ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ , ມີທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ, ພ້ອມຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນໍາວຽກເສດຖະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍຄືການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ 8 ວ່າ: ໂດຍລວມແລ້ວ, ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແມ່ນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຕາມສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີຊຶ່ງປະກອບມີ 03 ໝວດ ຄື: ໝວດ A ແມ່ນບັນດາມາດຕະການທີ່ ສປປ ລາວ ສາມາດປະຕິບັດໄດ້ທັນທີ, ໝວດ B ແມ່ນບັນດາມາດຕະການທີ່ ສປປ ລາວ ຕ້ອງການເວລາໃນການຈັດຕັ້ງປະຕິບັດ, ໝວດ C ແມ່ນບັນດາມາດຕະການທີ່ ສປປ ລາວ ຕ້ອງການຄວາມຊ່ວຍເຫຼືອໃນການຈັດຕັ້ງປະຕິບັດ. ໃນນີ້, ມີຈໍານວນ 36 ມາດຕະການຍ່ອຍທີ່ບັນດາປະເທດສະມາຊິກມີພັນທະຕ້ອງໄດ້ຈັດຕັ້ງປະຕິບັດ.

ສໍາລັບ ສປປ ລາວ ໄດ້ສໍາເລັດການຈັດຕັ້ງປະຕິບັດຈໍານວນ 18 ມາດຕະການ ຫຼື ບັນລຸໄດ້ 50% ຊຶ່ງມາດຕະການສ່ວນໃຫຍ່ແມ່ນນອນໃນໝວດ A ແລະ B. ວຽກງານພົ້ນເດັ່ນກວ່າໝູ່ ແມ່ນການສ້າງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າແຫ່ງຊາດ ຢູ່ຂັ້ນສູນກາງ ໂດຍແມ່ນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະ ແລະ ຂັ້ນແຂວງ ໂດຍແມ່ນທ່ານ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ.

ຜ່ານມາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຜູ້ປະຈໍາການຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໄດ້ສືບຕໍ່ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຂັ້ນຕອນ, ເວລາ ແລະເອກະສານ ໃນການອອກອະນຸຍາດນໍາເຂົ້າ ແລະສົ່ງອອກສິນຄ້າ ໃຫ້ໄດ້ຢ່າງໜ້ອຍ 50% ຕາມເນື້ອໃນຈິດໃຈຂອງສອງຄໍາສັ່ງ. ພົ້ນເດັ່ນກວ່າໝູ່ແມ່ນການຍົກເລີກການອອກໃບອະນຸຍາດຫຼື ຢັ້ງຢືນການນໍາເຂົ້າສິນຄ້າ ທີ່ຄຸ້ມຄອງໂດຍຂະແໜງອຸດສາຫະກໍາ ແລະ ການຄ້າ ຄື: ໃບອະນຸຍາດນໍາເຂົ້າຊິ້ນສ່ວນ ຍານພາຫະນະ ຂອງກົມການນໍາເຂົ້າ ແລະ ສົ່ງອອກ (ປີ 2017)ໃບຢັ້ງຢືນນໍາເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ (ປີ 2020) ແລະ  ໃບອະນຸຍາດນໍາເຂົ້າລົດແທຣັກເຕີ (ປີ 2020).ກະຊວງອຸດສາຫະກໍາ ແລະ ການຄ້າ ຄາດວ່າການຍົກເລີກໃບອະນຸຍາດ ຫຼື ຢັ້ງຢືນການນໍາເຂົ້າສິນຄ້າເຫຼົ່ານີ້ຈະເຮັດໃຫ້ຕົວຊີ້ວັດທີ 8 “ການຄ້າລະຫວ່າງປະເທດ” ຂອງ ສປປ ລາວ ຢູ່ໃນອັນດັບທີ່ດີຂຶ້ນໃນປີ 2021 ຈາກອັນດັບທີ 78 ໃນປີ 2020.

