ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ 2 ເມືອງຂອງ ແຂວງສະຫວັນນະເຂດ.

0
2792
ພິທີຖ່າຍຮູບລວມ 

ໃນວັນທີ 31 ຕຸລາ 2020 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ 2 ຈຸດຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ ແລະ ບ້ານກອງປະທຸມວັນ ເມືອງຊົນນະບູລີ ໃຫ້ກຽດເຂົ້າຮ່ວມທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຈິນດາສັກ ຍົດຫມັ້ນຄົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ ລວມມູນຄ່າທັງໝົດ 100 ລ້ານກີບ. 

ທ່ານ ນາງ ປານີ ໂອ້ລົມພໍ່ແມ່ປະຊາຊົນຢູ່ບ້ານກອງປະທຸມວັນ ເມືອງຊົນນະບູລີ.

ທ່ານ ພັອ. ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເຂດເມືອງສອງຄອນ ໃຫ້ຮູ້ວ່າ: ເຮືອນຊານຂອງປະຊາຊົນໄດ້ຮັບຜົນເສຍຫາຍ 23 ບ້ານ, 2.628 ຄອບຄົວ, 15.493 ຄົນ, ຜົນກະທົບຕໍ່ເນື້ອທີ່ທຳການຜະລິດນໍ້າຖ້ວມ 5.416,25 ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ 1 ແຫ່ງ, ລະບົບຊົນລະປະທານ 9 ແຫ່ງ, ສະຖານີຈັກສູບ ນ້ຳ 9 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 17 ໂຕ. ນອກຈາກນັ້ນ, ກໍຍັງມີຜົນກະທົບຕໍ່ພື້ນຖານໂຄງລ່າງຄື: ເສັ້ນທາງເສຍຫາຍຫຼາຍກວ່າ 10 ເສັ້ນ, ໂຮງຮຽນຢຸດການຮຽນການສອນຊົ່ວຄາວ 12 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ນໍ້າສ້າງ-ນໍ້າບາດານ 401 ໜ່ວຍ.

ທ່ານ ນາງ ປານີ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຫຼານນ້ອຍ.

ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງຊົນນະບູລີ ໄດ້ຮັບຜົນເສຍຫາຍນໍ້າຖ້ວມ 15 ບ້ານ, 4.436 ຫຼັງຄາເຮືອນ, ເນື້ອທີ່ຖືກຖ້ວມ 7.288 ເຮັກຕາ, ເນື້ອທີ່ສວນປູກພືດ 176 ເຮັກຕາ, ໜອງປາ 369 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 128 ໂຕ, ໂຮງຮຽນຖືກຖ້ວມ 27 ແຫ່ງ, ສຸກສາລາ 8 ເຂດ, ວັດ 13 ວັດ,  ນໍ້າສ້າງ-ນໍ້າບາດານ 402 ໜ່ວຍ ແລະ ເສັ້ນທາງເສຍຫາຍ 12 ເສັ້ນ.

ທ່ານ ຈິນດາສັກ ຍົດຫມັ້ນຄົງ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ພໍ່ແມ່ປະຊາຊົນ.

ໂອກາດທີ່ມາຢ້ຽມຢາມຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍທ່ານເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ທ່ານ ຈິນດາສັກ ຍົດຫມັ້ນຄົງຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ປະຊາຊົນທີ່ຖືກຜົນກະທົບເມືອງສອງຄອນ ແລະ ເມືອງຊົນນະບູລີ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ, ຫມີ່ໄວໆ, ປາກະປ໋ອງ, ເຂົ້າໜົມ ແລະ ອື່ນໆ. 

ທ່ານ ນາງ ປານີ ໂອ້ລົມພໍ່ແມ່ປະຊາຊົນຢູ່ບ້ານທ່າຂາມລຽນ ເມືອງສອງຄອນ.

LEAVE A REPLY

Please enter your comment!
Please enter your name here