ສະຫວັນນະເຂດ: ລາຍງານຈາກ ຊ່ອງຂ່າວເມືອງສອງຄອນ ໃຫ້ຮູ້ວ່າ ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ໃນເຊົ້າມື້ນີ້ ທີ 22 ຕຸລາ 2020 ລະດັບນ້ຳເຊບັງຫຽງ ຢູ່ສະຖານີລະຫານ້ຳ ເວລາ 6:00 ນາທີ ວັດແທກໄດ້ 18,88ແມັດ ຢູ່ໃນລັກສະນະຊົງຕົວ.
![](https://tholakhong.com/wp-content/uploads/2020/10/fb_img_16033297616125127671777432897431.jpg)
ເຮືອນຊານ,ເນື້ອທີ່ນາເຂົ້າ ບ້ານທີ່ຢູ່ລຽບເຊບັງຫຽງ ຈຳນວນ 21 ບ້ານ ມີ 4 ກຸ່ມບ້ານ ຖືກນ້ຳຖ້ວມເປັນບໍລິເວນກ້ວາງ
![](https://tholakhong.com/wp-content/uploads/2020/10/fb_img_16033297860938250036479537892428.jpg)
ທາງເມືອງສອງຄອນ ໄດ້ຈັດສົ່ງ ກຳລັງທະຫານເມືອງ,ເຈົ້າຫນ້າທີ່ຕຳຫລວດ ປກສ ເມືອງສອງຄອນ ແລະ ກຳລັງກອງພັນທະຫານຮາບທີ5 ເຂົ້າຊ່ວຍເຫລືອປະຊາຊົນ.
![](https://tholakhong.com/wp-content/uploads/2020/10/fb_img_16033298001628622516351400844472.jpg)
ພາບລ່າສຸດ: ຈາກທິມງານຊ່ອງຂ່າວເມືອງສອງຄອນ.
![](https://tholakhong.com/wp-content/uploads/2020/10/fb_img_16033297654998743719667974869955.jpg)
.
![](https://tholakhong.com/wp-content/uploads/2020/10/fb_img_16033297695167250774729819320529.jpg)