ກິດຈະກຳ ງານ Christmas Wonderland ປະຈຳປີ 2020 ຂອງໂຮງຮຽນ ນານາຊາດ ປັນຍາທິບ

0
1756

ມື້ພັກໃກ້ຈະມາຮອດແລ້ວ! ຫຼາຍຄົນກໍ່ມີການເລິ່ມທີ່ປະດັບປະດາຕົ້ນໄມ້ ແລະ ດອກໄຟສຳລັບວັນຄຣິດສະມາດແລ້ວ. ທາງຄະນະສະພານັກຮຽນຊັ້ນມັດທະຍົມຂອງໂຮງຮຽນປັນຍາທິບ ໄດ້ຮັບການສະໜັບສະໜູນຈາກໂຮງຮຽນ ໃນການຈັດກິດຈະກຳ ງານ Christmas Wonderland ປະຈຳປີ 2020 ເປັນຄັ້ງທີສອງ ໃນວັນທີ 5 ທັນວາ 2020 ທີ່ຜ່ານມາ ສະຖານທີ່ຈັດງານແມ່ນ ໂຮງຮຽນ ນານາຊາດ ປັນຍາທິບ ວິທະຍາເຂດຊັ້ນມັດທະຍົມ, ບ້ານ ສະພານທອງເໜືອ.

ທ່ານ ນາງ ປາດຖະໜາ ປັນຍາທິບ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການ, ໄດ້ເປີດພິທີຢ່າງເປັນທາງການໂດຍພິທີການເປີດດອກໄຟຕົ້ນຄຣິດສະມາດທີ່ສູງ 10 ແມັດ. ພ້ອມດ້ວຍແຂກພິເສດທີ່ໃຫ້ກຽດເຂົ້າຮ່ວມງານຂອງໂຮງຮຽນ ນານາຊາດ ປັນຍາທິບຄັ້ງນີ້. ມາຈາກຫຼາຍໆພາກສວ່ນເຊັ່ນ : ສະຖານທູດອັງກິດ, ສະຖານທູດສິງກະໂປ, ສະຖານທູດຟີລິບປິນ ແລະ ທະນາຄານ ມາຣູຮານ ເຈແປນລາວ, ທ່ານເອກອັກຄະລັດຖະທູດປະເທດອັງກິດປະຈຳລາວ John Pearson, ຍັງໄດ້ຂື້ນກ່າວເຖິງຄວາມສໍາຄັນຂອງການສຶກສາ ພ້ອມທັງແຊຣປະສົບການ ແລະ ຄວາມຮູ້ທີ່ນ້ອງໆນັກຮຽນຈະໄດ້ຮັບໃນການຈັດງານດີໆແບບນີ້.

ທາງຜູ້ບໍລິຫານ T.Chris ໄດ້ຂຶ້ນກ່າວຄຳຄິດເຫັນວ່າ “ສຳລັບຜູ້ໃດທີ່ສະເຫຼີມສະຫຼອງວັນຄຣິດສະມາດ ຫຼື ບໍ່ໄດ້ສະເຫຼີມສະຫຼອງກໍ່ຕາມ – ພວກເຮົາມີຄ່ຳຄືນທີ່ຈະພາຄອບຄົວຂອງທ່ານເພີດເພີນໄປກັບອາຫານທີ່ແຊບໆ ແລະ ມ່ວນຊື່ນກັບບັນຍາກາດ ຂອງງານຄຣິສມາສທີ່ເຮົາຈັດຂື້ນຢ່າງແນ່ນອນ. ເຮົາຍັງຈະຂໍຫຍັງຫຼາຍໄປກວ່ານີ້ອີກ? ພວກເຮົາມີ ລຸງຊານຕາຄອດສ ໂຕຈິງມາຢ້ຽມຢາມພາຍໃນງານເຮົາພ້ອມ! ”

ຫຼາຍກວ່າ 1600 ບັດຮ່ວມງານທີ່ໄດ້ຖືກຕອບຮັບຢ່າງຫຼວງຫຼາຍ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 2100 ຄົນ, ງານດັ່ງກ່າວແມ່ນເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ບັນຍາກາດຂອງວັນຄຣິດສະມາດສຳລັບທຸກເພດທຸກໄວ. ມີຮ້ານຄ້າເຈົ້າຮ່ວມງານຫລາຍກວ່າ 40 ຮ້ານ ໄດ້ເຂົ້າຮ່ວມເປັນສ່ວນໜຶ່ງຂອງຕະຫລາດນັດເຮົາ, ຕັ້ງແຕ່ຮ້ານຂາຍເຄື່ອງຫັດຖະກຳສຳລັບເຄື່ອງວັນຄຣິດສະມາດຈົນເຖີງຮ້ານຂາຍອາຫານທີ່ມີຄວາມຫຼາກຫຼາຍ. ນອກຈາກນີ້, ຍັງມີເວທີການແຂ່ງຂັນເຕັ້ນ ແລະ ວົງດົນຕີທີ່ປະກອບໄປດ້ວຍການສະແດງທີ່ໜ້າປະທັບໃຈ ແລະ ການສະແດງຈາກແຂກຮັບເຊີນສຸດພິເສດ ວົງ Black Eyes ແລະ Flower Boi ເຊິ່ງບັນດາ Elves (ເອວສ) ຂອງພວກເຮົາ ກໍ່ໄດ້ພາຜູ້ປົກຄອງ, ເດັກນ້ອຍ ແລະ ແຂກທຸກຄົນມ່ວນໄປກັບເກມຕ່າງໆທີ່ທາງເຮົາຈັດບູທໄວ້ໃຫ້ແຂກທຸກທ່ານໄດ້ເຈົ້າຮ່ວມ ແລະ ກິດຈະກຳຂອງພວກເຮົາຕະຫຼອດຄືນ.

ໃນປີນີ້, ພວກເຮົາມີສະປອນເຊີ້ ແລະ ຜູ້ຮ່ວມມືທັງ 17 ທີ່ໃຫ້ການສະໜັບສະໜູນງານ Christmas Wonderland 2020 ຂອງປັນຍາທິບ ເຊິ່ງຄະນະສະພານັກຮຽນຊັ້ນມັດທະຍົມ ແລະ ທຸກຄົນກໍ່ໄດ້ຕັ້ງໃຈເຮັດວຽກໃຫ້ງານອອກມາປະສົບຜົນສຳເລັດແບບນີ້. ພວກເຮົາຂໍຂອບໃຈເປັນພິເສດສໍາລັບບັນດາສະປອນເຊີ້ເຫຼົ່ານີ້: ທະນາຄານ ມາຣູຮານ ເຈແປນລາວ, Maruhan Japan Bank, Osound, RDK Group, Land Rover, Go Teddy, PAS Project, Tigerhead, AAS Catering, Skynet, Sona Water, #SnapMe Photo, KhaoLao (ເຂົ້າລາວ), Laoderm (ລາວເດີມ), LT and Panyathip Ad.

ໃນຖານະທີ່ເປັນງານກິດຈະກຳທີ່ຖືກຈັດຂື້ນໂດຍນັກຮຽນ, ຜົນໄດ້ຮັບທັງໝົດຈະຖືກນຳໄປສະໜັບສະໜູນຊຸມຊົນທີ່ຄະນະສະພານັກຮຽນຊັ້ນມັດທະຍົມໄດ້ມີການວາງແຜນໄວ້ໃນພາກຮຽນທີ 2 ຂອງສົກຮຽນ.

LEAVE A REPLY

Please enter your comment!
Please enter your name here