ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳກັດ ເປິດໂຕ ແອັບພິເຄເຊິນ Pulse by Prudential ເພື່ອຄວາມສະດວກແກ່ລູກຄ້າ

0
1888

ນະຄອນຫຼວງວຽງຈັນ: ໃນວັນທີ 19 ຕຸລາ 2020. ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບພິເຄເຊິນ ຢ່າງເປັນທາງການ ເຊິ່ງຈະເປັນ ແອັບພິເຄເຊິນໃນລາວທີ່ຊ່ວຍຜູ້ໃຊ້ ໃນການຈັດການດ້ານສຸຂະພາບໂດຍບໍ່ມີການເສຍຄ່າໃຊ້ຈ່າຍໃດໆ. ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການ ໃຫ້ຂໍ້ມູນຢ່າງຖືກຕ້ອງຊັດເຈນໃຫ້ກັບຜູ້ໃຊ້ຕະຫຼອດເວລາ. ຜູ້ໃຊ້ສາມາດເຂົ້າເຖິ່ງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄິລນິກ ທີ່ໃກ້ຄຽງໃນຍາມສຸກເສີນ.

ງານເປິດໂຕແມ່ນໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ຄຣາວ ພລາຊາ ພາຍໃຕ້ການນຳພາໂດຍ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ແລະ ໄດ້ຮັບກຽດ ຈາກ ທ່ານ H.E. Jonh Pearson ເອກອັກຄະລັດຖະທູດ ຣາດສະອານາຈັກອັງກິດປະຈຳປະເທດລາວ, ທ່ານ ດຣ. ເນົາ ບຸດຕາ ຕາງໜ້າ ກະຊວງສາທາລະນະສຸກ, ຕາງໜ້າກະຊວງການເງິນ, ຕາງຫນ້າກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຕາງຫນ້າ ກະຊວງ ແຜນການ ແລະ ການລົງທຶນ.

H.E. Jonh Pearson ເອກອັກຄະລັດຖະທູດ ຣາດສະອານາຈັກອັງກິດປະຈຳປະເທດລາວ

ໃນການເປິດງານ, ທ່ານ ວິເຈ ມັດດາວັນໄດ້ກ່າວວ່າ “ຕັ້ງແຕ່ປີ 2016 ທີ່ບໍລິສັດຂອງພວກເຮົາໄດ້ເລີ່ມດຳເນີນທຸລະກິດໃນລາວ, ພຣູເດັນໂຊລ໌ ລາວ ບໍ່ພຽງແຕ່ທີ່ຈະຮັກສາຄຳໜັ້ນສັນຍາ ທີ່ຈະຊ່ວຍດູແລຮັກສາດ້ານ ການເງິນ ແຕ່ກໍ່ຈະຊ່ວຍຄົນລາວ ຮັກສາສຸຂະພາບ ແລະ ການດຳລົງຊີວີດທີ່ດີເຊັ່ນກັນ. ພວກເຮົາເຊື່ອໝັ້ນວ່າ “ການປ້ອງກັນແມ່ນດີກວ່າການຮັກສາ”, ແລະ ນັ້ນເປັນສາເຫດທີ່ ພຣູເດັນໂຊລ໌ ລາວ ໄດ້ພັດທະນາ ເພົ້າສ໌ ແອັບພິເຄເຊິນ ເພື່ອເຮັດໃຫ້ການດູແລສຸຂະພາບເປັນສິ່ງທີ່ສາມາດເຂົ້າເຖິງໄດ້ງ່າຍສຳລັບທຸກໆຄົນໃນອາຊີ ລວມທັງຄົນລາວທຸກຄົນ”.

ທ່ານ ດຣ. ເນົາ ບຸດຕາ


ທ່ານ ດຣ. ເນົາ ບຸດຕາ ຜູ້ຕາງໜ້າ ກະຊວງ ສາທາລະນະສຸກ ຍັງໄດ້ກ່າວວ່າ “ພຣູເດັນໂຊລ໌ ລາວ ໄດ້ນຳໃຊ້ ເຄື່ອງມືແບບດິຈິຕ້ອນໃນການ ເປັນທີ່ປຶກສາທາງດ້ານສຸຂະພາບ ເພຶ່ອຕອບສະຫນອງຄວາມຕ້ອງການ ຂອງຄົນລາວ. ເພົ້າສ໌ ແອັບພິເຄເຊິນ ເຮັດໃຫ້ຄົນລາວເຂົ້າເຖິງຂໍ້ມູນດ້ານສຸຂະພາບທີ່ໜ້າເຊື່ອຖື ແລະ ຄົບຖ້ວນໄດ້ງ່າຍຂຶ້ນ. ເພົ້າສ໌ ເປັນແອັບໜື່ງດຽວໃນລາວ ທີ່ໃຫ້ຜູ້ໃຊ້ໄດ້ມີການຈັດການສຸຂະພາບໂດຍໂຕເອງໄດ້ໃນເບື້ອງຕົ້ນ ແລະ ບໍ່ເສຍຄ່າໃຊ້ຈ່າຍ. ຂ້າພະເຈົ້າ ເຊື່ອວ່າ ເພົ້າສ໌ແອັບພິເຄເຊິນ ຈະເປັນບາດກ້າວໜື່ງທີ່ຈະສົ່ງເສີມຄົນລາວໃຫ້ມີການດຳລົງຊີວີດທີ່ດີ ແລະ ສຸຂະພາບທີ່ດີ ຜ່ານ ເພົ້າສ໌ແອັບປິເຄເຊິນ.

