ໄຂກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V

0
1779

ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ) ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ ໃນວັນຕອນເຊົ້າຂອງວັນທີ 10 ທັນ ວາ 2020 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ການນໍາພາ ເຂັ້ມແຂງ, ການຄຸ້ມຄອງ ສັກສິດ, ຂ່າວສານ ທັນສະໄໝ, ວັດທະນະທໍາ ສີວິໄລ, ທ່ອງທ່ຽວຍືນຍົງ” ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຖວທ,

ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍຮອງເລຂາ ແລະ ກໍາມະການໃນຄະນະພັກກະຊວງ ຖວທ, ພະນັກງານອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈຳນວນ 204 ສະຫາຍ, ຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈຳນວນ 849 ສະຫາຍ, ຍິງ 307 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫລວດການນໍາພາ ລວມຂອງຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ IV, ປ່ນບັດເລືອກຕັ້ງເອົາຄະນະພັກກະຊວງ ຖວທ ຊຸດໃໝ່ສະໄໝທີ V ເພື່ອເປັນຫລັກແຫລ່ງແກ່ນສານ ໃນການສືບຕໍ່ຊີ້ນໍາ-ນໍາພາວຽກງານ ຖວທ ໃນຊຸມປີຕໍ່ໜ້າ. ພ້ອມນີ້ ກອງປະຊຸມຍັງຈະໄດ້ເລືອກຕັັ້ງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກໃນຈະໄຂຂຶ້ນໃນຕໍ່ໜ້າ.

ນອກຈາກນີ້ ກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກ ງານຂອງ ຄະນະພັກຊຸດໃໝ່ ກໍຄື ບັນດາສະມາຊິກພັກທົ່ວກະຊວງ ຖວທ ຕື່ມອີກ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ກ່າວເປີດກອງປະຊຸມໃຫຍ່ ບາງຕອນວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນຂີດໝາຍສໍາຄັນທາງດ້ານການເມືອງຂອງທົ່ວກະຊວງ ຖວທ. ເປັນກອງປະຊຸມທີ່ມີເປົ້າໝາຍເພີ່ມທະວີຄຸນນະພາບການນໍາພາຂອງອົງຄະນະພັກ, ເຮັດໃຫ້ອົງຄະນະພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ດີ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ສະນັ້ນ, ຈຶ່ງ ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມໃຫຍ່ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມຈິດໃຈ ແລະ ສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ສ້າງສັນ, ມີວິທີວິທະຍາ ສາດໃນການຕຶກຕອງ ແລະ ຕົກລົງບັນຫາຢ່າງຖີ່ຖ້ວນ ບົນພື້ນຖານຫລັກໝັ້ນ, ທັດສະນະຊົນຊັ້ນ ແລະ ທັດສະນະພື້ນຖານຂອງພັກ ເພື່ອເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທຸກປະການ.ຫລັງຈາກນັ້ນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະເໜີບົດລາຍງານທັງສອງພາກຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນໄລຍະ 5 ປີຜ່ານມາ, ຄະນະພັກກະຊວງ ຖວທ ໄດ້ສຸມທຸກຄວາມສາມາດນໍາພາ-ຊີ້ນໍາວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ດໍາເນີນໄປຕາມແຜນ ແລະ ພັດທະນາຢ່າງຕໍ່ເນື່ອງ.ຄະນະພັກໄດ້ຖືວຽກງານແນວຄິດເປັນບູລິມະສິດ ໂດຍເອົາວຽກງານດັ່ງກ່າວ ຕິດພັນ ແລະ ເຊື່ອມສານເຂົ້າກັບການເຄື່ອນໄຫວໃນທຸກຂົງເຂດວຽກງານທົ່ວຂະແໜງ ຖວທ, ສ້າງເປັນແຜນ ການການເຄື່ອນໄຫວຊີ້ນໍາໃຫ້ທຸກໜ່ວຍພັກ ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ຮັບປະກັນໃຫ້ສະມາຊິກພັກ-ພະນັກງານທົ່ວຄະນະພັກ ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ການສຶກສາອົບຮົມການເມືອງ-ແນວຄິດໄດ້ຕິດພັນກັບການດໍາເນີນຊີວິດການເມືອງຂອງພັກຢ່າງເປັນປົກກະຕິຕໍ່ເນື່ອງ, ທັງເປັນການຊຸກຍູ້ສົ່ງເສີມດ້ານດີແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ເປັນຮູບປະທໍາຕົວຈິງ;

