ນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ແຂວງສາລະວັນ

0
2059

ສາລະວັນ: ຕອນເຊົ້າວັນທີ 24 ຕຸລາ 2020 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ແຂວງສາລະວັນ, ໂດຍມີທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະນຳ ແລະ ພະນັກງານຫລັກແຫລ່ງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການໂອ້ລົມ.

ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງສາລະວັນ ໄດ້ການລາຍງານຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ ໄລຍະ 9 ເດືອນ ປີ 2020 ແລະ ຄວາມຄືບໜ້າການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ ໃຫ້ຊາບວ່າ: ທົ່ວແຂວງ ສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວ 4,3%, ການເກັບລາຍຮັບເຂົ້າງົບປະມານຂອງລັດ ປະຕິບັດໄດ້ 94,24 ຕື້ກີບ ເທົ່າກັບ 65,28% ຂອງແຜນດັດແກ້, ການປະຕິບັດແຜນລາຍຈ່າຍ ໄດ້ 306,38 ຕື້ກີບ ເທົ່າກັບ 63,75% ຂອງແຜນດັດແກ້; ການແກ້ໄຂຄວາມທຸກຍາກ ໃນປີ 2020 ໄດ້ຈຳນວນ 7 ບ້ານ, 535 ຄອບຄົວ ເຮັດໃຫ້ທົ່ວແຂວງ ຍັງເຫຼືອບ້ານທຸກຍາກ 52 ບ້ານ ກວມ 8,98%, ຄອບຄົວທຸກຍາກ 3.604 ຄອບຄົວ ກວມ 4,99% ແລະ ອື່ນໆ.

ສຳລັບການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ມາຮອດປັດຈຸບັນ ໜ່ວຍພັກຮາກຖານ ແລະ ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ຈຳນວນ 970 ໜ່ວຍ, ຄະນະຮາກຖານ ຈຳນວນ 36 ຮາກຖານ, 2 ອົງຄະນະພັກກຳລັງປະກອບອາວຸດ ແລະ 8 ອົງຄະນະພັກເມືອງ ແມ່ນໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນແລ້ວ 100%; ການກະກຽມຮ່າງລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາລວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ ແມ່ນໄດ້ທາບທາມ ແລະ ປະກອບຄຳຄິດຄຳເຫັນ ຈາກຫຼາຍພາກສ່ວນ 2 ຮອບແລ້ວ; ສ່ວນດ້ານອື່ນໆ ກໍ່ມີຄວາມພ້ອມແລ້ວ ປະມານ 90%.

ໃນໂອກາດສຳຄັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ການນຳ ພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ແຂວງສາລະວັນ ສາມາດປະຕິບັດໄດ້ ໃນໄລຍະທີ່ຜ່ານມາ, ພ້ອມທັງ ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ແລະ ມູນເຊື້ອອັນດີງາມ ຂອງແຂວງສາລະວັນ ໃນອາດີດ ກໍ່ຄືປະຈຸບັນ, ລວມທັງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ, ສາກົນ ແລະ ພາຍໃນປະເທດ, ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ບັນດາປະເທດ ແລະ ອື່ນໆ.

ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ ແລະ ເນັ້ນໜັກ ໃຫ້ອົງການປົກຄອງແຂວງສາລະວັນທຸກຂັ້ນ ເອົາໃຈໃສ່ບາງບັນຫາຕື່ມ ເປັນຕົ້ນ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຕາມຄະນະສະເພາະກິດວາງອອກ ແຕ່ລະໄລຍະ ຢ່າງເຂັ້ມງວດ, ພ້ອມທັງ ປັບປຸງແບບແຜນດຳລົງຊີວິດ ແລະ ວິທີຄິດ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ, ປອດໄພກວ່າເກົ່າ ແລະ ເກີດປະໂຫຍດຫລາຍກວ່າເກົ່າ ໃຫ້ແກ່ຕົນເອງ, ການຈັດຕັ້ງ ແລະ ປະເທດຊາດ ໂດຍສະເພາະ ການເຮັດວຽກຢ່າງມີແຜນການ, ການປະຢັດມັດທະຍັດ, ການຈັດງານຕ່າງໆ ໃຫ້ມີຄວາມເໝາະສົມກັບເງື່ອນໄຂ ແລະ ສະພາບການ; ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ແລະ ພາກສ່ວນຕ່າງໆ ໃຫ້ຫລາຍຂຶ້ນ ເພື່ອຮັບປະກັນທາງດ້ານສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ເປັນກ້າວໆ ໂດຍສຸມໃສ່ຜະລິດກະສິກຳສະອາດ, ປອດສານພິດ ແລະ ຕາມທ່າແຮງ ທີ່ປະຊາຊົນ ແຕ່ລະທ້ອງຖິ່ນ ມີມູນເຊື້ອ; ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ວຽກງານການລົງທຶນ ແລະ ການດຳເນີນທຸລະກິດ ເພື່ອຍາດແຍ່ງເອົາການລົງທຶນໃຫ້ຫລາຍ; ການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ ກໍ່ສາມາດຫັນເປັນການລົງທຶນ ໃນຮູບແບບ BOT ຄົ້ນຄວ້າສ້າງທ່າບົກ (Dry Port) ເພື່ອເປັນຈຸດສູນລວມໃນການບໍລິການຂົນສົ່ງສິນຄ້າ; ໃຫ້ນຳເອົາຄຳສະເໜີຂອງປະຊາຊົນສົ່ງຂ່າວ ໄປຄົ້ນຄວ້າ ປຶກສາຫາລືເພື່ອພ້ອມກັນແກ້ໄຂ ຢ່າງມີຄວາມຮັບຜິດຊອບ, ປັບປຸງການບໍລິຫານລັດ ຕາມທິດຫັນສູ່ຄຸນນະພາບ ແນໃສ່ເຮັດໃຫ້ການຈັດຕັ້ງ ມີຄວາມເຂັ້ມແຂງ, ການປະຕິບັດໜ້າທີ່ຂອງພະນັກງານ ມີຄວາມໂປ່ງໃສ ແລະ ຈິງໃຈບໍລິການຮັບໃຊ້ປະຊາຊົນ ຢ່າງແທ້ຈິງ; ສືບຕໍ່ປັບປຸງການຈັດຕັ້ງ ຂອງບາງຂະແໜງການຂັ້ນເມືອງ ໃຫ້ກະທັດຮັດ, ມີຄວາມເຂັ້ມແຂງ, ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ. ນອກຈາກນັ້ນ ກໍ່ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້ອ ໝາກຜົນຂອງການປະຕິວັດຂອງແຂວງ, ພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວ, ຄຸ້ມຄອງສັງຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ພັດທະນາ ແລະ ປັບປຸງການສຶກສາ ແລະ ສາທາລະນະສຸກ ໃຫ້ມີຄຸນນະພາບ, ສ້າງພະນັກງານ ໃຫ້ມີຄວາມເປັນແບບຢ່າງ ແກ່ປະຊາຊົນ, ເອົາໃຈໃສ່ ແລະ ມີສະຕິລະວັງຕົວ ໃນການຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້, ລວມທັງ ກົນອຸບາຍຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີ.

ສຳລັບການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ, ສຳຄັນ ແມ່ນບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຕໍ່ໜ້າ ແມ່ນຕ້ອງກົມກຽວ ໄປລວງດຽວກັນ, ເຊິ່ງການກຳນົດ ແຜນ ຕ້ອງໃຫ້ແທດເໝາະກັບທ່າແຮງບົ່ມຊ້ອນຕົວຈິງ, ມີຄວາມອາດສາມາດໃນການຈັດຕັ້ງປະຕິບັດ ແລະ ມີການຈັດລຽງບຸລິມະສິດ ບັນດາວຽກຈຸດສຸມ ແລະ ໂຄງການ ຢ່າງລະອຽດຈະແຈ້ງ, ການກຳນົດໂຄງການ ຕ້ອງຄຳນຶງໃຫ້ທົ່ວສັງຄົມ ໄດ້ມີສ່ວນຮ່ວມ ໃນການຮັບຜົນປະໂຫຍດ. ພ້ອມນີ້, ຮ່າງບົດສຳຫລວດ ຕີລາຄາ ການນຳພາລວມ ຂອງຄະນະບໍລິຫານງານພັກ ແຂວງ ຕ້ອງຊອກໃຫ້ເຫັນ ຜົນງານ-ຈຸດດີ, ທ່າແຮງ, ຈຸດອ່ອນ-ຂໍ້ຄົງຄ້າງ-ຂໍ້ບົກພ່ອງ, ສາຍເຫດ, ບົດຮຽນທີ່ຖອດຖອນໄດ້, ທິດທາງແຜນການພັດທະນາ ແລະ ວິທີປັບປຸງແກ້ໄຂໃນຕໍ່ໜ້າ ຢ່າງຈະແຈ້ງ, ຊັດເຈນ ແລະ ສອດຄ່ອງກັບຕົວຈິງ ໂດຍມີປຶກສາຫາລືກັນ, ຈິງໃຈ ກ້າເວົ້າຄວາມຈິງ, ເຊິ່ງບັນຫາຄົງຄ້າງໃດ ສາມາດແກ້ໄດ້ ກໍ່ໃຫ້ແກ້ໄຂໄວ, ອັນໃດບໍ່ທັນສາມາດແກ້ໄຂໄດ້ ກໍ່ໃຫ້ມີການວາງແຜນແກ້ໄຂ ໃນເວລາທີ່ສົມເຫດສົມຜົນ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here