ຖະແຫຼງຂ່າວແຕ່ງຕັ້ງຄະນະກຳມະການ ເລືອກຕັ້ງລະດັບຊາດ ເພື່ອກຳເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX

0
7067

ນະຄອນຫຼວງວຽງຈັນ: ໃນວັນທີ 30 ຕຸລາ 2020 ຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການເລຂານຸການ ໄດ້ຈັດຕັ້ງຖະແຫລງຂ່າວ ຄັ້ງທີ 1 ກ່ຽວ ກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ບັນດາອະນຸກຳມະການຂອງຄະນະກຳມະ ການເລືອກຕັ້ງລະດັບຊາດ ເພື່ອດຳ ເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ II ໃຫ້ກຽດລາຍງານໂດຍ ທ່ານ ສົມພູ ດວງສະ ຫວັນ ຄະນະປະຈຳສະພາແຫ່ງຊາດ, ກຳມະການອະນຸກຳມະການເລຂາ ນຸການ, ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ.

ທ່ານ ສົມພູ ດວງສະຫວັນ ລາຍງານໃຫ້ຮູ້ວ່າ: ຄະນະປະຈໍາສະພາແຫ່ງ ຊາດ ໄດ້ມີມະຕິວ່າດ້ວຍການແຕ່ງ ຕັ້ງຄະນະກໍາມະການເລືອກຕັ້ງລະ ດັບຊາດ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ໂດຍແຕ່ງຕັ້ງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ເປັນປະທານຄະນະກໍາມະການເລືອກຕັ້ງລະດັບຊາດ, ທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະ ບານ ເປັນຮອງປະທານຄະນະກໍາ ມະການເລືອກຕັ້ງລະດັບຊາດ, ພ້ອມນັ້ນ, ຍັງໄດ້ແຕ່າຕັ້ງ ອະນຸກຳມະການຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ ເພື່ອຊ່ວຍຄະນະກໍາມະການເລືອກຕັ້ງລະດັບຊາດ ກະກຽມ ແລະດໍາເນີນວຽກ ງານເລືອກຕັ້ງໃຫ້ໄປ ຕາມຂັ້ນຕອນ, ຕາມກໍານົດເວລາ ແລະ ຄາດຫມາຍທີ່ວາງໄວ້ ເຊິ່ງປະກອບມີ 5 ອະນຸກໍາມະການ ຄື:

ອະນຸກໍາມະການເລຂານຸການມີ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ຜູ້ປະຈໍາການຄະນະປະຈໍາການ ຄະນະກໍາ ມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ, ກໍາ ມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ;

ອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ, ມີ ທ່ານ ຈັນສີ ໂພສີຄຳ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ, ທ່ານ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ກໍາ ມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ເພື່ອຮັບຜິດຊອບປະ ສານສົມທົບກັບອົງການ ຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະທ້ອງຖິ່ນ ຄົ້ນຄວ້າບຸກຄະລາກອນ ແລະ ຄາດຄະເນອັດຕາສ່ວນຜູ້ຮັບສະໝັກເລືອກຕັ້ງ, ກະກຽມເອກະສານຕ່າງໆກ່ຽວກັບວຽກງານບຸກຄະລາກອນ ແລະ ເກັບກໍາສະຖິຕິຈໍານວນພົນລະເມືອງ ແລະ ຜູ້ມີສິດເລືອກຕັ້ງໃນຂອບເຂດທົ່ວປະເທດ;

ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການມີທ່ານບຸນທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ, ປະທານອົງການກວດກາລັດຖະບານ, ຮອງປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ຄໍາພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ແລະ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງ ຊາດ ເປັນຮອງຫົວໜ້າອະນຸກໍາມະການເພື່ອຈັດຕັ້ງຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ບັນດາເອກະສານ ຮັບໃຊ້ໃຫ້ແກ່ການກະກຽມ ແລະ ດໍາເນີນການເລືອກຕັ້ງ; ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະ ພາບ; ຄວາມຕື່ນຕົວສະໝັກໃຈຂອງປະຊາຊົນບັນດາເຜົ່າ ໃນການໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນການເລືອກຕັ້ງ ແລະ ນໍາພາສື່ມວນຊົນປະເພດຕ່າງໆຢູ່ຂັ້ນສູນກາງ ແລະທ້ອງ ຖິ່ນ ໂຄສະນາການເລືອກຕັ້ງ ສະມາ ຊິກສະພາ ແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ II;

ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີທ່ານ ພົອ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີກະຊວງປ້ອງກັນປະເທດ, ກໍາມະການຄະນະກໍາມະການ ເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ພົທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີ ກະ ຊວງປ້ອງກັນຄວາມສະຫງົບ, ກໍາ ມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການເພື່ອຄົ້ນຄວ້າ, ວາງແຜນ ການປ້ອງກັນການເລືອກຕັ້ງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ; ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆທີ່ເປັນປັດໄຈກໍ່ຄວາມບໍ່ສະຫງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ຫວັງກີດຂວາງ, ທໍາລາຍການເລືອກຕັ້ງຢ່າງທັນການ ແລະ ເດັດຂາດ.

ສ່ວນອະນຸກໍາມະການງົບປະມານມີ ທ່ານ ສົມດີ ດວງດີ ຮອງນາຍົກລັດ ຖະມົນຕີ, ລັດຖະ ມົນຕີກະຊວງການເງິນ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຫົວໜ້າອະນຸກໍາມະການ ແລະ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະ ກໍາມະການເລືອກຕັ້ງລະດັບຊາດ ເປັນຮອງຫົວໜ້າອະນຸກໍາມະການ ເພື່ອຄົ້ນຄວ້າຈັດສັນງົບປະມານກ່ຽວກັບການເຄື່ອນໄຫວ ໃຫ້ບັນດາອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ດໍາເນີນງານໃຫ້ສອດຄ່ອງຕາມລະບຽບການເງິນ ບົນຫລັກການປະຢັດມັດທະຍັດ ແລະ ສົມເຫດສົມຜົນ.

ສໍາລັບການປະກາດວັນເລືອກຕັ້ງ, ການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈໍານວນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ II ແມ່ນຈະມີການຖະແຫລງຂ່າວຕື່ມອີກ ພາຍຫລັງທີ່ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ກໍານົດບັນຫາດັ່ງກ່າວອອກມາຢ່າງເປັນທາງການ.

ຂ່າວ-ພາບ: ທະນູທອງ

LEAVE A REPLY

Please enter your comment!
Please enter your name here