ສະເຫຼີມສະຫຼອງ ຄົບຮອບ 2 ປີ ຢູມັນນີ (u-money)

0
1095

ໃນວັນທີ 09 ທັນວາ 2020, ທີ່ຫໍປະຊຸມຂອງສໍານັກງານໃຫ່ຍ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ, ໄດ້ຈັດ ພິທີ ສະເຫຼີມສະຫຼອງ ຄົບຮອບ 2 ປີ ທີ່ສະໜອງການບໍລິການ ກະເປົາເງິນເອເຣັກໂທຣນິກ ຫຼື ຢູມັນນີ “u-money” ຂອງບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ເຊິ່ງເປັນບໍລິສັດລູກຂອງ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ.

ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ , ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ , ທ່ານ ນາງ ຈີ້ງທິເຕີມ ອັກຄະລັດຖະທູດ ສສ ຫວຽນນາມ ປະຈຳລາວ ,ທ່ານບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີວ່າການ ກະຊວງ ໄປສະນີໂທລະຄົມມະນາຄົມ,ທ່ານ ພົນຕີ ວົງຄຳ ພົມມະກອນ ຫົວໜ້າ ກົມໃຫ່ຍ ພາລາທິການ ກະຊວງປ້ອງກັນປະເທດ ທ່ານ ພົນຈັດຕະວາ ອຸລະຫາ ທອງວັນທາ ຜູ້ອຳນວຍການໃຫ່ຍ ລັດວິສາຫະກິດ ລາວ – ເອເຊຍໂທລະຄົມ , ທ່ານ ລີວ ແມ້ງ ຮ່າ ຜູ້ອໍານວຍການໃຫ່ຍ ບໍລິສັດ ສະຕາໂທລະຄົມ ແລະທັງເປັນ ຜູ້ອຳນວຍການໃຫ່ຍ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ພ້ອມດ້ວຍແຂກການນໍາ ຕະຫຼອດຮອດບັນດາບໍລິສັດວິສາກິດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ລິວ ແມ່ງ ຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ພ້ອມທັງເປັນ ຜູ້ອຳນວຍການ ບໍລິສັດ ສະຕາ ຟີນເທັກ ຈຳກັດ ຜູ້ດຽວ, ໄດ້ໃຫ້ຮູ້ວ່າ: ດ້ວຍຈູດປະສົງເປົ້າໝາຍ ບ່ອນໃດທີ່ມີສັນຍານ ຂອງຢູນີເທວ ບ່ອນນັ້ນມີການເຂົ້າເຖີງບໍລິການ ດ້ານ ດີຈີຕອນ. ກ່ອນໜ້ານັ້ນ ຢູນີເທວໄດ້ ສຳເລັດການປະຕິບັດ ດ້ານພາລະກິດ ສະໜອງບໍລິການດ້ານໂທລະຄົມມະນາຄົມໃຫ້ກັບ ພໍ່ແມ່ປະຊາຊົນຢ່າງທົ່ວເຖິງ ,ເຊີ່ງຕໍ່ໄປ ສະໜອງບໍລິການດ້ານການເງິນ ເອເລັກໂທນິກ , ການຊຳລະເອເລັກໂທນິກ ຢ່າງທົ່ວເຖີງນັບແຕ່ ເທດສະບານ ຫາເຂດຫ່າງໄຫກສອກຫຼີກ ໂດຍຜ່ານບໍລິການ u-money .

ທ່ານ ລີວ ແມ້ງ ຮ່າ ຍັງໃຫ້ຮູ້ເພີ່ມເຕີມ ເປົ້າໝາຍເຖີງປີ 2025 ,80% ຂອງລູກຄ້າ ທີ່ນຳໃຊ້ໂທລະສັບມືຖື ຢູ່ລາວແມ່ນໃຫ້ມີບັນຊີ Mobile Money , ຂະຫຍາຍຮ້ານຕົວແທນບໍລິການ 1 ບ້ານໃຫ້ໄດ້ 1 – 3 ຮ້ານຕົວແທນບໍລິການ, ເພື່ອສ້າງເງື່ອນໄຂ ເຊື່ອມຕໍ່ ປະຊາຊົນນຳໃຊ້ການບໍລິການ ໂອນເງິນ , ດານຊຳລະທີ່ສະດວກຍີ່ງຂື້ນ, ເປີດກ້ວາງການເຂົ້າເຖີງ ແຫຼ່ງທືນຂອງປະຊາຊົນ ິເສດແມ່ນປະຊາຊົນໃນເຂດຫ່າງໄກສອກຫຼີກ ທັງໝົດເຫຼົ່ານັ້ນ ເປັນພື້ນຖານໃນການກເສີມສ້າງ ພັດທະນາເສດຖະກິດ – ສັງຄົມ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂື້ນເທື່ອລະກ້າວ.

