ຄະນະນຳ ເມືອງທ່າປາງທອງ ນຳພາ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນ້ຳຖ້ວມ

0
2087

ສະຫວັນນະເຂດ: ດ້ວຍຄວາມເປັນຫວງເປັນໃຍຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ຜ່ານມາ ທີ່ໄດ້ຮັບຄວາມເສຍຫາຍພໍສົມຄວນ ຕໍ່ຊັບສີນຂອງລັດ ແລະ ປະຊາຊົນ ເປັນຈໍານວນບໍ່ໜ້ອຍ ເປັນຕົ້ນແມ່ນທາງດ້ານ ພື້ນຖານໂຄງລ່າງ, ຜົນຜະລິດເຂົ້ານາປີ, ໜອງປາ ແລະ ຄາດວ່າລະດັບນ້ຳຈະເພີ່ມລະດັບຂື້ນເລື້ອຍໆ ຈຶ່ງຈຳເປັນຕ້ອງເກັບກ່ຽວເຂົ້ານາຢ່າງຮີບດ່ວນ.

ດັ່ງນັ້ນມາໃນວັນທີ 21 ຕຸລາ 2020 ຄະນະນໍາຂອງເມືອງ ກອງບັນຊາການທະຫານເມືອງ ແລະ ກອງບັນຊາການປກສ ເມືອງ ອຳນາດການປົກຄອງບ້ານ ແລະ ອາສາສະມັກນັກຮຽນ ມສ ດອນຂາວຈຳນວນໜື່ງ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ນຳກອ້ນກຳລັງລົງເກັບກ່ຽວເຂົ້ານາປີ ທີ່ຖືກນ້ຳຖ້ວມ ທີ່ກຳລັງຈົມລົງສູ້ພື້ນນ້ຳ ຊ່ວຍພໍ່ແມ່ປະຊົນ ໃນກຸ່ມບ້ານທ່າພີ່ ໂດຍສະເພາະແມ່ນບ້ານດອນຂາວ ເມືອງທ່າປາງທອງ ໄດ້ຮັບຜົນກະທົບ ຈາກອິດທິພົນພະຍຸລະດູຮ້ອນ

ພາຍໃຕ້ການນຳພາຂອງທ່ານ ຄຳປະສົງຂົງຄຳ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ, ທ່ານ ວົງຄຳ ອິນທະບານ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການປກສ ເມືອງ, ທ່ານສົມຈິດ ແກ້ວຄູນເພັດ ກຳມະການປະຈຳພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງເມືອງ ຜູ້ຊີ້ນຳກຸ່ມທ່າພີ່, ທ່ານ ໜູເພັດ ແສນດາວເມືອງ ກຳມະການພັກເມືອງ ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ທ່ານຫອນວິໄລ ຄູນລາດສະວັນນະວົງກຳມະການພັກເມືອງ ຫົວໜ້າຫ້ອງການອຸສາຫະກຳ ແລະ ການຄ້າເມືອງ ກຳມະການພັກເມືອງ ຫົວໜ້າຄະນະຊີ້ນຳກຸ່ມທ່າພີ ພ້ອມດ້ວຍຄກຳລັງ ປກຊ -ປກສ ເມືອງ , ກຳລັງປກຊ- ປກສ ບ້ານ, ເຂົ້າຮ່ວມທັງໝົດ 100 ກ່ວານາຍ.

ເຫຼືອຄອບຄົວທີ່ມີກໍາລັງແຮງງານໜ້ອຍ ແລະ ຈຳເປັນທີສຸດ ຍ້ອນລະດັບນ້ຳຂື້ນສູງ ຈິງສາມາດຊ່ວຍໄດ້ພຽນແຕ່ 5 ຄອບຄົວ 5 ທົງ ເທົ່າກັບ 2,8 ເຮັກຕາ ໃນໄລຍະ 7-13 ແລະ 17- 19 ຕຸລາ 2020 ໄດ້ເກີດຜົນຕົກນັກເນື້ອທີ່ການຜະລິດ ແລະ ບ້ານ ຂອງພໍ່ແມ່ນປະຊາຊົນ ໃນ 4 ກຸ່ມບ້ານ ມີ 12 ບ້ານ, 771 ຄອບຄົວ ມີພົນລະເມືອງໄດ້ຮັບພົນກະທົບທັງໝົ 4,0750 ຄົນ, ຍິງ 2,542 ຄົນ,

ເນື້ອທີຖຶກຖ້ວມ 767,69 ເຮັດຕາ ( ເສຍຫາຍ 549,75 ເຮັດຕາ ມູນຄ່າເສຍຫາຍ 4,123,125,00 ກີບ, ໜອງປາ 203 ໜອງ ມູນຄ່າເສຍຫານ 64,050,000 ກີບ, ສວນມັນ 34 ສວນ ມູນຄ່າ 28,5 ເຮັດຕາ ມູນຄ່າເສຍຫາຍ 157,500,000 ກີບ ) ລວມມູນຄ່າເສຍຫາຍທັງໝົດ 4,345,130,000 ກີບ, ຍົກຢ້າຍປະຊາຊົນອອກໄປຢູ່ທີ່ ປອດໄພ 4 ບ້ານ ມີຈຳນວນ 110 ຄອບຄົວ, ຈຳນວນພົນ 559 ຄົນ ,ຍິງ 297 ຄົນ, ໂຮງຮຽນ 1 ຫຼັງ, ເສົາໄຟຟ້າຫັກ 3 ຫຼັກ ແລະ ສາຍໄຟຟ້າຂ້າມເຊບັງຫຽງ 3 ສາຍ, ເຮັດໃຫ້ປະຊາຊົນບໍ່ສາມາດນຳໃຊ້ໄຟຟ້າໄດ້ຕະຫຼອດໄລຍະຜ່ານມາ.

ໂດຍ: Media Laos

LEAVE A REPLY

Please enter your comment!
Please enter your name here