ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງ ທີ່ຈະສ້າງປະໂຫຍດ ຢ່າງຫຼວງຫຼາຍໃຫ້ແກ່ຜູ້ທີ່ລິເລີ່ມເຮັດທຸລະກິດພາຍໃນແຂວງ

0
1605

ສະຫວັນນະເຂດ: ພິທີເປີດສູນບໍລິການວິສາ ຫະກິດຂະນ້ອຍ ແລະກາງຂອງ ແຂວງສະຫວັນນະເຂດໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 26 ຕຸລາ 2020 ທີ່ສະພາການຄ້າ ແລະອຸດສາຫະກຳແຂວງສະຫວັນນະເຂດ.

ເຂົ້າຮ່ວມໃນພິທີມີ: ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ພູຂົງ ນາມມະຈັກ ຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ທ່ານ ເລື່ອງໄຊ ບຸນໂຊກວັນ ປະທານສະພາການຄ້າ ແລະອຸດສາຫະກຳແຂວງສະຫວັນນະເຂດ, ມີແຂກທີ່ຖືກເຊີນ ແລະພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ວິສາຫະກິດຂະໜາດນ້ອຍ ແລະກາງ(SME) ມີບົດສຳຄັນປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດ, ການສ້າງວຽກເຮັດງານທຳ ແລະສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າເວົ້້າລວມ, ເວົ້າສະເພາະກໍ່ຄືປະຊາຊົນຊາວແຂວງສະຫວັນນະເຂດ. ສະນັ້ນ, ລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ການສົ່ງເສີມ SME ເປັນວາລະແຫ່ງຊາດ ໂດຍໄດ້ເພີ່ມທະວີການນຳພາ-ຊີ້ນຳຮອບດ້ານເພື່ອໃຫ້ບັນດານະໂຍບາຍ ແລະມາດຕະການສົ່ງເສີມ SME ໄດ້ຮັບການຈັດຕັ້ງປະຕິບັດທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ. ປະຈຸບັນສະເພາະຢູ່ ສປປ ລາວ ທຸລະກິດ SME ກວມເອົາ 99% ປະກອບສ່ວນ GDP ປະມານ 12% ແລະປະກອບສ່ວນທາງດ້ານວຽກເຮັດງານທຳປະມານ 83%.

ການເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງທີ່ແຂວງສະຫວັນນະເຂດຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ການສົ່ງເສີມ SME ຂອງແຂວງສະຫວັນນະເຂດ. ສູນດັ່ງກ່າວຈະຊ່ວຍກະຈາຍການບໍລິການໃຫ້ຄຳປຶກສາ ແລະສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດເປັນຕົ້ນແມ່ນ: ການເຂົ້າເຖິງແຫຼ່ງທຶນ, ການສ້າງແຜນທຸລະກິດ, ການບັນຊີ, ການເຂົ້າເຖິງຕະຫຼາດ, ການພັດທະນາສິນຄ້າໃຫ້ຫົວໜ່ວຍທຸລະກິດ SME ຢູ່ພາຍໃນແຂວງສະຫວັນນະເຂດ ແລະແຂວງໃກ້ຄຽງ.

ຈາກນັ້ນ, ທ່ານ ໂພສີສ້ອຍ ກຸທິລາດ ກໍ່ໄດ້ຂຶ້ນກ່າວເປີດສູນດັ່ງກ່າວຢ່າງເປັນທາງການ ເຊິ່ງທ່ານໃຫ້ຮູ້ວ່າ: ສູນດັ່ງກ່າວແມ່ນມີຄວາມຈຳເປັນໃນວຽກງານການພັດທະນາ, ການສົ່ງເສີມບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະກາງທີ່ໄດ້ຂຶ້ນທະບຽນ ວິສາຫະກິດແລ້ວມີ ທັງໝົດ 8 ພັນກວ່າຫົວໜ່ວຍ, ກວມເອົາ 96%. ໃນນັ້ນ, ຍັງເປັນຫົວໜ່ວຍຈຸລະວິສາຫະກິດມີເຖິງ 6 ພັນກວ່າ ຫົວໜ່ວຍ ກວມເອົາ 80 ກວ່າ% ເຖິງວ່າເກີດມີແລ້ວແຕ່ກໍ່ຍັງອ່ອນນ້ອຍ ແລະບໍ່ທັງເຂັ້ມແຂງ ສະນັ້ນ, ພວກເຂົາຈຶ່ງມີຄວາມຕ້ອງການຄວາມຊ່ວຍເຫຼືອຈາກພາກລັດເຊັ່ນ: ຊ່ວຍເຫຼືອທາງດ້ານນະໂຍບາຍສົ່ງເສີມ, ທາງເຕັກນິກ ແລະດ້ານອື່ນໆອີກດ້ວຍ.

ພ້ອມດຽວກັນນີ້, ໃນພິທີກໍ່ຍັງໄດ້ມອບ-ຮັບອຸປະກອນຮັບໃຊ້ຫ້ອງການ ເຊິ່ງປະກອບມີ: ຄອມພິວເຕີໜຶ່ງຊຸດ, ເຄື່ອງສາຍໂປຼເຈັກເຕີໜຶ່ງຊຸດ, ໃຫ້ກຽດຂຶ້ນມອບໂດຍທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ແລະຮັບໂດຍທ່ານ ອາທິດລາຕີ ສະຫວັນຄຳ ປະທານສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງແຂວງສະຫວັນນະເຂດ.

ໂດຍ: ສະຫວັນພັດທະນາຂ່າວ

LEAVE A REPLY

Please enter your comment!
Please enter your name here