ເປີດໂຕຢ່າງເປັນທາງການແລ້ວ ສຳລັບ OPPO A93 ສະມາດໂຟນທີ່ອອກແບບໄດ້ໂດດເດັ່ນ ບາງເບົາ ຄວາມຈຳຫຼາຍ ແລະ ມ່ວນໄປກັບການຖ່າຍພາບດ້ວຍ 6 ກ້ອງ AI ທີ່ໂຮງແຮມແລນມາກ ຣີເວີຊາຍ ນະຄອນຫຼວງວຽງຈັນ ໃນຄືນວັນທີ່ 29 ຕຸລາ 2020.
![](https://tholakhong.com/wp-content/uploads/2020/10/WhatsApp-Image-2020-10-30-at-16.36.07-1-1024x538.jpeg)
ພິທີການເປີດຕົວແມ່ນ ປະຕິບັດຕາມມາດຕະການ ໂຮວິດ-19 ທີ່ທາງການແນະນໍາ, ເພີ່ນຍັງໄດ້ມີການ ຖ່າຍທອດສົດຜ່ານເພຈ ທາງການຂອງ OPPO Laos ພ້ອມແຈກຂອງລາງວັນໃຫ້ຜູ້ເຂົ້າເບີ່ງຖ່າຍທອດສົດຂອງ . ທ່ານສາມາດກົດຊົມຢ້ອນຫຼັງໄດ້ ກົດນີ້ເລີຍ
![](https://tholakhong.com/wp-content/uploads/2020/10/WhatsApp-Image-2020-10-30-at-10.11.00-1024x682.jpeg)
ໃນງານແມ່ນເພີ່ນໄດ້ມີ ການສະແດງຈາກ ສິນລະປິນ ເມົາມັນ ທີ່ມາຮ້ອງເພງເປີດໂຕ OPPO A93 ໃນຄັ້ງນີ້, ພ້ອມທັງຍັງມີການສະແດງ ພິເສດຈາກນ້ອງ Hannah ທີ່ມີທັງຮ້ອງ ແລະ ເຕ້ນຢ່າງເຕັມຮູບແບບ.
![](https://tholakhong.com/wp-content/uploads/2020/10/WhatsApp-Image-2020-10-30-at-10.11.12-1024x682.jpeg)
ຫລັງຈາກນັ້ນ ທ່ານອານຸສອນ ວົງຈັນ ໄດ້ຂື້ນກ່າວໃຫ້ຂໍ້ມູນລາຍ ລະອຽດກ່ຽວກັບ OPPO A93 ທີ່ມີໃຫ້ເລືອກເທີງ 2 ສີດ້ວຍກັນ, OPPO A93 ແມ່ນມາພ້ອມ ການຖ່າຍພາບດ້ວຍ 6 ກ້ອງ AI ແລະ ມີຮູບຊົງທັນສະໄຫມ ບາງເບົາຫນ້າສຳພັດ.
![](https://tholakhong.com/wp-content/uploads/2020/10/122975913_2839867512903348_5513041564131501722_o-821x1024.jpg)
ໃນພິທີ່ຍັງໄດ້ເປີດໂຕ OPPO A93 ພີເຊັນເຕີ້ນັ້ນກໍ່ຄືນ້ອງແຮນນາ ແລະ ເພີ່ນຍັງໄດ້ເປີດໂຕພີເຊັນເຕີ້ຄົນໃຫມ່ອີກຫນຶ່ງທ່ານນັ້ນກໍຄື ສາວ ບາບີ້ ປິຍາມາດ ທີ່ມາ ລີວິວ ແລະ ແຊຣປະສົບການ ການໃຊ້ການ OPPO A93 ໃຫ້ທ່ານແຂກຜູ້ທີ່ມາຮ່ວມງານຟັງເຊັ່ນດຽວກັນ.
![](https://tholakhong.com/wp-content/uploads/2020/10/hannah.baby_-1024x682.jpg)
ໃນການເປີດ ໂຕລາຄາ ຂາຍຂອງ OPPO A93 ໃນປະເທດລາວແມ່ນທ່ານ James Tang ປະທ່ານບໍລິດສັດ ອ໋ອບໂປ້ ລາວ ໄດ້ເປັນຄົນຂື້ນມາເປິດພິທີ່ ເພື່ອແຈ້ງລາຄາຂາຍໃນປະເທດລາວ ຢູ່ທີ່ 2.899.000 ກີບເທົ່ານັ້ນ ແລະ ມັດຈຳພຽງແຕ່ 100,000ກີບເທົ່ານັ້ນ ທຸກສາຂາໃນປະເທດລາວ.
![](https://tholakhong.com/wp-content/uploads/2020/10/WhatsApp-Image-2020-10-30-at-10.26.59-2-1024x682.jpeg)
#OPPO A93 ເຕັມທີ່ໃນຄວາມເປັນທ່ານ
![](https://tholakhong.com/wp-content/uploads/2020/10/122804785_2837991349757631_3507621250047699447_o-821x1024.jpg)
ສາມາດສັ່ງຈອງໄດ້ແລ້ວມື້ນີ້ຕັ້ງແຕ່ 30.10.2020 – 05.11.2020. ມັດຈໍາການຈອງ 100.000 ກີບເທົ່ານັ້ນ.
ທີ່ຮ້ານຄ້າຊັ້ນນຳຂອງອ໋ອບໂປ້ https://bit.ly/2FDXhGK
ຫຼື ຂໍ້ມູນເພີ່ມເຕີມທີ່ Page: OPPOLAOS ສັ່ງຈອງມື້ນີ້ ຮັບຂອງແຖມໄປເລີຍ ມູນຄ່າສູງເຖິງ 500.000 ກີບ
#OPPOA93#ເຕັມທີ່ໃນຄວາມເປັນທ່ານ
#PreOrder#OPPOLAOS