ນັບແຕ່ປີ 2014 ບໍລິສັດ ສະຕາ ໂທລະຄົມ ເປັນບໍລິສັດທໍາອິດທີ່ໄດ້ຖືກຄັດເລືອກ ແລະ ຮ່ວມມືກັບ ກອງທຶນເພື່ອການພັດທະນາຂອງສະຫະປະຊາຊາດ (UNCDF) ເພື່ອອະນຸຍາດໃຫ້ທົດລອງການສະໜອງການບໍລິການທາງດ້ານການເງິນຜ່ານເທິງໂທລະສັບມືຖື ໂດຍຜ່ານໄລຍະການເຮັດວຽກນັບຕັ້ງແຕ່ຄົ້ນຄ້ວາ, ອອກແບບ ແລະ ຈັດຕັ້ງປະຕິບັດຕົວຈິງຢູ່ບາງສາຂາແຂວງ ພາຍໃຕ້ການຊີ້ນໍາ, ຄຸ້ມຄອງ ແລະ ຕິດຕາມຢ່າງໃກ້ຊິດຕິດແທດ ຈາກ ທະນາຄານ ແຫ່ງ ສ.ປ.ປ ລາວ ເຊັ່ນວ່າ: ການປະຕິດບັດຂໍ້ກໍານົດຕ່າງໆທີ່ກ່ຽວຂ້ອງ, ການວາງລະບຽບການຕ່າງໆ ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ລູກຄ້າທີ່ນໍາໃຊ້ຜະລິດຕະພັນ.

ນອກຈາກນີ້, ກໍໄດ້ທົດລອງໃຫ້ບໍລິການ ເພື່ອເປັນການຕິດຕາມ ແລະ ປັບປຸງການບໍລິການຕ່າງໆໃຫ້ເໝາະສົມຕາມສະພາບຕົວຈິງຂອງປະຊາຊົນໃນທຸກຂອບເຂດທົ່ວປະເທດເວົ້າລວມ ເວົ້າສະເພາະກໍແແມ່ນເຂດຫ່າງໄກສອກຫຼີກ. ດັ່ງນັ້ນ, ຜ່ານໄລຍະເວລາ 2 ປີ ແຫ່ງການສະໜອງບໍລິການ u-money ໄດ້ປາກົດເຫັນວ່າ ມີຜົນງານອັນໂດດເດັ່ນຫຼາກຫຼາຍຢ່າງເກີດຂຶ້ນ ເຊັ່ນ: ໄດ້ມີຮ້ານຕົວແທນ ບໍລິການໃນທົ່ວປະເທດ ຫຼາຍກ່ວາ 10,000 ຮ້ານ, ມີລູກຄ້າ ຫຼາຍກ່ວາ 500,000 ຄົນ ແລະ ຮ້ານຄ້າຮັບຊໍາລະ QR code ຫຼາຍກ່ວາ 6000 ຮ້ານໃນທົ່ວປະເທດ. ນອກຈາກນີ້, ຍັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍຄືຄັງເງິນແຫ່ງຊາດ ໄດ້ປະຕິບັດການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານ-ລັດຖະກອນ ຢູ່ບັນດາເມືອງຫ່າງໄກສອກຫຼີກ.

ພ້ອມດຽວກັນນີ້, ບັນດາເມືອງຕ່າງໆຍັງໄດ້ໃຊ້ຜະລິດຕະພັນດັ່ງກ່າວນີ້ເຂົ້າໃນການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນໃຫ້ກັບນາຍບ້ານອີກດ້ວຍ.
ພາຍໃນພິທີສະເຫຼີມສະຫຼອງ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ທະນາຄານ ແຫ່ງ ສ.ປ.ປ ລາວ ໃນຖານະເປັນຜູ້ ຄຸ້ມຄອງໂດຍກົງ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສ.ປ.ປ ລາວ ໄດ້ກ່າວ ຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ຕະຫຼອດ ໄລຍະເວລາ 2 ປີ ຜ່ານມາຂອງບໍລິສັດ ສະຕາ ຟີນເທັກ ປະສົບຜົນສຳເລັດ ໃນການໃຫ້ບໍລິການ ເງິນເລັກໂທນິກ ຢ່າງກ້າວກະໂດດຂັ້ນ ສາມາດເຂົ້າສູ່ ຕະຫຼາດໄດ້ຢ່າງທົ່ວເຖີງ ແລະ ມີປະສິດທິພາບ …..