ມາຮອດປະຈຸບັນ, ພວກເຮົາໄດ້ຮັບແຈ້ງຈາກທະນາຄານໂລກວ່າ: ການເຜີຍແຜ່ບົດລາຍງານການຈັດອັນດັບຄວາມສະດວກໃນການດໍາເນີນທຸລະກິດ (Ease of Doing Business: EDB) ຂອງທະນາຄານໂລກປີ 2021 ຈະຖືກເລື່ອນອອກໄປ (ປົກກະຕິ,ແມ່ນເຜີຍແຜ່ໃນເດືອນ ຕຸລາ ຂອງແຕ່ລະປີ) ເນື່ອງຈາກທະນາຄານໂລກກໍາລັງທົບທວນ ແລະ ປະເມີນຜົນ ຄວາມຖືກຕ້ອງຂອງຂໍ້ມູນບາງປະເທດ.

ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ໃຫ້ຮູ້ເຖິງວຽກງານສ້າງ ແລະ ປັບປຸງລະບຽບການ ແລະ ຂັ້ນຕອນ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ວ່າ: ສໍາເລັດການອອກຂໍ້ຕົກລົງ ເລກທີ002/ຄອຄສ, ລົງວັນທີ 02 ກໍລະກົດ 2020 ວ່າດ້ວຍການຮັບຮອງເອົານິຕິກໍາແລະ ແຜນການສ້າງ,ປັບປຸງນິຕິກໍາກ່ຽວກັບການອອກອະນຸຍາດ, ຢັ້ງຢືນນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍ ສິນຄ້າ ຊຶ່ງເປັນເອກະສານຊ້ອນທ້າຍ 01 ຂອງຄໍາສັ່ງເລກທີ 12/ນຍ. ໃນເອກະສານຊ້ອນທ້າຍດັ່ງກ່າວ ປະກອບມີ 51 ມາດຕະການທີ່ 17 ກົມ ຈາກ 11 ກະຊວງທີ່ກ່ຽວຂ້ອງຕ້ອງໄດ້ສ້າງ ແລະ ປັບປຸງ. ປະຈຸບັນ, ໄດ້ສໍາເລັດ 7 ມາດຕະການ, ກໍາລັງສ້າງ ແລະ ປັບປຸງ 40 ມາດຕະການ ແລະ ລ່າຊ້າ 4 ມາດຕະການ ຊຶ່ງກະຊວງອຸດສາຫະກໍາ ແລະ ການຄ້າ ຈະສືບຕໍ່ຕິດຕາມ ແລະ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການສ້າງ ແລະ ປັບປຸງມາດຕະການດັ່ງກ່າວ .

ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍສົມທົບກັບກະຊວງການເງິນໄດ້ສໍາເລັດຈັດຝຶກອົບຮົມ ກ່ຽວກັບວິທີການເຮັດບົດສຶກສາ TRS ໃຫ້ເຈົ້າໜ້າທີ່ຜູ້ອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງປະຈໍາດ່ານຢູ່ບາງແຂວງ ພາກເໜືອ, ກາງ ແລະ ໃຕ້ ທີ່ເປັນເປົ້າໝາຍ ແລ້ວ. ຄາດວ່າຈະສາມາດສໍາເລັດ ແລະ ເຜີຍແຜ່ບົດສຶກສາດັ່ງກ່າວ ໃຫ້ແກ່ສັງຄົມຊາບຢ່າງທົ່ວເຖິງພາຍໃນງວດ 1 ປີ 2021 ນີ້.