ການຈັດຕັ້ງພັກໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບເທື່ອລະກ້າວ; ໄດ້ສຸມໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ໄດ້ຍົກສູງຄຸນນະພາບຂອງສະມາຊິກພັກ- ການຈັດຕັ້ງຮາກຖານພັກ ແລະ ໄດ້ປັບປຸງບູລະນະການຈັດຕັ້ງຮາກຖານພັກ-ສະມາຊິກພັກຕາມກົດລະບຽບຂອງພັກ. ມາຮອດປະຈຸບັນຍັງຮັກສາຈຳນວນ 2 ຮາກຖານພັກ ແລະ ມີ 42 ໜ່ວຍພັກ, ມີສະມາຊິກພັກທັງໝົດ 849 ສະຫາຍ, ໃນນັ້ນສະມາຊິກພັກປະຈໍາການ 718 ສະຫາຍ ກວມ 48,5% ຂອງຈໍານວນລັດຖະກອນ, ປີ 2019, ຜົນການກວດກາຕີລາຄາໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ມີ 27 ໜ່ວຍ ເທົ່າກັບ 60%; ໂຄງປະກອບຂອງຄະນະໜ່ວຍພັກ ແມ່ນຖືກຕາມທິດທີ່ກຳນົດໄວ້ ໃນການປະຕິບັດລະບອບຄວບຕຳແໜ່ງ, ຜູ້ເປັນເລຂາລ້ວນແຕ່ຄວບຕຳແໜ່ງຫົວໜ້າເບື້ອງລັດເປັນສ່ວນຫລາຍ, ດ້ານແບບແຜນວິທີເຮັດວຽກ, ວິທີນຳພາໄດ້ຮັບການປັບປຸງ ແລະ ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນ. ຄຽງຄູ່ກັນນັ້ນໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງເບື້ອງລັດ ເພື່ອບໍ່ໃຫ້ມີການຊໍ້າຊ້ອນ ແລະ ກ້າວກ່າຍກັນ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ຍົກໃຫ້ເຫັນຕື່ມວ່າ: ຜ່ານການຊີ້ນຳນຳພາ ການຈັດຕັ້ງປະຕິບັດໃນໄລຍະຜ່ານ ເຫັນວ່າມີຜົນສຳເລັດພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ວຽກງານຖະແຫລງຂ່າວ-ສື່ມວນຊົນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ນັບມື້ນັບມີຄຸນນະພາບສູງຂຶ້ນ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນນັບມື້ກວ້າງຂວາງ, ມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝ, ຂະຫຍາຍຕາໜ່າງຂ່າວສານກວມທົ່ວປະເທດຜ່ານລະບົບອິນເຕີເນັດ, ຫັນເປັນດີຈີຕອນ ແລະ ໄດ້ນໍາໃຊ້ດາວທຽມລາວ; ວຽກງານວັດທະນະທໍາ ໄດ້ສຸມໃສ່ການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ, ມາຮອດປີ 2020 ສາມາດສ້າງຄອບຄົວວັດທະນະທໍາ ກວມເອົາ 77,1%, ສ້າງບ້ານວັດທະນະທໍາ ກວມເອົາ 77,5% ຂອງຈໍານວນຄອບຄົວ ແລະ ບ້ານທັງໝົດໃນທົ່ວປະເທດ;

