ພິທີມອບພະນັກງານຫຼັກແຫຼ່ງ ລົງກໍ່ສ້າງຮາກຖານການເມືອງຢູ່ເຂດບ້ານໂພນຄໍາ ຂອງເມືອງວິລະບູລີ

0
1780

ພິທີມອບພະນັກງານຫຼັກແຫຼ່ງ ລົງກໍ່ສ້າງຮາກຖານການເມືອງຢູ່ເຂດບ້ານໂພນຄໍາ ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ.

ໃນຕອນຕອນເຊົ້າຂອງວັນທີ 30 ຕຸລາ 2020 ຜ່ານມານີ້ ທາງອໍານາດການປົກຄອງເມືອງວິລະບູລີ ໄດ້ລົງມອບພະນັກງານຫຼັກແຫຼ່ງກໍ່ສ້າງຮາກຖານການເມືອງ ໃຫ້ແກ່ອໍານາດການປົກຄອງແລະປະຊາຊົນບ້ານໂພນຄໍາ ເມືອງວິລະບູລີ,

ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ວັດບ້ານໂພນຄໍາ ໂດຍການເປັນປະທານຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ມີທ່ານ ທອງໄຫຼ ວິໄລພອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນທານຊີ້ນໍາລວມຄະນະກໍ່ສ້າງຮາກຖານການເມືອງດັ່ງກ່າວ, ມີຫົວໜ້າ,ຮອງຫົວໜ້າພ້ອມດ້ວຍຄະນະ,ແຂກທີ່ຖືກເຊີນ, ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານໂພນຄໍາ ເຂົ້າຮ່ວມ.

ສໍາລັບພະນັກງານຫຼັກແຫຼ່ງຂອງເມືອງວິລະບູລີ ທີ່ລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ກໍ່ແມ່ນເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງວິລະບູລີ ສະບັບເລກທີ 454/ຈມ.ວລ, ລົງວັນທີ 12 ຕຸລາ 2020 ເຊິ່ງມີທັງໝົດຈໍານວນ 13 ທ່ານ ທີ່ມາຈາກຂະແໜງການ-ຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ.

ຂ່າວໂດຍ:ວິໄລວັນ ທັນຍະມຸກ
ຜູ້ສື່ຂ່າວເມືອງວິລະບູລີ

LEAVE A REPLY

Please enter your comment!
Please enter your name here