6 ແຂວງພາກເຫນືອ ທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

0
5167

ວັນທີ 19 ພະຈິກນີ້ ຢູ່ທີ່ສະໂມສອນແຂວງອຸດົມໄຊ 6ແຂວງພາກເຫນືອ ປະຊຸມທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວຫນ້າອົງການ ຕ້ານການ ສໍ້ລາດບັງຫລວງຂັ້ນສູນກາງ. ມີບັນດາສະຫາຍກຳມະການສູນກາງພັກ, ເລຂາ, ຮອງເລຂາພັກແຂວງ, ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ 6ແຂວງ ພາກເໜືອຄື: ແຂວງ ຜົ້ງສາລີ, ບໍ່ແກ້ວ, ຫລວງນ້ຳທາ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງອຸດົມໄຊ ເຂົ້າຮ່ວມ.

ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ກ່າວໃນກອງປະຊຸມວ່າ: ຈຸດປະສົງ ໃນການທາບທາມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຄັ້ງນີ້ ດ້ານຫນຶ່ງແມ່ນເຜີຍແຜ່, ເຊື່ອມຊຶມ ແລະ ສ້າງຄວາມເປັນເອກະພາບກັບທາງດ້ານທັດສະນະ, ທິດນໍາ, ແຜນນະໂຍບາຍໃຫຍ່ ທີ່ຈະກໍານົດອອກ ໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃນຊຸມປີຕໍ່ໜ້າ ເຊິ່ງຈິດໃຈກວມລວມ ແມ່ນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອນໍາພາຊີ້ນໍາແກ້ໄຂບັນຫາຕ່າງໆ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ສ່ວນອີກດ້ານໜຶ່ງ ແມ່ນເພື່ອຮັບຟັງຄໍາຄິດຄໍາເຫັນຂອງບັນດາ, ພະນັກງານ ຫຼັກແຫຼ່ງຂອງກະຊວງແລະອົງການ ໄປຄຽງຄູ່ກັບບັນດາຄະນະພັກ ທ້ອງຖິ່ນເພື່ອເປັນພື້ນຖານສໍາຄັນໃຫ້ແກ່ ການສືບຕໍ່ປັບປຸງຮ່າງເອກະສານຂອງກອງປະຊຸມໃຫ້ມີເນື້ອໃນ ເລິກເຊິ່ງ, ຄົບຖ້ວນ, ແທດເຫມາະກັບຕົວຈິງ ແລະ ມີຄວາມອາດສາມາດຈັດຕັ້ງປະຕິບັດໃຫ້ເປັນຈິງ.

ກອງປະຊຸມ ຜູ້ແທນເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ- ສັງຄົມ, ກົດລະບຽບພັກແລະອື່ນໆ. ຈາກນັ້ນ ຈະໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນ ຮ່າງເອກະສານດັ່ງກ່າວ ກໍ່ຄືບັນດາບັນຫາທີ່ຕັ້ງຂຶ້ນ ແນໃສ່ປະກອບສ່ວນສໍາຄັນເຮັດໃຫ້ກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກທີ່ຈະດໍາເນີນໃນຕໍ່ໜ້າ ໃຫ້ກາຍເປັນກອງປະຊຸມແຫ່ງການສັງລວມໝາກຜົນ ດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາແລະໄດ້ຮັບຜົນສໍາເລັດຢ່າງຈົບງາມ ກອງປະຊຸມຈະດຳເນີນເປັນເວລາ 2ວັນ ຈິ່ງສຳເລັດ.

ຂ່າວ:ໄມພອນ, ກວດແກ້ໂດຍ: ອ່ຽງຄຳ ວິລະສັກ

LEAVE A REPLY

Please enter your comment!
Please enter your name here