ໄດ້ຄົ້ນຄວ້າປັບປຸງ ສອງ ນິຕິກໍາທີ່ຕິດພັນການນໍາເຂົ້າຊົ່ວຄາວ ແລະ ຜ່ານແດນສິນຄ້າ ຄື: ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ; ແລະຂໍ້ຕົກລົງ ວ່າດ້ວຍການເຄື່ອນຍ້າຍສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ. ຮ່າງສະບັບປັບປຸງຂອງ ສອງ ນິຕິກໍາ ໄດ້ກໍານົດແຈ້ງ ກ່ຽວກັບຂັ້ນຕອນ, ເວລາ ແລະ ເອກະສານປະກອບສໍາລັບການອອກອະນຸຍາດຜ່ານແດນ, ນໍາເຂົ້າ-ສົ່ງອອກ ຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄວບຄຸມ ຊຶ່ງໄດ້ຜ່ານປຶກສາຫາລື ກັບ ຂະແໜງການລັດ ແລະ ທຸລະກິດທີ່ກ່ຽວຂ້ອງຫຼາຍຄັ້ງ. ຄາດວ່າຈະສໍາເລັດ ແລະ ຮັບຮອງ ພາຍໃນງວດ 1 ປີ 2021 ນີ້.

ໄດ້ລິເລີ່ມນໍາໃຊ້ລະບົບແຈ້ງພາສີແບບປະຕູດຽວແຫ່ງຊາດ(LNSW) ສໍາລັບການອອກໃບອະນຸຍາດນໍາເຂົ້າຍານພາຫະນະ ຂອງກົມການນໍາເຂົ້າ ແລະສົ່ງອອກ ແລະ ໃບອະນຸຍາດເຕັກນິກຍານພາຫະນະນໍາເຂົ້າ ຂອງກົມຂົນສົ່ງ ລວມທັງການຊໍາລະຄ່າພາສີ, ອາກອນ, ຄ່າທໍານຽມ ແລະ ບໍລິການຕ່າງໆຜ່ານທະນາຄານຊຶ່ງຈັດຕັ້ງປະຕິບັດຢູ່ດ່ານຂົວມິດຕະພາບ 1 ນັບແຕ່ວັນທີ 24 ພຶດສະພາ 2019 ເປັນຕົ້ນມາ. ລ່າສຸດ, ໄດ້ຂະຫຍາຍການນໍາໃຊ້ລະບົບ LNSW ເຂົ້າໃນການອອກໃບອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ ຂອງກົມການນໍາເຂົ້າ ແລະ ສົ່ງອອກ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 30 ຕຸລາ 2020, ການອອກອະນຸຍາດຜ່ານລະບົບ LNSW ຊ່ວຍອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດຫຼາຍສົມຄວນ ໂດຍສາມາດຍື່ນຄໍາຮ້ອງຂໍອະນຸຍາດ ແລະ ໄດ້ຮັບອະນຸຍາດຜ່ານລະບົບອອນໄລ໌ໄດ້ເລີຍ (ບໍ່ຈໍາເປັນຕ້ອງເດີນທາງກັບໄປກັບມາ). ຫຼັງຈາກນັ້ນ, ລະບົບຈະແຈ້ງຂໍ້ມູນຕ່າງໆ ຫາ ເຈົ້າໜ້າທີ່ພາສີ ປະຈໍາດ່ານ ເພື່ອດໍາເນີນການກວດປ່ອຍສິນຄ້າຕົວຈິງ.

ຂັ້ນຕອນ ແລະ ເວລາ ໃນການອະນຸມັດຮັບຮອງແຜນນໍາເຂົ້າປະຈໍາປີ (Master List) ໄດ້ຮັບການປັບປຸງດີຂຶ້ນຫຼາຍ ໂດຍໃຫ້ມີການຈັດກອງປະຊຸມຜ່ານແຜນນໍາເຂົ້າໃນທຸກໆວັນພະຫັດເພື່ອຕົກລົງເປັນເອກະພາບກັນກັບຂະແໜງການທີ່ກ່ຽວຂ້ອງໃນກອງປະຊຸມເລີຍ ຊຶ່ງວິທີການນີ້ແມ່ນປ່ຽນແທນການເຮັດໜັງສືສະເໜີປະກອບຄໍາເຫັນເປັນລາຍລັກອັກສອນຂອງຂະແໜງການທີ່ມີຄວາມຊັກຊ້າຫຼາຍ ໃນເມື່ອກ່ອນ. ເຖິງຢ່າງໃດກໍ່ຕາມ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະສືບຕໍ່ສົມທົບກັບກະຊວງແຜນການ ແລະ ການລົງທຶນແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອປຶກສາຫາລືວິທີການປັບປຸງຂັ້ນຂອດ ແລະ ເວລາໃນການອະນຸມັດແຜນນໍາເຂົ້າ ໃຫ້ວ່ອງໄວ ແລະ ມີປະສິດທິພາບ ຂຶ້ນກວ່າເກົ່າ.

