ອາຊຽນ ທົບທວນການຮ່ວມມື ແລະ ກະກຽມເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

0
1494

ຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ນະຄອນ ຫລວງວຽງຈັນ, ທ່ານສະເຫລີມໄຊ ກົມມະສິດ ລັດຖະ ມົນຕີຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແບບທາງໄກ. ຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອ ທົບທວນຄືນ ການຈັດຕັ້ງປະ ຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງຫວຽດນາມ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ຕີ ລາຄາສູງຕໍ່ຄວາມຄືບໜ້າໃນການສືບຕໍ່ສ້າງປະ ຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິ ບັດບັນດາບູລິມະສິດ ຂອງການເປັນປະທານ ອາຊຽນຂອງ ສ.ສ.ຫວຽດນາມ ປີ 2020 ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງ ຕໍ່ສະພາບການ” ທີ່ເນັ້ນໃສ່ການຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມ ຍັງໄດ້ຢ້ຳຄືນບົດ ບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນຕໍ່ການກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນ ທີ່ກ່ຽວຂ້ອງ ລວມທັງໄດ້ຮັບຊາບຄວາມຄືບໜ້າຫລ້າສຸດຂອງການ ຮ່າງບັນດາເອກະສານຜົນຂອງກອງປະຊຸມ ທີ່ ຈະນຳສະເໜີຕໍ່ກອງປະຊຸມສຸດຍອດ ທີ່ຈະມາເຖິງ ພິຈາລະນາຮັບຮອງເອົາ. ນອກນັ້ນ, ກອງປະຊຸມໄດ້ຮັບຊາບ ກ່ຽວກັບບັນຊີການລົງສະໝັກຂອງບັນດາປະເທດ ສະມາຊິກອາຊຽນໃນຕໍາແໜ່ງຕ່າງໆ ປະຈຳບັນດາອົງການ ສະຫະປະຊາຊາດ (ສປຊ) ແລະ ອົງການຈັດຕັ້ງສາກົນອື່ນໆ. ໃນນີ້, ສປປ ລາວ ກໍໄດ້ແຈ້ງໃຫ້ກອງປະຊຸມ ຊາບວ່າ: ສປປ ລາວ ຈະສະໝັກເຂົ້າເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ ຫລື ECOSOC ໃນສົກ ປີ 2023-2025.

ກອງປະຊຸມ ສະພາປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 22 ໄດ້ຕີລາຄາສູງຕໍ່ຜົນການ ຈັດຕັ້ງປະຕິ ບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ 2025 ໃນ 1 ປີຜ່ານມາ ແລະ ເຫັນ ດີເປັນເອກະພາບຕໍ່ຮ່າງບົດລາຍງານການທົບທວນຄືນກາງສະໄໝ ແຜນແມ່ບົດດັ່ງກ່າວ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໃນວັນທີ 12 ພະຈິກ 2020 ພິຈາລະນາຮັບຮອງເອົາ. ພ້ອມນີ້, ໄດ້ຊຸກຍູ້ຂະ ແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມການເມືອງ ໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນຳພາການຈັດ ຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງ ໃຫ້ສຳເລັດຕາມຄາດໝາຍ. ກອງປະຊຸມ ສະພາປະສານງານອາຊຽນ ຄັ້ງທີ 28 ໄດ້ສະແດງຄວາມເພິ່ງພໍໃຈຕໍ່ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດ ການເປັນປະ ທານອາຊຽນປີ 2020 ຂອງ ສ.ສ ຫວຽດນາມ ລວມທັງການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະ ບາດ ຂອງພະຍາດໂຄວິດ-19 ເຊິ່ງສະແດງອອກຢູ່ໃນບັນດາບົດລາຍງານ ທີ່ໄດ້ຮັບຮອງເອົາເປັນຕົ້ນ: ບົດລາຍ ງານ ປະທານກອງປະຊຸມສະພາປະສານງານອາຊຽນ ກ່ຽວກັບ ບັນດາກິດຈະກຳ ແລະ ຂໍ້ລິເລີ່ມໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19; ບົດລາຍງານຂອງທ່ານເລຂາທິການໃຫຍ່ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ ອາຊຽນ; ບົດລາຍງານຂອງປະທານຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນ; ບົດລາຍງານຂອງ ປະ ທານຄະນະໜ່ວຍງານສະເພາະກິດຂໍ້ລິເລີ່ມ ວ່າດ້ວຍການເຊື່ອມໂຍງອາຊຽນ ຫລື ໄອເອໄອ; ບົດລາຍງານຂອງ ຄະນະກຳມະການປະສານງານ ວ່າດ້ວຍການເຊື່ອມຈອດອາຊຽນ; ບົດລາຍງານປະຈຳປີ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ແລະ ບົດລາຍງານຄວາມຄືບໜ້າຂອງໜ່ວຍ ງານວິຊາການສະພາປະສານງານອາຊຽນ ກ່ຽວກັບການພິ ຈາລະນາປະເທດ ຕີມໍເລສເຕ ເຂົ້າເປັນສະມາຊິກອາຊຽນ.

ພາຍຫລັງສຳເລັດກອງປະຊຸມ ສະພາປະສານງານອາຊຽນ ຄັ້ງທີ 28 ແລ້ວ, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ຮ່ວມພິທີລົງນາມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫລື (TAC) ເພື່ອຮັບເອົາ ໂກໂລມບີ, ກູບາ ແລະ ອາຟຣິກາໃຕ້ ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ ຕາມລໍາດັບ.

Lao National Radio

LEAVE A REPLY

Please enter your comment!
Please enter your name here