ນັກສຶກສາ ທີ່ຮຽນດີຮຽນເກັ່ງ 330 ຄົນໄດ້ຮັບທຶນຈາກບໍລິສັດເບຍລາວ

0
5888

ບໍລິສັດເບຍລາວ ຈໍາກັດ ສືບຕໍ່ ມອບທຶນການສຶກສາ ແກ່ນັກສຶກສາ ທີ່ຮຽນດີ ຮຽນເກັ່ງ 330 ຄົນຕໍ່ປີ.

ເພື່ອປະກອບສ່ວນໃນການສະໜັບສະໜູນ ແຜນພັດທະນາບຸກຄະລາກອນຂອງຊາດ ທີ່ສອດຄ່ອງກັບແນວທາງ ຂອງພັກ ແລະ ລັດຖະບານ ພ້ອມທັງເປັນການໃຫ້ໂອກາດ ແກ່ນັກສຶກສາ ລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ, ບໍລິສັດເບຍລາວຈໍາກັດ ໄດ້ສືບຕໍ່ ໂຄງການ ສານຝັນໃຫ້ແກ່ ນັກສຶກສາ ທີ່ຮຽນດີ ຮຽນເກັ່ງ ແຕ່ມີຄວາມຂາດເຂີນທາງດ້ານ ທຶນຮອນ ປະຈໍາປີ 2020-2021 ຈໍານວນທັງໝົດ 330 ທຶນ

ຈາກ 7 ສະຖາບັນການສຶກສາ ໃນທົ່ວປະເທດ ປະກອບມີ ມະຫາວິທະຍາໄລແຫ່ງຊາດ (120 ທຶນ), ມະຫາວິທະຍາໄລ ສຸພານຸວົງ (55 ທຶນ), ມະຫາວິທະຍາໄລ ສະຫວັນນະເຂດ (45 ທຶນ), ມະຫາວິທະຍາໄລ ຈໍາປາສັກ (40 ທຶນ), ວິທະຍາໄລ ຄູ ສະຫວັນນະເຂດ (20 ທຶນ) ແລະ ວິທະຍາໄລຄູປາກເຊ (20 ທຶນ), ສະຖາບັນວິຈິດສິນ (30 ທຶນ).

ໂຄງການ ສານຝັນ ມອບທຶນການສຶກສາ ແກ່ນັກສຶກສາທີ່ຂາດເຂີນ ຂອງບໍລິສັດ ເບຍລາວ ເລີ່ມຕົ້ນມາ ຕັ້ງແຕ່ປີ 2010 ເປັນຕົ້ນມາ. ໃນປະຈຸບັນ ມີນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ດັ່ງກ່າວ ທັງໝົດ 3.054 ຄົນ ໃນທົ່ວປະເທດ, ລວມເປັນງົບປະມານທັງໝົດ 8.7 ຕື້ກີບ. ທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍກິດຈະກໍາເພື່ອສັງຄົມ ແລະ ບໍລິຫານ ຂອງບໍລິສັດເບຍລາວ ໄດ້ກ່າວວ່າ: ການສຶກສາ ເປັນພື້ນຖານແຫ່ງການດໍາລົງຊີວິດ, ຖ້ານັກຮຽນໄດ້ຮັບ ການສຶກສາທີ່ດີ ກໍ່ຈະມີໂອກາດ ປະສົບຜົນສໍາເລັດໃນອະນາຄົດ,

ນອກຈາກຈະເປັນຜົນປະໂຫຍດໃຫ້ກັບຕົນເອງແລ້ວ ຍັງສາມາດນໍາຄວາມຮູ້ ໄປພັດທະນາສ້າງສາປະເທດໄດ້. ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນດັ່ງກ່າວ ບໍລິສັດເບຍລາວ ຈໍາກັດ ຈຶ່ງໄດ້ສືບຕໍ່ ຈັດກິດຈະກໍາ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ໃນຫຼາຍພື້ນທີ່ ທົ່ວປະເທດຕໍ່ເນື່ອງກັນມາ ເປັນປີທີ 11.

ຂ້າພະເຈົ້າ ມີຄວາມຮູ້ສຶກ ພາກພູມໃຈຫຼາຍ ທີ່ໄດ້ຮັບທຶນການສຶກສາ ຈາກບໍລິສັດເບຍລາວ ຈໍາກັດ ຕະຫຼອດໄລຍະ 3 ປີ ຜ່ານມາ, ໂດຍໄດ້ນໍາໃຊ້ ທຶນການສຶກສາດັ່ງກ່າວ ເຂົ້າໃນການຊື້ອຸປະກອນການຮຽນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍຈາກຄອບຄົວ, ກ່າວໂດຍ ທ້າວ ທອງ ມະນີວົງ, ນັກສຶກສາ ຄະນະສຶກສາສາດ ສາຂາ ຄູເຄມີສາດ, ຊັ້ນປີ ທີ່ 4 ມະຫາວິທະຍາໄລ ສຸພານຸວົງ.

ນັກສຶກສາ ແຕ່ລະຄົນທີ່ໄດ້ຮັບທຶນການສຶກສາ ຈາກບໍລິສັດເບຍລາວຈໍາກັດ ລ້ວນແລ້ວແຕ່ແມ່ນນັກສຶກສາ ທີ່ຕັ້ງໜ້າໃນການຄົ້ນຄວ້າຮໍ່າຮຽນ ຊຶ່ງມັນໄດ້ສະແດງອອກທາງດ້ານການປະພຶດ, ຄຸນສົມບັດ, ການເຄົາລົບນັບຖື ຄູບາອາຈານ ແລະ ໝູ່ຄູ່, ນອກຈາກນັ້ນ ນັກສຶກສາ ແຕ່ລະຄົນ ຍັງມີຜົນງານທີ່ໂດດເດັ່ນ ທາງດ້ານກິລາ, ສິນລະປະ ວັນນະຄະດີ, ມີຜົນການຮຽນ ບໍ່ຫຼຸດຄາດໜາຍຄະແນນເກຣດສະເລ່ຍຕໍ່າສຸດ GPA 2.4 ເຖິງ 4.0.

ບໍລິສັດເບຍລາວຈໍາກັດ ເປັນບໍລິສັດ ທີ່ໄດ້ມອບພັນທະເຂົ້າງົບປະມານແຫ່ງຊາດ ເປັນອັນດັບ #1 ໃນແຕ່ລະປີ ຫຼາຍກ່ວາ 2.000 ຕື້ກ່ວາກີບ, ພ້ອມທັງໄດ້ສ້າງ ວຽກເຮັດງານທໍາ ທັງທາງກົງ ແລະ ທາງອ້ອມ ໃຫ້ກັບສັງຄົມ ຫຼາຍພັນຕໍາແໜ່ງ.

ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດເບຍລາວຈໍາກັດ ໄດ້ໃຫ້ຄວາມສໍາຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ໂດຍສະເພາະ ໃນວຽກງານ ການມີສ່ວນຮ່ວມ ໃນການສົ່ງເສີມ ຮັກສາຮີດຄອງປະເພນີ, ການປົກປັກຮັກສາສິ່

LEAVE A REPLY

Please enter your comment!
Please enter your name here