ສຳລັບວຽກງານທ່ອງທ່ຽວ ໄດ້ມີນັກທ່ອງທ່ຽວສາກົນເຂົ້າມາປະເທດເຮົາ ຈໍານວນ 21.769.811 ເທື່ອຄົນ, ໃນໄລຍະການແຜ່ລະບາດພະຍາດໂຄວິດ-19, ນັບແຕ່ເດືອນ 1-9 ປີ 2020 ໄດ້ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ທັງໜົດມີພຽງ 18% ຂອງຕົວເລກຄາດຄະເນໝົດປີ ແລະ ຄ່ອຍໆໜ້ອຍລົງ ໂດຍສະເລ່ຍຫລຸດລົງ -15,61% ແລະ ທຽບໃສ່ກັບ 9 ເດືອນ ປີ 2019 ໄລຍະດຽວກັນ ມີອັດຕາຫລຸດລົງ -74%. ເພື່ອເຮັດໃຫ້ຂົງເຂດວຽກງານງານ ຖວທ ມີຄວາມເຂັ້ມແຂງ ແລະ ໄດ້ຮັບການພັດທະນາດ້ວຍຜົນສໍາເລັດ ໃນຊຸມປີຕໍ່ໜ້າ ຄະນະພັກກະຊວງ ຖວທ ໄດ້ວາງຄາດ ໝາຍສູ້ຊົນ ດ້ານຕ່າງໆ ດັ່ງນີ້: ວຽກງານພັກ-ພະນັກງານ: ການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອນໍາພາ-ຊີ້ນໍາການພັດທະນາ ແລະ ຄຸ້ມຄອງວຽກງານ ຖວທ ໃຫ້ໄປຕາມທິດທາງລວມທີ່ກໍານົດໄວ້; ວຽກງານຖະ ແຫລງຂ່າວ-ສື່ມວນຊົນ: ສ້າງລະບົບສື່ ທີ່ຢູ່ໃນການຄຸ້ມຄອງຂອງລັດໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດບົດບາດນຳສະເໜີ ການຕົກລົງບັນຫາສຳຄັນຕ່າງໆຂອງລັດ ໄດ້ຮັບການສື່ສານຢ່າງເປັນລະບົບຕໍ່ເນື່ອງ, ວ່ອງໄວທັນການ, ຊັດເຈນ ໄປເຖິງທຸກເປົ້າໝາຍໃນສັງຄົມ; ວຽກງານວັດທະນະທໍາ:

ຜັນຂະຫຍາຍຍຸດທະສາດການພັດທະ ນາ ວັດທະນະທຳ ຮອດປີ 2030 ໂດຍປະຕິບັດໃຫ້ໄດ້ການອະນຸລັກຮັກສາ ແລະ ຟື້ນຟູມໍລະດົກດ້ານວັດຖຸລວມ ພ້ອມທັງຮ່ອງຮອຍປະຫວັດສາດຂອງຊາດ ໂດຍຕິດພັນກັບການເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ແລະ ເຜົ່າ, ຕ້ານ ແລະ ແກ້ໄຂສິ່ງຫຍໍ້ທໍ້ຫລ້າຫລັງ. ສຳລັບວຽກງານທ່ອງທ່ຽວ: ຫັນການທ່ອງທ່ຽວເປັນອຸດ ສາຫະກຳ ແລະ ເພີ່ມທະວີການຄຸ້ມຄອງທ່ອງທ່ຽວຕາມລະບຽບກົດໝາຍໃຫ້ເຂັ້ມງວດ, ສ້າງແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຫລາກຫລາຍໄດ້ມາດຕະຖານ, ມີເອກະລັກ ແລະ ມີຈຸດສຸມ ຕາມທ່າແຮງເງື່ອນໄຂຕົວຈິງ ແລະ ຕາມທິດສີຂຽວຍືນຍົງ, ສົ່ງເສີມໃຫ້ຄົນລາວຫັນມາສູ່ “ລາວທ່ຽວລາວ”, ໃຊ້ຈ່າຍພາຍໃນລາວ, ກະຈາຍລາຍໄດ້ສູ່ທ້ອງຖິ່ນຫລາຍຂຶ້ນໄປຄຽງຄູ່ກັບການໂຄສະນາລາວ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫລາຍຂຶ້ນ, ຍົກລະດັບສີມື ແລະ ຄຸນນະພາບ ການບໍລິການດ້ານການທ່ອງທ່ຽວໃຫ້ສູງຂຶ້ນ.

LEAVE A REPLY

Please enter your comment!
Please enter your name here