ຈັບບ່ອນຜະລິດຢາເສບຕິດທີ່ອຸດົມໄຊ

0
5461

ອຸດົມໄຊ: ໃນວັນທີ 22 ຕຸລາ 2020, ເຈົ້າໜ້າທີ່ວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ສົມທົບອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນເປົ້າ ໝາຍຢາເສບຕິດ ຢູ່ 3 ຈຸດ ເຂດບ້ານດອນໄຊ ແລະ ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ, ເຊິ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ພ້ອມຢາເສບຕິດໄດ້ຈໍານວນຫຼາຍ ພ້ອມຫົວຕອກຢາບ້າ 87 ຫົວ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ຜ່ານການກວດກາເຮືອນຂອງເປົ້າໝາຍ ຊື່ທ້າວ ຈີນູລີ ອາຍຸ 29 ປີ ຢູ່ບ້ານດອນໄຊ, ຜ່ານການກວດຄົ້ນເຮືອນເປົ້າໝາຍ ຈຸດທີ1 ຢູ່ເຂດບ້ານດອນໄຊ ພົບຢາບ້າ 34.000 ເມັດ ໜັກ 3,8 ກິໂລກຼາມ, ເຮໂຣອິນ 1 ຫໍ່ນ້ອຍ ໜັກ 153 ກຼາມ, ແປ້ງຝຸ່ນສີຂາວ ແລະ ສີແດງ ໜັກ 2,5 ກິໂລກຼາມ, ເຄື່ອງອັດ ຢາບ້າ 1 ເຄື່ອງ ແລະ ພົບຢາບ້າ 439.000 ເມັດ ໜັກ 49,5 ກິໂລກຼາມ ໃນລົດເກງສີດຳ ໝາຍເລກທະບຽນ ນມ 9000 ກໍາແພງນະຄອນ, ພ້ອມເຮໂຣອິນ 1 ແທ່ງ ໜັກ 387 ກຼາມ ແລະ

ກວດຄົ້ນຈຸດທີ 2 ພົບຂອງກາງ ປະເພດແປ້ງຝຸ່ນສີຂາວ1 ຖົງ ໜັກ 3,3 ກິໂລກຼາມ, ສໍາລັບກວດຄົ້ນຈຸດທີ 3. ຢູ່ຈຸດບ້ານພູຂຽວ ເມືອງໄຊ ໄດ້ກວດກາພົບເຫັນເຄື່ອງຂອງກາງປະເພດຢາບ້າ 256 ເມັດ ນ້ຳໜັກ 25,7 ກຼາມ, ແປ້ງຝຸ່ນສີຂາວ ໜັກ 210,7 ກຼາມ.

ໃນນີ້ ລວມເຄື່ອງຂອງກາງທີ່ກວດກາພົບ ແລະ ຢຶດໄດ້ທັງໝົດມີຢາບ້າ ຈຳນວນ 473.256 ເມັດໜັກ 53,5 ກິໂລກຼາມ, ເຮໂຣອິນໜັກ 540 ກຼາມ,ແປ້ງຝຸ່ນປະສົມສານເສບຕິດໜັກ 6 ກິໂລກຼາມ, ເຄື່ອງອັດຢາບ້າ 1 ເຄື່ອງ ແລະ ຫົວຕອກຢາບ້າ 87 ຫົວ.

ປັດຈຸບັນຄະດີຢາເສບຕິດດັ່ງກ່າວ, ເຈົ້າໜ້າທີ່ວິຊາສະ ເພາະ ປກສ ແຂວງອຸດົມໄຊ ກໍາລັງດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຕິດຕາມກັກຕົວດຳເນີນຄະດີຕາມກົດໝາຍ.

ປກສ ອຸດົມໄຊ

LEAVE A REPLY

Please enter your comment!
Please enter your name here