ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

0
1686

ໂດຍຕອບສະໜອງຕາມການເຊື້ອເຊີນຈາກ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໄດ້ນໍາພາຄະນະຜູ້ແທນກະຊວງ ການຕ່າງປະເທດຫວຽດນາມ ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາ ລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນລະຫວ່າງວັນທີ 29-30 ພະຈິກ 2020 ທີ່ ນະຄອນຫຼວງວຽງຈັນ.

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 29 ພະຈິກ 2020 ທີ່ສູນຮ່ວມມືສາກົນ ICTC, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ມີຜູ້ເຂົ້າຮ່ວມຈາກ ບັນດາ ກົມກ່ຽວຂ້ອງຂອງສອງປະເທດ ຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປ ດ້ວຍບັນຍາກາດ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ໂດຍທັງສອງຝ່າຍໄດ້ທົບທວນຕີລາຄາຄືນ ການຮ່ວມມື ສອງຝ່າຍໃນໄລຍະຜ່ານມາ ກໍ່ຄື ລະຫວ່າງສອງກະຊວງການຕ່າງປະເທດ ແລະ ວາງແຜນການຮ່ວມມື ໃນຕໍ່ໜ້າ. ນອກນີ້, ຍັງໄດ້ແລກປ່ຽນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ.

ສອງຝ່າຍ ຍັງໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວ ເປັນຢ່າງດີ ໃນໄລຍະຜ່ານມາ. ນອກນີ້, ຍັງໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນ ຂອງສອງຂະແໜງ ການຕ່າງປະເທດ ທີ່ເປັນຂົວຕໍ່ ລະຫວ່າງ ການພົວພັນສອງປະເທດ, ເປັນເສນາທິການໃຫ້ຂັ້ນເທິງ ໃນວຽກງານການຕ່າງປະເທດ ແລະ ເປັນຜູ້ຊຸກຍູ້ຕິດຕາມການຮ່ວມມືສອງຝ່າຍ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ. ສອງຝ່າຍ ຍັງເຫັນດີ ສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງ ຂອງສອງ ປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍ່ຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ສໍາເລັດການເປັນ ປະທານອາຊຽນ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມທັງ,ໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ບໍ່ວ່າຈະເປັນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19 ຢູ່ລາວ ກໍ່ຄືໃນໄລຍະເວລາ ສປປ ລາວ ປະສົບກັບເຫດໄພພິບັດທາງ ທໍາມະຊາດ ໂດຍສະເພາະ ໄດ້ຂອບໃຈຕໍ່ການມອບເຂົ້າສານ ຈໍານວນ 1000 ໂຕນ ເພື່ອຊ່ວຍເຫຼືອ ປະຊາຊົນແຂວງສະຫວັນນະເຂດ ທີ່ປະສົບກັບອຸທົກກະໄພ ຮ້າຍແຮງ ໃນກາງເດືອນພະຈິກຜ່ານມາ, ເຖິງວ່າ ສະຫາຍ ຫວຽດນາມເອງ ກໍ່ປະເຊີນໜ້າກັບໄພທຳມະຊາດຮ້າຍແຮງເຊັ່ນກັນ ແຕ່ກໍ່ໄດ້ບິແບ່ງ ການຊ່ວຍເຫຼືອໃຫ້ແກ່ ສປປ ລາວ. ພ້ອມນີ້, ຝ່າຍຫວຽດນາມ ກໍ່ໄດ້ຂອບໃຈຝ່າຍລາວທີ່ໄດ້ສົ່ງຄວາມ ເຫັນໃຈ ແກ່ ສສ ຫວຽດນາມ ຕໍ່ເຫດລົມພະຍຸຈໍານວນຫຼາຍລູກ ພັດເຂົ້າພາກາງຂອງຫວຽດນາມ ໃນໄລຍະເດືອນສິງຫາ-ເດືອນພະຈິກ ຜ່ານມານີ້, ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາ ຊົນ ຫວຽດນາມຢ່າງຫຼວງຫຼາຍ ແລະ ຍັງໄດ້ຂອບໃຈຝ່າຍລາວ ທີ່ໄດ້ໃຫ້ການສະໜັບສະໜູນ ສສ ຫວຽດນາມ ໃນການເປັນປະທານອາຊຽນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງ ສະພາ ຄວາມໝັ້ນຄົງ ສົກປີ 2020-2021 ເປັນຢ່າງດີ.

ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ, ສອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມກັນລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໄລຍະ 2021-2025 ແທນສະບັບເກົ່າ ທີ່ໄດ້ໝົດອາຍຸລົງໃນປີ 2020 ນີ້ ເພື່ອເສີມ ຂະຫຍາຍ ການຮ່ວມມື ລະຫວ່າງສອງກະຊວງໃຫ້ຂະຫຍາຍຕົວ ແລະ ສອດຄ່ອງກັບສະພາບການ ໃນໄລຍະໃໝ່.

LEAVE A REPLY

Please enter your comment!
Please enter your name here