ບ້ານໃຫ່ຍປາກທາ ບ້ານໂພນທອງ ແລະ ບ້ານຫ້ວຍທອງ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຮັບຮອງເປັນຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ

0
1766

ບໍ່ແກ້ວ: ພິທີ ຮັບຮອງຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ຂອງບ້ານໃຫ່ຍປາກທາ, ບ້ານໂພນທອງ ແລະ ບ້ານຫ້ວຍທອງ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ມີຂື້ນ ໃນວັນທີ 21 ຕຸລານີ້ ທີ່ຫ້ອງປະຊຸມບ້ານໃຫ່ຍປາກທາ ເຂົ້າຮວມມີທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ ທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງບໍ່ແກ້ວ ມີອຳນາດການປົກຄອງບ້ານທັງ 3 ບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ແຂກເຊີນຂອງເມືອງ ເຂົ້າຮວມ.

ທ່ານ ສູນທອນ ອຸດທະຍາ ຕ່າງໜ້າໃຫ້ອຳນາດການປົກຄອງບ້ານທັງ 3 ບ້ານໄດ້ກ່າວວ່າ: ຜ່ານການປະເມີນຄອບຄົວຕາມ 3 ມາດຖານການປະເມີນການພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ມີຄອບຄົວທີໄດ້ຮັບຮອງເປັນຄອບຄົວພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ໄດ້ທັງໝົດ 684 ຄອບຄົວ ໃນນີ້ການປະເມີນບ້ານພັດທະນາຕາມ 6 ມາດຖານແມ່ນໄດ້ປະຕິບັດເຊັນວ່າ:

ມາດຖານທີ1 ສະມາຊິກພາຍໃນບ້ານຜູ້ທີມີອາຍຸແຕ່14-60ປີ ໄດ້ຮັບການສຶກສາອົບຮົມ ຮຽນຮູ້ລະບຽບກົດໝາຍຕ່າງໆກວມເອົາ 85%,

ມາດຖານທີ2 ມີຜູ້ຮັບຜິດຊອບວຽກງານແຮງງານ ແລະ ສະຫວັດດີການສັງຄົມປະຈຳບ້ານ ກວມເອົາ 100%,

ມາດຖານທີ3 ມີປື້ມບັນທຶກຂໍ້ມູນສະຖິຕິດ້ານແຮງງານ ແລະ ສະຫວັດດີການສັງຄົມທີເປັນລະບົບກວມເອົາ 100%,

ມາດຖານທີ4 ກຳລັງແຮງພາຍໃນຄອບຄົວມີອາຍຸແຕ່ 14-60ປີ ມີວຽກເຮັດງານທຳຕາມຄວາມຮູ້ຄວາມສາມາດ ກວມເອົາ 92%,

ມາດຖານທີ5 ການຄຸ້ມຄອງແຮງງານລາວ ແລະ ແຮງງານຕ່າງປະເທດພາຍໃນບ້ານທີ່ຖືກຕ້ອງຕາມລະບຽບກົດໝາຍປະຕິບັດໄດ້ 100% ແລະ

ມາດຖານທີ6 ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ທີດີ ແລະ ມີກອງທືນຊ່ວຍເຫຼືອເຊິງກັນ ແລະ ກັນປະຕິບັດໄດ້ 100%

ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງ ທ່ານ ເຈົ້າເມືອງປາກທາ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວ ແລະ ໃບຢັ້ງຢືນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ເປັນກຽດມອບໃບຢັ້ງຢືນຄອບຄົວພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ໂດຍແມ່ນ ທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ມອບໃບຢັ້ງຢືນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ໂດຍແມ່ນທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ ພ້ອມທັງມີຄຳເຫັນໂອ້ລົມຮຽກຮ້ອງໃຫ້ອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນ ຈົງເປັນເຈົ້າການໃນການສືບຕໍ່ກໍ່ສ້າງແລະເສີມຂະຫຍາຍໃຫ້ເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນເລືື້ອຍໆ ແລະ ພ້ອມກັນຮັກສາບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍບ້ານແບບຢ່າງອື່ນໆ ໄວ້ໃຫ້ຢືນຍົງຍາວນານຕະຫຼອດໄປ ໂອກາດດຽວກັນນີ້ ຄະນະນຳຂອງແຂວງ ຂອງເມືອງ ພ້ອມດ້ວຍແຂກເຊີນແລະ ພໍ່ແມ່ປະຊາຊົນ ກໍ່ໄດ້ພ້ອມກັນເປີດປ້າຍ ແລະ ລັນຄ້ອງ 9 ບາດ ເພື່ອເປັນສັນຍາລັກຂອງການປະກາດຮັບຮອງຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃນຄັ້ງນີ້ຢ່າງເປັນທາງການ.

ພາບ-ຂ່າວ: ພອນສະຫວັນ ມະນີສີ.

LEAVE A REPLY

Please enter your comment!
Please enter your name here