ອາຊຽນ ແລະ 5 ປະເທດຄູ່ຮ່ວມມື ລົງນາມສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານໃຫຍ່ທີ່ສຸດໃນໂລກ

0
2744

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງແບບທາງໄກ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍ ວັນທີ 15 ພະຈິກ 2020 ນີ້ ພາຍຫລັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີຫວຽດນາມ ໃນຖານະປະທານອາຊຽນ 2020 ຊື່ງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ.

ຜູ້ນໍາປະເທດສະມາຊິກອາຊຽນກໍ່ຄືຄູ່ເຈລະຈາໄດ້ຮັບຮອງເອົາເອກະສານສໍາຄັນຫລາຍກວ່າ 80 ສະບັບ ຖືເປັນການຮັບຮອງເອົາເອກະສານຫລາຍທີ່ສຸດນັບແຕ່ມີກອງປະຊຸມສຸດຍອດອາຊຽນເປັນຕົ້ນມາ ໂດຍມີ 16 ກອງປະຊຸມລະດັບສຸດຍອດ ໃນນັ້ນມີກອງປະຊຸມລະດັບສຸດຍອດໃນຂອບອາຊຽນ 14 ກອງປະຊຸມ ແລະ ໃນຂອບແມ່ນ້ຳຂອງ 2 ກອງປະຊຸມ.

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຈ້ງໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມຄັ້ງນີ້ວ່າ:

“ຕະຫລອດໄລຍະການດຳເນີນກອງປະຊຸມຜູ້ນໍາປະເທດ ສະມາຊິກອາຊຽນ ໄດ້ປຶກສາຫາລືຫລາຍບັນຫາສຳຄັນ ເປັນຕົ້ນການຈັດຕັ້ງປະຕິບັດແຜນແມ່ບົດການສ້າງປະຊາຄົມອາຊຽນ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດໄລຍະ 1 ປີຜ່ານມາ ພາຍໃຕ້ການເປັນປະທານອາຊຽນຂອງຫວຽດນາມ ນອກນີ້ຜູ້ນໍາອາຊຽນ ແລະປະເທດຄູ່ເຈລະຈາຍັງໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ລວມເຖິງທິດທາງການເຄື່ອນໄຫວວຽກງານໃນຕໍ່ໜ້າ ໂດຍລວມແລ້ວບັນຫາທີ່ພົ້ນເດັ່ນແລະຍົກຂຶ້ນມາປຶກສາຫາລືແມ່ນ: ການຮັບມືກັບພະຍາດໂຄວິດ19 ,ການຟື້ນຟູເສດຖະກິດຫຼັງຈາກໂຄວິດ19 ຊື່ງອາຊຽນໄດ້ສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະ ຍາດໂຄວິດ19, ຜູ້ນໍາອາຊຽນໄດ້ຕົກລົງ ແລະເປັນເອກະພາບກັນສ້າງຕັ້ງຄັງແຮຢາປົວພະຍາດ ແລະອຸປະກອນການແພດຕ່າງໆ, ສ້າງຕັ້ງສູນສາທາລະນະສຸກ ສຸກເສີນ ແລະຕ້ານພະຍາດລະບາດຂອງພາກພື້ນອາຊຽນ.”

ມາຮອດປະຈຸບັນມີປະເທດຄູ່ຮ່ວມເຈລະຈາໄດ້ສະໜອງທືນຈໍານວນໜື່ງ ເພື່ອເຮັດໃຫ້ສູນດັ່ງກ່າວສາມາດຈັດຕັ້ງປະຕິບັດວຽກງານໄດ້ ນອກຈາກນີ້ຍັງໄດ້ຕົກລົງ ແລະຮັບຮອງເອົາຫລາຍບັນຫາສຳຄັນຕື່ມອີກ.

ລັດຖະມົນຕີກະຊວງການຕ່າງປະເທດ ຊີ້ໃຫ້ເຫັນຕື່ມວ່າ: ໃນກອງປະຊຸມຄັ້ງນີ້ຜູ້ນໍາ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອົດສຕາລີ ແລະນູແວນເຊລັງ ໄດ້ລົງນາມໃນສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານຫຼືອາເຊັບ ຊື່ງເປັນຂອບສັນຍາເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກກວມເອົາເກືອບ 1ສ່ວນ3 ຂອງຍອດຜະລິກຕະພັນພາຍໃນຫລື GDP ໂລກ, ສັນຍາອາເຊັບຈະມີຜົນສັກ ສິດເມື່ອ 6 ປະເທດສະມາຊິກອາຊຽນ ແລະ 3 ປະເທດຄູ່ເຈ ລະຈາ ໄດ້ໃຫ້ສັດຕະຍາບັນແກ່ສັນຍາດັ່ງກ່າວ.

ໃນພິທີອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງເປັນທາງການຍັງໄດ້ມີພິທີມອບ-ຮັບການເປັນປະທານອາຊຽນໃຫ້ບຣູໄນດາລູຊາລຳສຳລັບປີ 2021 ພາຍໃຕ້ຄຳຂັວນ ພວກເຮົາຫວ່ງໄຍ ພວກເຮົາກຽມ ພ້ອມ ພວກເຮົາພ້ອມກັນຈະເລີນ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້່າ ໃຫ້ສໍາພາດຕໍ່ສື່ມວນຊົນ ພາຍຫລັງເຂົ້າຮ່ວມກອງປະຊຸມວ່າ:

“ຈາກການລົງນາມເອກສານຮ່ວມກັນ ໃນຄັ້ງນີ້ ຈະເຮັດໃຫ້ເສດຖະກິດຂອງລາວ ກໍຄືຂອງປະເທດໃນພາກພື້ນ ແລະໃນໂລກທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກການລະບາດຂອງພະຍາດໂຄວິດ19, ຈະໄດ້ຮ່ວມກັນສືບຕໍ່ການຄ້າ ແລະການລົງທຶນ ້ ເຊິ່ງຈະເຮັດໃຫ້ພວກເຮົາສາມາດຊຸກຍູ້ການຄ້າ ແລະການລົງທຶນເພີ່ມຂຶ້ນ ທັງຮ່ວມກັນແກ້ໄຂ ຜົນສະທ້ອນຂອງພະຍາດໂຄວິດ19, ໂດຍສຸມໃສ່ການອໍານວຍຄວາມສະດວກດ້ານການຄ້າ ໂດຍສະເພາະ ການສົ່ງອອກ ແລະການນໍາເຂົ້າຕາມດ່ານຕ່າງໆ ບໍ່ເກືອດຫ້າມການເຄື່ອນຍ້າຍສິນຄ້າທີ່ມີຄວາມຈໍາເປັນຕໍ່ການດໍາລົງຊີວິດຂອງປະຊາຊົນ ໃນໄລຍະທີ່ມີຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ19.”

Lao National Radio

LEAVE A REPLY

Please enter your comment!
Please enter your name here