ເຖີງຢ່າງໃດກໍ່ກຕາມ ບໍລິສັດ ສະຕາ ຟີນເທັກໃຫ້ເອົາໃຈໃສ່ຕໍ່ການຂະຫຍາຍເຄືອຂ່າຍໃຫ້ກ້ວາງຂວາງ ຂະຫຍາຍຊ່ອງທາງໃຫ້ບໍລິການ ຮ່ວມກັບ ຜູ້ໃຫ້ບໍລິການຊຳລະອື່ນ ເພື່ອໃຫ້ລະບົບນິເວດ ການຊຳລະທົ່ວເຖີງ ທັງເປັນການສົ່ງເສີມໃຫ້ສັງຄົມກ້າວໄປສູ່ສັງຄົມໄຮ້ເງິນສົດ ,ເອົາໃຈໃສ່ ການບໍລິການລູກຄ້າ , ການໃຫ້ຄວາມຮູ້ທາງດ້ານ Fintech ລວມທັງການຄຸ້ມຄອງຕົວແທນ ເພື່ອໃຫ້ບໍລິການດັ່ງກ່າວມີຄວາມປອດໄພ ,ມີປະສິດທິພາບ ໃນນາມຜູ້ຄຸ້ມຄອງ ກໍ່ຂະໃຫ້ການສະໜັບສະໜູນ , ຕິດຕາມການບໍລິການ ແລະ ການພັດທະນາຜະລິດຕະພັນໃໝ່ໆ.

ດ້ວຍຜົນງານທີ່ຍາດມາໄດ້ປະກອບກັບຄວາມໄວ້ເນື້ອເຊື່ອໃຈຂອງລູກຄ້າໃນຖານະເປັນຜູ້ຊົມໃຊ້ຜະລິດຕະພັນດັ່ງກ່າວນີ້ ຈຶ່ງເຮັດໃຫ້ u-money ໄດ້ຮັບລາງວັນ Silver Stevie® ໃນຫົວຂໍ້: “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” (Award for Innovation in Consumer Products & Services) ຈາກງານປະກາດລາງວັນ Asia- Pacific Stevie Awards ປະຈໍາປີ 2020 ແລະ ລາງວັນ Silver winner ໃນຫົວຂໍ້: “ຜະລິດຕະພັນ ແລະ ບໍລິການດ້ານເທັກໂນໂລຢີຂົງເຂດການເງິນ, ການທະນາຄານ ແລະ ປະກັນໄພ” (IT Products & Services for Finance, Banking and Insurance) ຈາກງານປະກວດ IT world Awards 2020 ຈັດໂດຍ Network Product Guide.

ໃນອະນາຄົດ ທີ່ໃກ້ຈະມາເຖິງນີ້ ຢູມັນນີ ຈະຫັນເຂົ້າສູ່ ວຽກງານ ສັງຄົມຊຳລະແບບດີຈີຕອນ, ສັງຄົມແບບປາສະຈາກເງິນສົດ, ການຄ້າແບບເອເລັກໂທຣນິກ, ເປີດກ້ວາງການເຊື່ອມໂຍງກັບບັນດາທະນາຄານໃນ ສ.ປ.ປ ລາວ ແລະ ບັນດາກຸ່ມທຸລະກິດອື່ນ ເພື່ອເປີດກວ້າງການເຂົ້າເຖິງແຫຼ່ງທຶນຂອງພໍ່ແມ່ປະຊາຊົນ ພິເສດແມ່ນພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກ. ທັງໝົດນີ້ເປັນພື້ນຖານຫຼັກໃນການພັດທະນາເສດຖະກິດສັງຄົມ ຍົກສູງການດຳລົງຊີວິດຂອງປະຊາຊົນໃຫ້ນັບມື້ນັບດີຍິ່ງຂຶ້ນ ເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນລາວ.

LEAVE A REPLY

Please enter your comment!
Please enter your name here