ສຳລັບຄຸນລັກສະນະທີ່ມາພ້ອມກັບການເປີດໂຕໃນຄັ້ງນີ້ມີ:
ການປະເມີນສຸຂະພາບ* (ໂດຍບໍລິສັດ ບາບີໂລນ, ເຊິ່ງເປັນ ບໍລິສັດສາທາລະນະສຸກລະດັບສາກົນທີ່ມີຢູ່) ເປັນເຄື່ອງມືໃນການປະເມີນຜົນໃນຊີວິດປະຈຳວັນ ແລະ ການຄາດເດົາຄວາມສ່ຽງທາງດ້ານພະຍາດ ໂດຍການຕອບຄຳຖາມ ໃນເວລາ 15 ນາທີ, ຜູ້ຊົມໃຊ້ສາມາດຮັບຮູ້ຜົນໂດຍທັນທີ ກ່ຽວກັບສະພາບຮ່າງກາຍໂດຍລວມ ແລະ ຄວາມສ່ຽງຂອງ ພະຍາດທີ່ຈະເກີດຂຶ້ນໃນໄລຍະຍາວ ອີງຕາມພຶດຕິກຳການໃຊ້ຊີວິດປະຈຳວັນຂອງທ່ານ, ປະຫວັດທາງການແພດ ຂອງທ່ານ ແລະ ຄອບຄົວ, ການກິນອາຫານ ແລະ ສຸຂະພາບຈິດ. ຜົນຈະຖືກລາຍງານໂດຍສ້າງມຸມມອງກາຍະວິ​ພາກ 3 ມິຕິຂອງຮ່າງກາຍ ທີ່ມີຊື່ວ່າ “Digital Twin” ລວມທັງຄຳແນະນຳທາງດ້ານສຸຂະພາບ ເພື່ອຊ່ວຍໃນການຫຼຸດຜ່ອນຄວາມສ່ຽງທາງພະຍາດ ແລະ ເສີມສ້າງສຸຂະພາບໂດຍລວມໃຫ້ດີຂຶ້ນ

ກວດສອບອາການ (ຂັບເຄື່ອນດ້ວຍ Babylon), ເປັນບໍລິສັດດ້ານການດູແລຮັກສາສຸຂະພາບລະດັບໂລກຢູ່ໃນເອເຊຍ – ຜູ້ໃຊ້ສາມາດຂຽນຂໍ້ມູນອາການ​ແລ້ວ​ສົ່ງ​ໃຫ້ຫຸ່ນຍົນສົນທະນາ (chatbot) ທີ່ຂັບເຄື່ອນດ້ວຍລະບົບ AI ເພື່ອຮັບຂໍ້ມູນຢ່າງວ່ອງໄວ, ​ແທດ​ເໝາະ, ເປັ​ນ​ຂໍ້ມູນດ້ານການແພດທີ່ຫນ້າເຊື່ອຖື,​ ພ້ອມທັງໃຫ້ຄໍາແນະນໍາໃນ​ຂັ້ນ​ຕອນຕໍ່ໄປທີ່ຄວນປະຕິບັດໄດ້ໃນໂທລະສັບມືຖືຂອງ​ທ່ານເອງ. ເພາະລະ​ບົບ​ນີ້​ເຮັດ​ໜ້າ​ທີ່​ເປັນ​ຜູ້​ຊ່ວຍ​ຜູ້​ທຳ​ອິດ ສໍາລັບຜູ້ໃຊ້ໃນເວລາທີ່ຕ້ອງການການດູແລອາ​ການ, ​ລະບົບສາມາດເຮັດໃຫ້​ຜູ້​ໃຊ້ເຂົ້າໃຈອາການໄດ້ຫລາຍຂຶ້ນ ແລະ ສາ​ມາດ​ແນະນໍາວ່າຈະຊອກຫາຄໍາແນະນໍາເພີ່ມເຕີມຈາກຜູ້ຊ່ຽວຊານດ້ານສຸຂະພາບຈາກໃສຈິ່ງເຫມາະສົມທີ່ສຸດ.​ໃນຕອນທ້າຍຂອງການສົນທະນານໍາຫຸ່ນຍົນສົນທະນາ, ຜູ້ໃຊ້ຈະຖືກແນະນໍາ ຜົນ ທີ່ເຫມາະສົມ (ຕົວຢ່າງ: “ການດູແລສຸຂະພາບ”, “​ຮ້ານຂາຍຢາ”, “ໂຮງຫມໍ”, ແລະ ອື່ນໆ) ແລະ ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບສາເຫດທີ່ອາດພາໃຫ້ເກີດອາການດັ່ງ​ກ່າວ.

