ບົດບາດຂອງສື່ ໃນການເພີ່ມທະວີການຮ່ວມມື ເພື່ອຕໍ່ສູ້ກັບພະຍາດໂຄວິດ19 ແລະການຟື້ນຟູເສດຖະກິດ

0
1593

ຄະນະສື່ມວນຊົນລາວນໍາໂດຍທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ 2020 ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມື ເພື່ອຕໍ່ສູ້ກັບພະຍາດໂຄວິດ19 ແລະການຟື້ນຟູເສດຖະກິດ ຜ່ານລະບົບວີດີໂອທາງໄກ ໃນວັນທີ 24 ພະຈິກນີ້ ຢູ່ສຳນັກງານໜັງສືພິມພາສາຕ່າງປະເທດ, ນະຄອນຫລວງວຽງຈັນ

ໂດຍມີຄະນະຜູ້ແທນຈາກຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ຊື່ງເປັນປະເທດສະມາຊິກຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເຂົ້າຮ່ວມ ຊື່ງຈັດໂດຍການໜັງສືພິມປະຊາຊົນຈີນ ຫລື People’s Daily ຮ່ວມກັບກະຊວງຖະຫຼງຂ່າວມຽນມາ ແນໃສ່ເພື່ອແລກ ປ່ຽນບົດຮຽນ ແລະປະສົບການຮ່ວມກັນກ່ຽວກັບການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນການປ້ອງກັນ ຄວບຄຸມ ແລະແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ19.

ໃນກອງປະຊຸມຄັ້ງນີ້ ທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຍົກໃຫ້ເຫັນເຖິງສະພາບ ລວມເຖິງມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19ຢູ່ລາວ ຊື່ງສື່ມວນຊົນລາວ ທັງສື່ຂອງລັດ ແລະເອກະຊົນໄດ້ກາຍເປັນກຳລັງແຮງຂັບເຄື່ອນທີ່ສຳຄັນ ເພື່ອນໍາເອົາແນວທາງນະໂຍບາຍ ແລະບັນດາມາດຕະການຂອງລັດຖະບານ ລວມທັງບົດຮຽນຈາກຕ່າງປະເທດໃນການຮັບມືກັບພະຍາດໂຄວິດ19 ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ ແລະທັນການ ພ້ອມນີ້ສື່ມວນຊົນໄດ້ເປັນເຈົ້າການແກ້ໄຂຂໍ້ຂ້ອງໃຈ ແລະແກ້ຂ່າວບິດເບືອນຂໍ້ມູນ ຫລືຂ່າວປອມກ່ຽວກັບພະຍາດໂຄວິດ19ຢູ່ລາວໃຫ້ສັງຄົມຮັບຮູ້ຂໍ້ມູນທີ່ຖືກຕ້ອງກັບຄວາມເປັນຈິງ.

ໃນກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ 2020 ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມື ເພື່ອຕໍ່ສູ້ກັບພະຍາດໂຄວິດ19 ແລະການຟື້ນຟູເສດຖະກິດຄັ້ງນີ້ ສື່ມວນຊົນລາວ ສະເໜີໃຫ້ 6 ປະເທດສະມາຊິກຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ ສືບຕໍ່ແລກ ປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະປະສົບການຕ່າງໆຮ່ວມກັນໃຫ້ຫລາຍຂື້ນກວ່າເກົ່າ ເພື່ອປະກອບ ສ່ວນສໍາຄັນ ເຮັດໃຫ້ 6 ປະເທດສາມາດຜ່ານຜ່າວິກິດທີ່ເກີດຂື້ນຈາກການລະບາດຂອງພະຍາດໂຄວິດ19ໃນຄັ້ງນີ້ໄປໄດ້ດ້ວຍດີ.

LEAVE A REPLY

Please enter your comment!
Please enter your name here