ຫາລືສຸກເສີນການຟື້ນຟູຜົນກະທົບຈາກໄພພິບັດ ຕ້ອງໃຫ້ທັນສະພາບການ

0
1629

ລັດຖະບານ: ໃນວັນທີ 20 ຕຸລາ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ ໄດ້ມີກອງປະຊຸມສຸກເສີນຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອຕອບໂຕ້ໄພພິບັດນ້ຳຖ້ວມ ທີ່ກຳລັງເກີດຂຶ້ນຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ມີຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານສະພາບໄພພິບັດທີ່ເກີດຂຶ້ນ ໂດຍລວມຢູ່ບັນດາແຂວງໃນທົ່ວປະເທດ ໂດຍສະເພາະແມ່ນໄພນ້ຳຖ້ວມທີ່ກຳລັງເກີດຂຶ້ນ ຢູ່ແຂວງສະຫວັນນະເຂດ, ສະພາບການແຈ້ງຂ່າວເຕືອນໄພ ແລະ ການປ່ອຍນ້ຳຢູ່ບັນດາເຂື່ອນ, ພ້ອມທັງຮັບຟັງຄວາມຄືບໜ້າການແກ້ໄຂຟື້ນຟູຫລັງໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ການປະກອບຄຳຄິດຄຳເຫັນ ຕໍ່ມາດຕະການ ແລະ ວິທີການແກ້ໄຂຟື້ນຟູຄວາມເສຍຫາຍ ຈາກໄພພິບັດທຳມະຊາດທີ່ເກີດຂຶ້ນ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນວ່າ: ຊ່ວງໄລຍະທ້າຍປີ 2019 ຫາຕົ້ນປີ 2020 ສປປ ລາວ ພວກເຮົາໄດ້ຮັບຜົນກະທົບຢ່າງໜັກ ຈາກການລະບາດຂອງພະຍາດ COVID-19 ແລະ ກໍຍັງໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດຕື່ມອີກ ເປັນຕົ້ນໄພນ້ຳຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພາຍຸ, ແຜ່ນດິນໄຫວ ລວມເຖິງສັດຕູພືດທໍາລາຍຜົນຜະລິດຂອງປະຊາຊົນ, ເຊິ່ງທັງໝົດນີ້ ແມ່ນໄດ້ສ້າງຄວາມເສຍຫາຍຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງ ແລະ ເສດຖະກິດຂອງປະເທດ.

ດັ່ງເຫດການໄພນ້ຳຖ້ວມ ທີ່ກຳລັງເກີດຂຶ້ນຢູ່ແຂວງສະຫວັນນະເຂດ ຢູ່ 8 ເມືອງ ຄື: ເມືອງພີນ, ເຊໂປນ, ເມືອງນອງ, ທ່າປາງທອງ, ສອງຄອນ, ຈຳພອນ, ຊົນນະບູລີ ແລະ ເມືອງວິລະບູລີ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 90 ບ້ານ, 2.874 ຄອບຄົວ, 15 ພັນກວ່າຄົນ, ມີເຮືອນເສຍຫາຍຈຳນວນ 35 ຫລັງ.

ນອກນີ້, ພື້ນທີ່ຜົນຜະລິດ, ສັດລ້ຽງ, ຊົນລະປະທານ, ເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ ແລະ ຊັບສີນອື່ນໆເປ່ເພເສຍຫາຍ. ຕໍ່ສະພາບດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດພວກເຮົາ ຕ້ອງເອົາໃຈໃສ່ຊອກຫາວິທີການ ແລະ ມາດຕະການຟື້ນຟູຊ່ວຍເຫລືອໃຫ້ທັນການ ແລະ ມີປະສິດທິຜົນ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ

LEAVE A REPLY

Please enter your comment!
Please enter your name here