ແຂວງເຊກອງ ເກັບລາຍຮັບພູດທ້ອງຖິ່ນບໍ່ໄດ້ຕາມແຜນ ໃນໄລຍະ 10 ເດືອນ ຜ່ານມາ

0
1434

ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຢູ່ແຂວງເຊກອງໃນໄລຍະ 10 ເດືອນຜ່ານມາ ເຫັນວ່າຍັງມີຫຼາຍດ້ານພົບຄວາມຫຍຸ້ງຍາກ ແລະທ້າທາຍສູງເປັນຕົ້ນແມ່ນບັນຫາສະພາບຟືດເຄືອງທາງດ້ານການເງິນງົບປະມານ, ໄພພິບັດຈາກທໍາມະຊາດ ແລະບັນຫາການລະບາດຂອງພະຍາດໂຄວິດ-19.

ຕໍ່ກັບສະພາບດັ່ງກ່າວ ຄະນະພັກ-ການນໍາຂອງແຂວງ ກໍຄື #ພະແນກການເງິນແຂວງເຊກອງໄດ້ເອົາໃຈໃສ່ຊຸກຍູ້ຢ່າງໃກ້ຊິດຕິດແທດ,ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ, ຂໍ້ກໍານົດ ແລະລະບຽບການຕ່າງໆ, ພ້ອມທັງ ກໍານົດລະບຽບຫຼັກການ, ມາດຕະການກ່ຽວກັບການຕິດຕາມກວດກາການຈັດເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັດກຸ່ມ, ມີປະສິດທິພາບ ແລະປະສິດທິຜົນ ເພື່ອແນໃສ່ຮັບປະກັນຄວາມໝັ້ນທ່ຽງທາງດ້ານການເງິນງົບປະມານໄດ້ຢ່າງຖ່ວງທັນ ແລະທົ່ວເຖິງ.

ທ່ານ ວົງມະນີ ແກ້ວນະຄອນ ຮອງຫົວໜ້າພະແນກການເງິນແຂວງເຊກອງໃຫ້ຮູ້ວ່າ:ຜ່ານໄປ 10 ເດືອນປີ 2020 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໂດຍສະເພາະການຈັດເກັບລາຍຮັບ (ພູດຂອງແຂວງ) ປະຕິບັດໄດ້ພຽງ 36,47 ຕື້ກີບເທົ່າກັບ 54% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 30% ໃນນັ້ນມີລາຍຮັບຈາກສ່ວຍສາອາກອນ 31,25 ຕື້ກີບເທົ່າກັບ 53% ແລະລາຍຮັບຈາກຊັບສິນ 5,21 ຕື້ກີບເທົ່າກັບ 64% ຂອງແຜນດັດແກ້.

ຂະນະທີ່ດ້ານລາຍຈ່າຍ 10 ເດືອນປະຕິບັດໄດ້ 231,62 ຕື້ກີບເທົ່າກັບ 75% ຂອງແຜນດັດແກ້ ໃນນີ້ຂັ້ນແຂວງປະຕິບັດໄດ້ 141,29 ຕື້ກີບເທົ່າກັບ 72% ແລະເມືອງ 4 ຕົວເມືອງ 90,06 ຕື້ກີບເທົ່າກັບ 70% ປະກອບມີການຈ່າຍເງິນເດືອນ-ເງິນອຸດໜູນ, ເງິນນະໂຍບາຍ, ເງິນບໍລິຫານ-ວິຊາການ, ເງິນດັດສົມ,ເງິນແຮແຂວງ ແລະຈ່າຍເງິນຊື້ຊັບສົມບັດຄົງທີ່ຮັບໃຊ້ບໍລິຫານ.

ໂດຍລວມ ຄາດຄະເນການເກັບລາຍຮັບເຂົ້າງົບປະມານຢູ່ແຂວງເຊກອງໃນປີ 2020 ຈະປະຕິບັດໄດ້ພຽງແຕ່ 90% ຂອງແຜນດັດແກ້, ທັງນີ້ ກໍເນື່ອງຈາກຜ່ານມາສະພາບການເງິນງົບປະມານຂອງປະເທດເຮົາບໍ່ຄ່ອຍ້ອື້ອຍອໍານວຍເທົ່າທີ່ຄວນ,ສະເພາະພາຍໃນແຂວງເຊກອງ ຍັງພົບຂໍ້ຫຍຸ້ງຍາກຫຼາຍປະການເປັນຕົ້ນສະພາບໄພພິບັດຈາກທໍາມະຊາດ ແລະການລະບາດຂອງພະຍາດໂຄວິດ-19 ທີ່ມີຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືຜູ້ປະກອບການທຸລະກິດ ເຮັດໃຫ້ການເກັບພາສີ-ອາກອນ ແລະລາຍຮັບອື່ນໆພົບຄວາມຫຍຸ້ງຍາກ. ທ່ານ ວົງມະນີ ແກ້ວນະຄອນ ກ່າວ.

ຂ່າວ : ສັນຍາ Medialaos ຂ່າວເຊກອງ

LEAVE A REPLY

Please enter your comment!
Please enter your name here