ລັດຖະມົນຕີຕ່າງປະເທດ ຕ້ອນຮັບຜູ້ອໍານວຍການຫ້ອງການ (ADB) ຄົນໃໝ່ ປະຈຳລາວ

0
3245

ນະຄອນຫຼວງວຽງຈັນ: ໃນຕອນເຊົ້າວັນທີ 03 ພະຈິກ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka), ຜູ້ອໍານວຍການ ຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka) ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ ປະຈໍາ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ ADB ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊ່ວຍເຫລືອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫລາຍຂະແໜງການ ຕະຫລອດໄລຍະ 50 ກວ່າປີຜ່ານມາ ໂດຍສະເພາະ ການອະນຸມັດເງິນກູ້, ທຶນຊ່ວຍເຫລືອລ້າ ແລະ ການຊ່ວຍເຫລືອທາງດ້ານວິຊາການ ສໍາລັບພາກລັດ ໃນໄລຍະປີ 2019-2020 ຈໍານວນ 27 ໂຄງການ ລວມມີມູນຄ່າທັງໝົດປະມານ 900 ລ້ານໂດລາສະຫະລັດ ແລະ ເຊື່ອໝັ້ນວ່າ ADB ຍັງຈະສືບຕໍ່ປະກອບສ່ວນຊ່ວຍເຫລືອ ສປປ ລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ວາງໄວ້ ໃນແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ທ້າຍສະໄໝ ແລະ ຍຸດທະສາດການເປັນຄູ່ຮ່ວມມືໃໝ່ ລະຫວ່າງ ສປປ ລາວ ແລະ ADB, ລວມທັງການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ຮອດປີ 2030.

ໃນໂອກາດດຽວກັນນີ້, ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka) ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ກັບ ລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ADB ແລະ ລັດຖະບານ ສປປ ລາວ, ໂດຍສະເພາະ ໃນໄລຍະທີ່ ທ່ານ ນາງ Sonomi ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສືບຕໍ່ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືການຟື້ນຟູເສດຖະກິດໃນໄລຍະ ແລະ ຫລັງການແພ່ລະບາດຂອງພະຍາດ COVID-19 ໃຫ້ມີປະສິດ ທິຜົນຕົວຈິງ.

ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here