ຄະນະປະຈຳ ສະພາແຫ່ງຊາດ ວາງພວງມະລາ ສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ

0
2739

ໃນວັນທີ 26 ຕຸລາ 2020, ຄະນະປະຈຳສະພາແຫ່ງຊາດ ແລະ ສະ ມາຊິກສະພາແຫ່ງຊາດ ນຳໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງ ພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດຄົບ ຮອບ 45 ປີ.

ການວາງພວງມະລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຂ່າວ: ທະນູທອງ ພາບ: ເກດສະໜາ

Lao National Radio

LEAVE A REPLY

Please enter your comment!
Please enter your name here