ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ

0
2294

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ – 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈຳນວນ 9 ສະບັບ ຄື: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ທ່ານ ຄໍາເຈນ ວົງໂພສີ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ການຮັບຮອງເອົາການແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີ ກະຊວງພາຍໃນ; ການຮັບຮອງເອົາແຜນຜັງລວມຕົວເມືອງນະຄອນຫລວງວຽງຈັນ ສະບັບທີ III; ການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020, ທິດທາງແຜນການ ປະຈໍາປີ 2021; ການຮັບຮອງເອົາບົດລາຍງານ ຂອງລັດຖະບານກ່ຽວກັບການສະຫລຸບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ 2020 ແລະ ແຜນການ ປະຈໍາປີ 2021; ການຮັບຮອງເອົາບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2018, ສົກປີ 2013-2014 ແລະ 2015-2016; ການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021; ການຮັບຮອງເອົາບົດສະຫລຸບການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2021 ແລະ ການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ປີ 2020 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຄາດຄະເນແຜນການ ປະຈໍາປີ 2021.

ກອງປະຊຸມຄັ້ງນີ້, ຍັງໄດ້ພິຈາລະນາຮັບຮອງເອົາກົດໝາຍ ຈຳນວນ 5 ສະບັບ, ໃນນັ້ນກົດໝາຍສ້າງໃໝ່ 4 ສະບັບ ແລະ ປັບປຸງ 1 ສະບັບ ຄື: ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາ ແລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ.

ຢູ່ໃນການດຳເນີນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະເໜີ ໃຫ້ 4 ພາກສ່ວນຂຶ້ນຊີ້ແຈງຕໍ່ຄຳຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ, ຊຶ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບ ມີ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມ ໄດ້ມີປະຊາຊົນບັນດາເຜົ່າ ສົ່ງຄຳຄິດຄຳເຫັນຜ່ານໂທລະສັນສາຍດ່ວນ (156) ຫລາຍກວ່າ 536 ສາຍ, ເຊິ່ງພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທ ລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະ ບຽບການ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດ ປິດກອງປະຊຸມ, ເຊິ່ງຍົກໃຫ້ເຫັນບາງຕອນສຳຄັນ ວ່າ: ກອງປະຊຸມ ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ທີ່ໄດ້ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນສະພາບແວດລ້ອມສາກົນ ແລະ ພາກພື້ນມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າຍທາຍຫລາຍປະການ ເຮັດໃຫ້ການຈັດຕັ້ງປະຕິບັດຫລາຍຄາດໝາຍບັນລຸຕາມແຜນທີ່ກຳນົດໄວ້.

ໃນກອງປະຊຸມຄັ້ງນີ້, ນອກຈາກຈະພິຈາລະນາຮັບຮອງເອົາບັນຫາພື້ນຖານທີ່ສຳຄັນຂອງຊາດ ຍັງໄດ້ຮັບຟັງ ແລະ ປະກອບຄຳເຫັນເບື້ອງຕົ້ນໃສ່ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 5 ປີ (2021-2025).

ພ້ອມກັນນັ້ນ, ກໍໄດ້ສະເໜີມາຍັງລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຈົ່ງໄດ້ຊີ້ນຳກະຊວງ ແລະ ກຳມາ ທິການກ່ຽວຂ້ອງ ນຳເອົາຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປປັບປຸງເຂົ້າແຜນດັ່ງກ່າວ ແລະ ສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງຕໍ່ແຕ່ລະບັນຫາ ເພື່ອກຳນົດບັນດາຄາດໝາຍ, ທິດທາງ, ວຽກງານຈຸດສຸມໃນແຕ່ລະດ້ານໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການໃນການພັດທະນາເສດຖະກິດ-ສັງຄົມ, ຄວາມອາດສາມາດຕົວຈິງທາງດ້ານທຶນຮອນ ໃນໄລຍະ 5 ປີຕໍ່ໜ້າ ເພື່ອສາມາດນຳໄປພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

ທ່ານ ນາງ ປານີ ຢາທໍ່ຕູ້ ໂດຍຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ, ເນື່ອງຈາກວ່າສະພາແຫ່ງຊາດຊຸດທີ VIII ໃກ້ຈະໝົດວາລະໄປອີກບໍ່ເທົ່າໃດເດືອນຂ້າງໜ້ານີ້, ສະແດງຄວາມຂອບໃຈ ແລະ ຍ້ອງຍໍສັນລະເສີນ ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ໄດ້ສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ແລະ ຫວັງຢ່າງຍິ່ງວ່າ ສະມາຊິກສະພາແຫ່ງຊາດແຕ່ລະທ່ານ ຈະມີຄວາມຊົງຈຳທີ່ດີຕະຫລອດໄລຍະການຮ່ວມເຄື່ອນໄຫວວຽກງານໃນສະພາແຫ່ງຊາດຊຸດນີ້ ແລະ ຈະສືບຕໍ່ປະກອບສ່ວນຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ຄວາມຈະເລີນຮຸ່ງເຮືອງວັດທະນາຂອງປະເທດຊາດລາວເຮົາ. ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງໄດ້ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາມະຕິ ແລະ ກົດໝາຍ ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງນີ້ ໃຫ້ເປັນແຜນວຽກອັນລະອຽດຂອງຕົນ, ພ້ອມທັງ ອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນວັນບຸນສຳຄັນຂອງຊາດ ກໍຄື ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຂອງພັກ ຄັ້ງທີ XI ທີ່ຈະໄຂຂຶ້ນໃນ ມໍ່ໆນີ້.

Lao National Radio

LEAVE A REPLY

Please enter your comment!
Please enter your name here