ຜົນກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11

0
1363

ກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11 (ແບບທາງໄກ), ຈັດຂຶ້ນໃນວັນທີ 28 ຕຸລາ 2020 ໂດຍການເປັນເຈົ້າພາບຂອງ ກະຊວງແຮງງານປະເທດອິນໂດ ເນເຊຍ. ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນໍາໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີຊວງ ແຮງງານ ແລະ ສະຫວັດດີການສັງຄົມ.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານນາງ ອີດາ ໂຟຊີຢາ (Ida Fauziyah) ລັດຖະມົນຕີກະຊວງແຮງງານ ປະເທດອິນໂດເນເຊຍ, ປະທານລັດຖະ ມົນຕີແຮງງານອາຊຽນ ແລະ ທ່ານ ຕວນ ຮາຈິ ອາວັງ ບິນ ຮາຊີມ (Tuan Haji Awang Bin Hashim) ຮອງລັດຖະ ມົນຕີ ກະຊວງຊັບພະຍາກອນມະນຸດ ປະເທດ ຟີລິບປິນ, ຮອງປະທານລັດຖະມົນຕີແຮງງານອາຊຽນ, ມີບັນດາທ່ານລັດຖະ ມົນຕີແຮງງານອາຊຽນ ແລະ ອາຊຽນ ບວກສາມ, ເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ແລະ ອາຊຽນບວກສາມ, ເລຂາທິການໃຫຍ່ອາຊຽນ, ກອງເລຂາອາຊຽນອາຊຽນ ແລະ ຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

ກອງປະຊຸມໄດ້ພ້ອມກັນປຶກສາຫາລືຮ່ວມກັນກ່ຽວກັບການຮ່ວມມືດ້ານແຮງງານອາຊຽນ ແລະ ພິຈາລະນາບັນຫາສໍາຄັນຕ່າງໆ ແນໃສ່ເພື່ອເປັນການສົ່ງເສີມໃຫ້ຜູ້ອອກແຮງ ງານໃນອາຊຽນ ເພື່ອສ້າງຂີດຄວາມສາມາດ ໃນການແຂ່ງ ຂັນ ແລະ ການປັບຕົວຂອງການປ່ຽນແປງວຽກທີ່ເກີດຂຶ້ນໃໝ່ໃນອະນາຄົດ ໂດຍໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີແຮງງານອາຊຽນ ຄັ້ງທີ 26 ແລະ ລັດຖະ ມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 11 ແລະ ໄດ້ພິຈາ ລະນາຮັບຮອງເອກະສານສໍາຄັນຕ່າງໆ ດັ່ງນີ້:

1) ແຜນງານອາຊຽນວ່າດ້ວຍ ການລຶບລ້າງການນໍາໃຊ້ແຮງງານເດັກໃນທຸກຮູບແບບທີ່ຮຸນແຮງຮອດປີ 2025 (ASEAN Roadmap for the Elimination
of the Worst Forms of Child Labour by 2025).

2) ຄູ່ມືອາຊຽນ ກ່ຽວກັັບການເຊື່ອມສານບົດບາດ ຍິງ-ຊາຍ ເຂົ້າໃນນະໂຍບາຍແຮງງານ ແລະ ການຈ້າງງານ ເພື່ອກ້າວໄປສູ່ວຽກງານທີ່ມີຄຸນຄ່າ ແລະ ເປັນທຳສຳລັບທຸກຄົນ (ASEAN Guideline on Gender Mainstreaming into Labour and Employment Policies Towards Decent Work for all).

3) ຄູ່ມືກ່ຽວກັບການຄຸ້ມຄອງຄວາມສ່ຽງ ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນບັນດາປະເທດສະມາຊິກອາຊຽນ (Guidelines on Occupational Safety and Health (OSH) Risk Management for Small and Medium Enterprises in ASEAN Member States)

4) ຄູ່ມືອາຊຽນກ່ຽວກັບການກັບຄືນປະເທດ ແລະ ການປັບຕົວເຂົ້າກັບສະພາບປະຈຸບັນ ຂອງແຮງງານເຄື່ອນຍ້າຍທີ່ມີປະສິດທິຜົນ (ASEAN Guideline on Effective Return and Reintegration of Migrant Worker).

5) ແຜນງານລັດຖະມົນຕີແຮງງານອາຊຽນໄລຍະແຕ່ປີ 2021-2025 (ASEAN Labour Ministers’ Work Programme 2021-2025).

6) ແຜນງານໜ່ວຍງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ 2021-2025 (SLOM-WG Work Plan 2021-2025).

7) ແຜນງານວຽກສຸຂະພາບ ແລະ ຄວາມປອດໄພແຮງງານ (ASEAN-OSHNET Work Plan 2021-2025).

8) ແຜນງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ບວກສາມ 2021-2025 (SLOM plus three Work Plan 2021-2025).

9) ປັບປຸງເອກະສານຄວາມເປັນເອກະສັນຂອງອາຊຽນ ໃນແຜນປະຕິບັດງານຂອງອາຊຽນ ກ່ຽວກັບການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່່ອນຍ້າຍອາຊຽນ 2018-2025 (Updated Action Plan of the ASEAN Consensus on the Protection and Promotion of the Rights of Migrant Workers 2018-2025).

10) ຮັບຮອງເອກະສານແນວຄວາມຄິດ (Concept Note) ຫົວຂໍ້ກອງປະຊຸມລັດຖະ ມົນຕີ ແຮງງານອາຊຽນ ຄັ້ງທີ 26 ໃນໄລຍະການເປັນປະທານຂອງເທດອິນໂດເນ ເຊຍແຕ່ປີ 2020-2022 ຄື: ການສົ່ງເສີມແຮງງານອາຊຽນ ໃນການແຂ່ງຂັນ ແລະ ການປັບຕົວຕໍ່ການປ່ຽນແປງ ຕໍ່ວຽກທີ່ຈະເກີດຂຶ້ນໃໝ່ໃນອະນາຄົດ (Promoting ASEAN Workers for Competitiveness, Resilience, and Agility on The Future of Work)

ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສປປ ລາວ ໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ຜົນສໍາເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນຄັ້ງທີຜ່ານມາໂດຍສະເພາະຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ 2016-2020 ຊຶ່ງໄດ້ນໍາມາເຖິງຜົນສໍາເລັດຢ່າງໃຫຍ່ຫຼວງໃນພາກພື້ນອາຊຽນ ແນໃສ່ການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານພາຍໃນ ແລະ ການເຄື່ອນຍ້າຍໄປເຮັດວຽກຕ່າງປະເທດ ລວມທັງກົນໄກການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນບວກສາມ ເພື່ອສ້າງຄວາມພ້ອມໃນການຮັບມືກັບການປ່ຽນແປງຕໍ່ວຽກທີ່ຈະເກີດຂຶ້ນໃນອະນາຄົດ ໂດຍອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະປະເທດ ເຊິ່ງບັນດາຂະແໜງການກ່ຽວຂ້ອງຂອງອາຊຽນຈະຕ້ອງໄດ້ເພີ່ມທະວີການຮ່ວມມືກັນ ເພື່ອຈັດຕັ້ງປະຕິບັດວຽກແຮງ ງານໃຫ້ມີຜົນສໍາເລັດໂດຍບໍ່ປະປ່ອຍໃຜໄວ້ຂ້າງຫຼັງ.

ໂດຍ: ຈິດດາວັນ

LEAVE A REPLY

Please enter your comment!
Please enter your name here