ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະປະຊາຊາດ ແບບທາງໄກ

0
1650

ໃນຕອນແລງຂອງວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະປະຊາຊາດ (ສປຊ) ປະຈໍາປີ ແບບທາງໄກ (ASEAN-United Nations Ministerial Meeting) ພາຍໃຕ້ການເປັນປະທານຂອງ ທ່ານ ຟາມ ບິງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນນາມປະທານອາຊຽນ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 75, ເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.


ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ສປຊ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະການຜັນຂະຫຍາຍ ແຜນປະຕິບັດງານການຮ່ວມມື ອາຊຽນ-ສປຊ ໄລຍະ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ) ແລະ ການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການຮ່ວມມືພາຍໃຕ້ຂອບການເຊື່ອມສານວິໃສທັດປະຊາຄົມອາຊຽນຮອດປີ 2025 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ສປຊ ຮອດປີ 2030, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການຊ່ວຍເຫຼືອພັດທະນາຢູ່ພາກພື້ນ ກໍຄືໃນໂລກ.

ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ສປຊ ໃນໄລຍະຕໍ່ໜ້າ, ກອງປະຊຸມ ໄດ້ຮັບຮອງເອົາ ແຜນປະຕິບັດງານການຮ່ວມມື ອາຊຽນ-ສປຊ ສະບັບໃໝ່ ໄລຍະປີ 2021-2025. ພິເສດ, ກອງປະຊຸມຍັງໄດ້ຢໍ້າຄືນເຖິງບົດບາດອັນສໍາຄັນ ຂອງ ສປຊ ໃນຖານະເປັນອົງການຈັດຕັ້ງຫຼາຍຝ່າຍເພື່ອສືບຕໍ່ຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ພາກພື້ນ ແລະ ສາກົນ ຕາມກົດບັດ ສປຊ ທີ່ວາງໄວ້.



ສຳລັບທິດທາງໃນຕໍ່ໜ້າ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີຕໍ່ກອງປະຊຸມ ພິຈາລະນາ: 1. ສືບຕໍ່ຮ່ວມມືກັນໃນຂະແໜງສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຮ່ວມມືກັນ ໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ການເຂົ້າເຖິງ ແລະ ສາມາດຮັບຢາປົວພະຍາດ ແລະ ຢາວັກແຊັງ ໃນເວລາທີ່ມີຢາດັ່ງກ່າວແລ້ວ; 2. ຮັດແໜ້ນການຮ່ວມມື ລະຫວ່າງ ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ (AIPR) ແລະ ສປຊ ໃນການສ້າງຂີດຄວາມສາມາດ ແລະ ພັດທະນາບຸກຄະລາກອນ ດ້ານການໄກ່ເກຍ, ການເຈລະຈາ ແລະ ການຮັດແໜ້ນບົດບາດຂອງແມ່ຍິງ ກໍຄືຊາວໜຸ່ມ; ແລະ 3. ການສືບຕໍ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ສປຊ ຮອດປີ 2030 ລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ຜົນກະທົບຈາກໄພພິບັດທາງທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາຕົວເມືອງອັດສະລິຍະ.

ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ອື່ນໆ. ທ້າຍສຸດ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ສປຊ ຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາ ອາຊຽນ-ສປຊ ທີ່ຈະຈັດຂຶ້ນ ໃນກາງເດືອນ ພະຈິກ 2020 ນີ້.
———————————————–
ແຫລ່ງຂ່າວ: MOFA.gov.la

LEAVE A REPLY

Please enter your comment!
Please enter your name here