2021-2025);

1.4. ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບແຜນຜັງລວມຕົວເມືອງນະ ຄອນຫຼວງວຽງຈັນ.
   

2. ພາກລາຍງານຂອງອົງການກວດສອບແຫ່ງລັດ:

2.1. ພິຈາລະນາ, ຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2020 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການປະ ຈໍາປີ 2021;

2.2. ພິຈາລະນາ, ຮັບຮອງບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019.

3. ພາກລາຍງານຂອງອົງການກວດກາລັດຖະບານ:
ພິຈາລະນາ, ຮັບຮອງບົດລາຍງານການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງອົງການກວດກາລັດຖະບານ.

4. ພາກລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ:

4.1. ພິຈາລະນາ, ຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດ ແຜນການ ປະຈໍາປີ 2020 ແລະທິດທາງແຜນການເຄືີ່ອນໄຫວວຽກງານ 5 ປີ (2021-2025), ແຜນການ ປະຈໍາປີ 2021;

4.2. ພິຈາລະນາ, ຮັບຮອງບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2020 ແລະທິດທາງແຜນການເຄືີ່ອນໄຫວວຽກງານ 5 ປີ (2021-2025), ແຜນການ ປະຈໍາປີ 2021.

5. ພາກລາຍງານຂອງສະພາແຫ່ງຊາດ:

5.1. ພິຈາລະນາ, ຮັບຮອງບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2020 ແລະແຜນການ ປະຈໍາປີ 2021; 

5.2. ທາບທາມຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາ ແຫ່ງຊາດ ຊຸດທີ IX;

6. ພາກລາຍງານການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ:

6.1. ພິຈາລະນາ, ຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາ ແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການແກ້ໄຂຜົນການກວດສອບ ແລະ ຜົນການກວດກາ ໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ ແລະການຈັດເກັບລາຍຮັບ;

6.2. ພິຈາລະນາ, ຮັບຮອງບົດລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈໍາສະພາ ແຫ່ງຊາດ  ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ, ການບໍລິການໃນຮ້ານ ບັນເທິງ ແລະ ຮ້ານກິນດື່ມ.

7. ພິຈາລະນາ, ຮັບຮອງເອົາການສ້າງ ແລະປັບປຸງກົດໝາຍ ຈໍານວນ 5 ສະບັບ ໃນນີ້ມີ
ກົດໝາຍສ້າງໃໝ່ 4 ສະບັບ ຄື:

7.1. ຮ່າງກົດໝາຍວ່າດ້ວຍຊັ້ນນັກການທູດ;

7.2. ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ;

7.3. ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ;

7.4. ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ;
  ກົດໝາຍປັບປຸງ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.

ອີກເທື່ອໜຶ່ງ, ໃນນາມຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂ້າພະເຈົ້າຂໍເຊີນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນ ທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້.

ໃນໄລຍະດຳເນີນກອງປະຊຸມສະ ພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:


• ໂທລະສັບບໍ່ເສຍຄ່າ ໝາຍເລກ: 156
• ໂທລະສານ       ໝາຍເລກ: 021 413528
• ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662
• ສົ່ງອີເມວ: [email protected]

LEAVE A REPLY

Please enter your comment!
Please enter your name here