ນອກຈາກນີ້, ກະຊວງອຸດສາຫະກໍາ ແລະ ການຄ້າໃນນາມເປັນເຈົ້າການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ກໍ່ໄດ້ຮ່ວມເຮັດວຽກ ແລະ ສົມທົບກັບກະຊວງທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ ຊຶ່ງສາມາດສະຫຼຸບຜົນການຈັດຕັ້ງປະຕິບັດ ໄດ້ຄື:

1) ກະຊວງການເງິນ (ກົມພາສີ) ໄດ້ອອກແຈ້ງການແນະນໍາ ເລກທີ 10036/ກພສ, ລົງວັນທີ 11 ທັນວາ 2019 ເພື່ອອໍານວຍຄວາມສະດວກໃຫ້ແກ່ການກວດປ່ອຍສິນຄ້າ ຢູ່ດ່ານ ໂດຍສະເພາະສິນຄ້າສົ່ງອອກປະເພດ ຜະລິດຕະພັນໄມ້, ແຮ່ທາດ, ຜະລິດຕະພັນກະສິກໍາ ແລະ ສິນຄ້າທົ່ວໄປ ໂດຍປັບປຸງການກວດກາ ດ້ວຍການບໍລິຫານຄວາມສ່ຽງ ຫຼື ນໍາໃຊ້ເຕັກນິກວິຊາການ, ເຄື່ອງມືອຸປະກອນທັນສະໄໝ (ເຊັ່ນ ລະບົບ Scanner)ຊຶ່ງປ່ຽນແທນການກວດກາສິນຄ້າຕົວຈິງທຸກໆຄັ້ງ ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການດໍາເນີນການຢູ່ດ່ານລົງ.

2) ກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການນໍາເຂົ້າ ແລະ ສົ່ງອອກ) ໄດ້ຮ່ວມເຮັດວຽກ ແລະ ປຶກສາຫາລືກັບ ບັນດາຂະແໜງການທີ່ມີໜ່ວຍງານປະຈໍາດ່ານ(ກົມພາສີ, ກົມອາຫານ ແລະ ຢາ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ) ກ່ຽວກັບຮ່າງຄໍາແນະນໍາ ການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ເພື່ອຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍໃນການກວດປ່ອຍສິນຄ້າຢູ່ດ່ານລົງ ໂດຍການໝູນໃຊ້ລະບົບແຈ້ງພາສີແບບອັດຕະໂນມັດ (ASYCUDA) ຂອງຂະແໜງພາສີ ເພື່ອເປັນມາດຖານໃນການຄັດເລືອກວ່າສິນຄ້າໃດຈະນອນໃນກຸ່ມທີ່ມີຄວາມສ່ຽງສູງ, ກາງ ຫຼື ຕໍ່າ. ຮ່າງຄໍາແນະນໍາດັ່ງກ່າວ ໄດ້ຜ່ານການຕົກລົງເຫັນດີທາງດ້ານວິຊາການ ໃນລະດັບຂັ້ນກົມແລ້ວ. ສະນັ້ນ, ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຈຶ່ງສະເໜີໃຫ້ກອງປະຊຸມ ໄດ້ປຶກສາຫາລືກັນ ຫຼືຕົກລົງຮັບຮອງ. ຫຼັງຈາກນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ປະຈໍາການຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ຈະອອກຂໍ້ຕົກລົງຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ

3) ນອກຈາກນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການນໍາເຂົ້າ ແລະ ສົ່ງອອກ) ໄດ້ກະກຽມພັດທະນາລະບົບສະຖິຕິນໍາເຂົ້າ ແລະ ສົ່ງອອກສິນຄ້າ ແບບເອເລັກໂຕຼນິກ (E-statistics:E-stat) ເພື່ອໃຫ້ທຸກພາກສ່ວນ ສາມາດເຂົ້າເຖິງຂໍ້ມູນດັ່ງກ່າວ ຜ່ານລະບົບອອນໄລ໌ໄດ້. ຂໍ້ມູນຂອງລະບົບ E-stat ແມ່ນໄດ້ຈາກການເຊື່ອມຕໍ່ກັບລະບົບ ASYCUDA ຂອງກົມພາສີ ຊຶ່ງກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ນໍາໃຊ້ເຂົ້າການວິເຄາະ ແລະ ກໍານົດນະໂຍບາຍທາງດ້ານການຄ້າ. ໃນອານາຄົດ, ຖ້າລະບົບ E-stat ສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຈະຊ່ວຍຊຸກຍູ້ຂະແໜງການທີ່ເປັນຜູ້ອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ນໍາໃຊ້ລະບົບດັ່ງກ່າວຫຼາຍຂຶ້ນ ເພື່ອປ່ຽນແທນການອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ທີ່ຂະແໜງການຕົນຍັງນໍາໃຊ້ຢູ່ ໂດຍສະເພາະໃບອະນຸຍາດທີ່ມີເຫດຜົນພຽງເພື່ອເກັບກໍາສະຖິຕິິ. ປະຈຸບັນແມ່ນຢູ່ໃນຂັ້ນຕອນການຄົ້ນຄວ້າຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກົມການນໍາເຂົ້າ ແລະ ສົ່ງອອກ ແລະ ກົມພາສີ ຊຶ່ງຄາດວ່າຈະສໍາເລັດໃນໄວໆນີ້.

ມີທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ລາຍງານໃຫ້ຮູ້ເຖິງການເຄື່ອນຍ້າຍສິນຄ້າພາຍໃນປະເທດທີ່ມີບາງຂອດຈະຕ້ອງປັບປຸງແກ້ໄຂວ່າ: ການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງປ້ອງກັນຄວາມສະຫງົບ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການເງິນ ແມ່ນມີຄວາມຊໍ້າຊ້ອນກັນ ແລະ ບໍ່ສອດຄ່ອງກັບພາລະບົດບາດຂອງຕົນເອງ ຊຶ່ງສ້າງອຸປະສັກທາງດ້ານເວລາແລະຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໃຫ້ແກ່ພາກທຸລະກິດກໍຄືປະຊາຊົນໃນເວລາເຄື່ອນຍ້າຍສິນຄ້າ ຈາກເມືອງ ຫາ ເມືອງ, ແຂວງ ຫາ ແຂວງເປັນຕົ້ນສິນຄ້າກະສິກໍາ, ເຄື່ອງປ່າຂອງດົງ, ສັດແລະຜະລິດຕະພັນສັດ, ຜະລິດຕະພັນໄມ້, ສິນຄ້າອຸປະໂພກ-ບໍລິໂພກແລະອື່ນໆ ບັນຫາດັ່ງກ່າວ ແມ່ນເກີດຂຶ້ນມາດົນແລ້ວ, ແຕ່ຍັງບໍ່ໄດ້ຮັບການປັບປຸງແກ້ໄຂໄດ້ດີເທົ່າທີ່ຄວນ

ໃນໄລຍະຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບການສະເໜີບັນຫາຂອງພາກທຸລະກິດ ທີ່ຕິດພັນກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ຫຼາຍສົມຄວນໂດຍຜ່ານຫຼາຍຊ່ອງທາງ ເປັນຕົ້ນ ບັນຫາທີ່ຍົກຂຶ້ນໃນກອງປະຊຸມຕ່າງໆ; ການເຮັດໜັງສືທາງການ; ການປະສານສົມທົບ ແລະ ລົງເຮັດວຽກຕົວຈິງ ກັບ ພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ຊ່ອງທາງອື່ນໆ.