  • ການກວດອາການ ແລະ ການປະເມີນສຸຂະພາບ ບໍ່ໄດ້ມີຈຸດປະສົງໃນການກວດຫາ ຫຼື ບົ່ງມະຕິພະຍາດ. ນອກ​ຈາກນີ້, ການກວດອາການ ແລະ ການປະເມີນສຸຂະພາບ ບໍ່ເໝາະສົມກັບຜູ້ຍິງຖືພາ ແລະ ເດັກນ້ອຍທີ່ມີ ອາຍຸ 18 ປີລົງມາ, ຜູ້ໃຊ້ທີ່ມີອາ​ການທາງດ້ານສຸຂະພາບໄລຍະຍາວ ຫຼື ຜູ້ພິການທີ່ມີຄວາມຕ້ອງການ ແລະ ມີຄວາມສ່ຽງ ທີ່ຫຼາກຫຼາຍ. ການກວດອາການບໍ່ເໝາະສົມໃນການໃຊ້ແບບສຸກເສີນທາງການແພດ ແລະ ຜູ້ໃຊ້ຄວນຕິດຕໍ່ການບໍລິການສຸກເສີນທ້ອງຖິ່ນແທນ.

ຊອກ​ຫາ​ໂຮງ​ໝໍ – ແມ່ນແຜນ​ທີ່​ສຳ​ລັບ​ຜູ້​ໃຊ້​ໃນ​ການ​ຊອກ​ຫາໂຮງໝໍ ແລະ ຄລີນິກທີ່ໃກ້ໂຕທ່ານທີ່ສຸດ, ຜູ້ໃຊ້ສາມາດເບິ່ງຂໍ້ມູນ ຕ່າງໆ ບໍວ່າຈະເປັນ ໂມງໃນການໃຫ້ບໍລິການ ລວມໄປເຖິງຂໍ້ມູນໃນການຕິດຕໍ່ ແລະ ສາມາດໂທຫາໂດຍກົງ ຫຼື ນຳໃຊ້ແຜນທີ່ໃນການນຳທາງໄປສູູ່ໂຮງໝໍ ແລະ ຄລີນິກທີ່ທ່ານເລືອກ.

ຕົວບັນທຶກດັດສະນີວັດມວນກາຍ ແລະ ກະຈົກແຍງຮ່ອງຮອຍ – ຄຸນລັກສະນະທາງ ປັນຍາປະດິດ (A.I) ທີ່ຊ່ວຍຜູ້ນຳໃຊ້ ເຂົ້າໃຈໄຂມັນໃນຮ່າງກາຍ ແລະ ການເພີ່ມຂຶ້ນຂອງອາຍຸ ຂອງໂຕທ່ານເອງຕາມລຳດັບ, ພ້ອມກັບການວັດແທກກ່ຽວກັບສຸຂະພາບ ແລະ ການໃຊ້ຊີວິດຕ່າງໆ ຜ່ານການຖ່າຍຮູບດ້ວຍໂຕທ່ານເອງ

ເນື້ອຫາກ່ຽວກັບສຸຂະພາບ – ໃຫ້ຂໍ້ມູນແກ່ຜູ້ນຳໃຊ້ໃນການມີສ່ວນຮ່ວມ ກັບ ເນື້ອຫາກ່ຽວກັບສຸຂະພາບຢູ່ ຈາກບົດຄວາມ, ວິດີໂອ ແລະ ຂໍ້ມຸນເຊີງກຣາບຟິກ.

ຊຸມ​ຊົນຂອງ​ຂ້ອຍ – ແມ່ນ​ພື້ນ​ທີ່​ສຳ​ລັບຜູ້​ໃຊ້ໃນ​ການ​ສື່​ສານ​ກັບ​ບຸກ​ຄົນ​ອື່ນໆ​ໃນ​ການ​ແລກ​ປ່ຽນ​ຄວາມ​ຮູ້ ແລະ ເຄັດ​ລັບທີ່​ກ່ຽວ​ຂ້ອງ​ກັບ​ສຸ​ຂະ​ພາບ ແລະ ອາ​ຫານ

ເພົ້າສ໌ແອັບພິເຄເຊິນ ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ທີ່ຢູ່ໃນເຄືອ Prudential Corporate Asia ເຊັ່ນ: ກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ຫວຽດນາມ. ຕັ້ງແຕ່ເປີດໂຕຫາປະຈຸບັນ ເພົ້າສ໌ແອັບພິເຄເຊິນ ຖືກດາວໂຫຼດຫຼາຍກວ່າ 9 ລ້ານເທື່ອໃນຂົງເຂດອາຊີ. ເພົ້າສ໌ແອັບພິເຄເຊິນ ສາມາດດາວໂຫຼດໄດ້ໃນ Apple/Google Play stores ຂອງປະເທດລາວ

LEAVE A REPLY

Please enter your comment!
Please enter your name here