ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກ ແຂວງຫົວພັນ ໄຂຂຶ້ນຢ່າງເປັນທາງການ

0
7627

ຫົວພັນ: ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 2 ພະຈິກ 2020, ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ ແລະ ເຂົ້າຮ່ວມເປັນກຽດຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ຄຳສອນ ຈັນທະວົງ ຮອງປະທານຄະນະກວດກາສູນກາງພັກ, ພ້ອມດ້ວຍຄະນະທີ່ກ່ຽວ ຂ້ອງຈາກສູນກາງ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 324 ສະຫາຍ, ຍິງ 39 ສະຫາຍ, ຜູ້ແທນສົມບູນ 287 ສະຫາຍ, ຍິງ 34 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 18.042 ສະຫາຍ.

ພາຍຫລັງ ສະຫາຍ ວັນໄຊ ແພງຊຸມມາ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ, ຈາກນັ້ນໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່, ຊຶ່ງໃນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 8 ແລະ ທິດທາງແຜນພັດທະນາເສດຖະກິດສັງ ຄົມ 5 ປີ ຄັ້ງທີ IX ຂອງແຂວງ (ແຕ່ 2021-2025) ແລະ ແຜນຍຸດທະສາດການພັດທະນາເສດຖະກິດສັງຄົມຮອດປີ 2025,

ພ້ອມຮັບຟັງການປະກອບຄຳຄິດຄຳເຫັນ ຈາກຫລາຍພາກສ່ວນຕ່າງໆ ຂອງບັນດາກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບໃນການປູກຝັງ, ລ້ຽງສັດ, ການຕໍ່າຫູກທໍ່ໄໝ ແລະ ການຄ້າຂາຍບໍລິການອື່ນໆ ແລະ ຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຄັ້ງທີ 10 ຕາມລະບຽບການ, ໃຫ້ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນຳນັບມື້ໜຸ່ມແໜ້ນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ ເພື່ອເປັນຫລັກແຫລ່ງນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ໃຫ້ປາກົດຜົນເປັນຈິ່ງ.
ໃນຕອນທ້າຍກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານແນວລາວສ້າງຊາດ ແລະ ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງສຳເລັດ.

ຂ່າວ: ຈັນສຸກ
ພາບ: ໄອແກ້ວ

LEAVE A REPLY

Please enter your comment!
Please enter your name here