ຜ່ານການຈັດຕັ້ງປະຕິບັດບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສະເພາະຄໍາສັ່ງ ເລກທີ 12/ນຍ ຍັງບໍ່ຖືກຈັດຕັ້ງຜັນຂະຫຍາຍ ແລະ ບໍ່ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ຄື: ມີບາງແຂວງ, ເມືອງ ທີ່ມີຫຼາຍຂະແໜງການ ຫຼື ໜ່ວຍງານທີ່ກ່ຽວຂ້ອງ ໄປປະຈໍາຢູ່ດ່ານສາກົນ, ທ້ອງຖິ່ນ ແລະ ປະເພນີ ເປັນຕົ້ນແມ່ນ: ຂະແໜງສ່ວຍສາອາກອນ ເພື່ອເກັບຄ່າພັນທະອາກອນ;ຂະແໜງຄຸ້ມຄອງຊັບສິນຂອງລັດ ເພື່ອເກັບຄ່າຈົດທະບຽນເອກະສານສັນຍານໍາເຂົ້າ-ສ່ົງອອກສິນຄ້າ;ຂະແໜງກວດກາປ່າໄມ້ ເພື່ອກວດກາການສົ່ງອອກຜະລິດຕະພັນໄມ້;ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອອອກໜັງສືຂັບຂີ່ ແລະ ຍານພາຫະນະ ຜ່ານແດນ;ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອກວດສອບຄຸນນະພາບນໍ້າມັນເຊື້ອໄຟ ແລະ ຂະແໜງການອື່ນໆ. ການປະຈໍາຢູ່ດ່ານຂອງບັນດາຂະແໜງການ ຫຼື ໜ່ວຍງານ ເຫຼົ່ານີ້ ເຫັນວ່າບໍ່ສອດຄ່ອງກັບເນື້ອໃນຂອງດໍາລັດ ເລກທີ558/ລບ, ລົງວັນທີ 31 ທັນວາ 2018 ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ທີ່ກໍານົດໃຫ້ມີ 03 ພາກສ່ວນຕົ້ນຕໍ (CIQ) ຄື: ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ພາສີ, ກັກກັນພືດ, ອາຫານ ແລະ ຢາ.

ການແຕ່ງຕັ້ງຄະນະລົງກວດກາ, ໜີບກົ່ວ ແລະ ເຊັນບົດບັນທຶກການສົ່ງອອກຜະລິດຕະພັນໄມ້ ທີ່ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ມີຫຼາຍກວ່າ 03 ພາກສ່ວນ (ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ແມ່ນມີ ຂະແໜງການຄ້າ, ປ່າໄມ້ ແລະ ຊັບສິນ) ແລະ ມີການແຕ່ງຕັ້ງຄະນະກໍາມະການລົງກວດກາຂອງແຕ່ລະພາກສ່ວນຫຼາຍກວ່າ 01 ທ່ານ. ພ້ອມດຽວກັນ, ສໍາລັບຂັ້ນຕອນການກວດກາຜະລິດຕະພັນໄມ້ສົ່ງອອກ ເຫັນວ່າ: ຜ່ານມາມີການສະເໜີຂອງອົງການກວດກາລັດຖະບານ ເພື່ອປັບປຸງບາງເນື້ອໃນຂອງຄໍາສັ່ງເລກທີ 12/ນຍ (ຂໍ້ 1 ຂອງຂໍ້ 2.2) ຈາກຄໍາວ່າ: “ຜະລິດຕະພັນໄມ້ ທີ່ໄດ້ຮັບການລົງກວດກາ, ໜີບກົ່ວຕູ້ສິນຄ້າ, ເຊັນບົດບັນທຶກແລະອະນຸຍາດຫຼືຢັ້ງຢືນການສົ່ງອອກໂດຍຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງແລ້ວ, ເວລາມາຮອດດ່ານບໍ່ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງແກະກົ່ວທີ່ໜີບແລ້ວອອກຍົກເວັ້ນກໍລະນີມີຄວາມສົງໃສຫຼືແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ເທົ່ານັ້ນ” ມາເປັນ “ໃນເວລາຜະລິດຕະພັນໄມ້ໄປຮອດດ່ານສົ່ງອອກ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ສາມາດດໍາເນີນການກວດກາຕູ້ສິນຄ້າຄືນໄດ້”. ຕໍ່ກັບບັນຫານີ້,ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຮັດໜັງລາຍງານ ຫາ ທ່ານຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງແລ້ວ ແລະ ເຫັນວ່າກອງປະຊຸມຄັ້ງນີ້ ຈະເປັນເວທີທີ່ເໝາະສົມໃນການປຶກສາຫາລື ເພາະມີຕາງໜ້າຈາກອົງການກວດກາລັດຖະບານ (ຄະນະ 40/ນຍ), ກະຊວງທີ່ກ່ຽວຂ້ອງ, ບັນດາແຂວງ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ເພື່ອຄວາມເປັນເອກະພາບກັນວ່າ: ມາດຕະການໃນການກວດກາຜະລິດຕະພັນໄມ້ສົ່ງອອກ ຈະໄປໃນລວງໃດ.

ການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດ ມີຄວາມຊ້ໍາຊ້ອນກັນ ລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງ ແລະ ບໍ່ສອດຄ່ອງກັບລະບຽບການທີ່ວາງອອກ ຄື: ຂະແໜງສ່ວຍສາອາກອນ ເກັບອາກອນມູນຄ່າເພີ່ມຈາກການຂົນສົ່ງ; ຂະແໜງປ່າໄມ້ ອອກໃບອະນຸຍາດເຄື່ອນຍ້າຍໄມ້ (ຈາກປ່າທໍາມະຊາດ ແລະ ສວນປູກ), ເຄື່ອງປ່າຂອງດົງ ແລະ ຖ່ານຂາວ; ຂະແໜງອຸດສາຫະກໍາ ແລະ ການຄ້າ ຍັງອອກໃບອະນຸຍາດເຄື່ອນຍ້າຍສິນຄ້າບາງປະເພດຢູ່ (ເນື່ອງຈາກມີແຈ້ງການລົບລ້າງ ໃບອະນຸຍາດເຄື່ອນຍ້າຍສິນຄ້າ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ເລກທີ 2215/ອຄ, ລົງວັນທີ 21 ພະຈິກ 2011). ນອກຈາກນີ້, ຍັງມີຫຼາຍຂະແໜງການທີ່ອອກໃບອະນຸຍາດເຄື່ອນຍ້າຍຜົນລະປູກ (ເຂົ້າ, ກາເຟ, ມັນຕົ້ນ, ສາລີ, ຢາງພາລາ, ໝາກໄມ້,ພືດຜັກ ແລະ ອື່ນໆ) ເພາະຕາມລະບຽບການແລ້ວ ສິນຄ້າເຫຼົ່ານີ້ ແມ່ນສາມາດເຄື່ອນຍ້າຍໄດ້ເລີຍ ໂດຍບໍ່ຈໍາເປັນຕ້ອງຂໍອະນຸຍາດເຄື່ອນຍ້າຍ.

