ຂ່າວດ່ວນ! ເລັ່ງຊ່ວຍປະຊາຊົນເມືອງສອງຄອນໜີນໍ້າຖ້ວມ

0
3241

ເມືອງສອງຄອນ: ລາຍງານຈາກ ນັກຂ່າວເມືອງສອງຄອນ ໃຫ້ຮູ້ວ່າ: ສະຖານະການນ້ຳຖ້ວມລ່າສຸດ ໃນຕອນເຊົ້າມື້ນີ້ ວັນທີ 21 ຕຸລາ 2020 ລະດັບນ້ຳເຊບັງຫຽງຍັງຄົງເພີ່ມຂື້ນຢ່າງຕໍ່ເນື່ອງ ເວລາ 5:30 ນາທີ ຢູ່ສະຖານີລະຫານ້ຳ ວັດແທກ ໄດ້ 18,50ແມັດ ສູງກາຍເຂດອັນຕະຫລາຍ ເຖິງ 3,50ແມັດ ເພາະ ເຂດອັນຕະລາຍແມ່ນ 15 ແມັດ.

ຫລາຍພື້ນທີ່ຂອງເມືອງ ລຽບສາຍເຊບັງຫຽງ ມີ 21 ບ້ານ ລວມມີ 4 ກຸ່ມບ້ານທີ່ໄດ້ຮັບຜົນກະທົບໃນຂະນະນີ້ ຄື ກຸ່ມບ້ານທີ 6, 10,11 ແລະ ກຸ່ມບ້ານທີ12.ລະດັບນ້ຳເລີ່ມໄຫຼເຂົ້າຖ້ວມເຮືອນຊານຂອງປະຊາຊົນ ເປັນບໍລິເວນກວ້າງ, ສະຖານະການໜ້າເປັນຫວ່ງ.

ແຂວງສະຫວັນນະເຂດ ໄດຈັດສົ່ງກຳລັງທະຫານເມືອງ, ເຈົ້າໜ້າທີ່ຕຳຫລວດຈາກກອງບັນຊາການ ປກສເມືອງ ແລະ ຂໍກຳລັງຈາກກອງພັນທະຫານຮາບທີ4ແລະທີ5, ເຂົ້າຊ່ວຍເຫຼືອປະຊາຊົນອົບພະຍົບໄປເຂດປອດໄພ.

.

.

.

.

.

.

.

LEAVE A REPLY

Please enter your comment!
Please enter your name here