ການກວດກາການເຄື່ອນຍ້າຍສິນຄ້າພາຍໃນປະເທດ ມີຂັ້ນຂອດ ແລະ ຄ່າໃຊ້ຈ່າຍຫຼາຍ ເນື່ອງຈາກມີການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງການທີ່ກ່ຽວຂ້ອງ ຢູ່ບາງແຂວງ, ບາງເມືອງທີ່ຊໍ້າຊ້ອນກັນ ແລະ ບໍ່ສອດຄ່ອງກັບຄໍາສັ່ງເລກທີ 12/ນຍຄື: ຂະແໜງສ່ວຍສາກອນ ເພື່ອເກັບລາຍຮັບອາກອນມູນຄ່າເພີ່ມຈາກການຂົນສົ່ງ; ຂະແໜງປ່າໄມ້ ເພື່ອກວດກາຜະລິດຕະພັນໄມ້; ຂະແໜງການຄ້າ (ເຈົ້າໜ້າທີ່ກວດກາການຄ້າ) ເພື່ອກວດກາສິນຄ້າ ແລະ ຂະແໜງການອື່ນໆ. ອີງຕາມຄໍາສັ່ງ ເລກທີ 12/ນຍ ກໍານົດໃຫ້ມີແຕ່ 03 ພາກສ່ວນທີ່ສາມາດຕັ້ງຈຸດກວດກາຕາມເສັ້ນທາງ ຄື: ຕໍາຫຼວດຈະລາຈອນ ເພື່ອກວດກາເອກະສານກ່ຽວກັບລົດ ແລະ ການຂັບຂີ່, ສະຖານີຕິດຊັ່ງນໍ້າໜັກ ເພື່ອກວດການໍ້າໜັກ ແລະ ຂະໜາດຂອງລົດບັນທຸກ ແລະ ຂະແໜງພາສີເປັນຂະແໜງການທີ່ບໍ່ໄດ້ປະຈໍາການຕາມເສັ້ນທາງ ເພື່ອເຄື່ອນໄຫວວຽກງານປາບປາມການລັກລອບໜີພາສີ. ຂະແໜງການທັງໝົດເຫຼົ່ານີ້, ມີບາງຂະແໜງການໄດ້ປະຕິບັດໜ້າທີ່ເກີນພາລະບົດບາດຂອງຕົນ. ສິ່ງເຫຼົ່ານີ້, ເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃຫ້ແກ່ການປະຕິບັດວຽກງານຂອງຂະແໜງການລັດ ແລະ ເພີ່ມຂັ້ນຕອນ ແລະ ຕົ້ນທຶນທີ່ບໍ່ຈໍາເປັນໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ.

ຍັງມີຫຼາຍຂະແໜງການ ຢູ່ສູນກາງ ແລະ ທ້ອງຖິ່ນ ບໍ່ທັນຄົ້ນຄວ້າ ແລະ ປັບປຸງ ບັນດາລະບຽບການ, ຂັ້ນຕອນ, ເວລາ ແລະ ເອກະສານ ສໍາລັບການອອກອະນຸຍາດ, ການຢັ້ງຢືນການນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍສິນຄ້າ ທີ່ຕົນຄຸ້ມຄອງ ຢ່າງເປັນຮູບປະທໍາ. ພ້ອມດຽວກັນ, ກໍຍັງບໍ່ທັນສ້າງ ແລະ ເຜີຍແຜ່ມາດຕະຖານການບໍລິການຂອງຕົນໃຫ້ມີຄວາມໂປ່ງໃສ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ພາກທຸລະກິດ.

ການນໍາໃຊ້ລະບົບເອເລັກໂຕຼນິກ ເຂົ້າໃນການຊໍາລະຄ່າພັນທະ, ຄ່າທໍານຽມ ແລະ ຄ່າບໍລິການ ຍັງບໍ່ທັນຖືກຂະຫຍາຍ ແລະ ກວມເອົາທຸກຂະແໜງການ ແລະ ທຸກດ່ານ ໃນຂອບເຂດທົ່ວປະເທດ ຊຶ່ງເປັນຊ່ອງຫວ່າງເຮັດໃຫ້ເກີດມີການເກັບຄ່າທໍານຽມທີ່ບໍ່ເປັນທາງການ (ແບບບໍ່ມີໃບບິນ) ທີ່ບໍ່ສອດຄ່ອງກັບ ລັດຖະບັນຍັດ ວ່າດ້ວຍຄ່າທໍານຽມ ແລະ ບໍໍລິການ. ສິ່ງເຫຼົ່ານີ້, ເຮັດໃຫ້ຄ່າໃຊ້ຈ່າຍຂອງສິນຄ້າ ເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ລາຄາຂາຍສິນຄ້າຢູ່ທ້ອງຕະຫຼາດ.

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານານຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນເປັນເວລາເຄິ່ງວັນ.

LEAVE A REPLY

Please enter your comment!
Please enter your name here