ໂລກ້າ ນໍາສະເໜີບໍລິການ “ໂລກ້າຄິ້ວ” ( LOCA QUTE ) ຈັບມື BAJAJ ແລະ ພົງສະຫວັນ ປະກັນໄພ ເພີ່ມທາງເລືອກໃໝ່ໃນການໂດຍສານ

0
2414

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ນຳສະເໜີບໍລິການໃໝ່ “ໂລກ້າຄິ້ວ” (LOCA QUTE) ໂດຍຮ່ວມມືກັບ  ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ແລະ ພົງສະຫວັນ ປະກັນໄພ (APA). ທັງນີ້ກໍເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ.

ງານເປີດໂຕບໍລິການ ໂລກ້າຄິ້ວ ມີຂຶ້ນໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2021 ທີ່ໂຊຮູມລົດຂອງ ບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ທີ່ນະຄອນຫຼວງວຽງຈັນ.

ໃນພິທີດັ່ງກ່າວ, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການ ບໍລິສັດ ໂລກ້າ ຈຳກັດ ໄດ້ກ່າວເຖິງຄວາມເປັນມາຂອງໂລກ້າ, ບໍລິການຕ່າງໆຂອງໂລກ້າ ແລະ ນຳສະເໜີເຖິງແຮງບັນດານໃຈໃນການຮ່ວມມືກັນຫວ່າງ ໂລກ້າ (LOCA), ພຣາຍ ອໍໂຕ (ລາວ) (BAJAJ) ແລະ ພົງສະຫວັນ ປະກັນໄພ (APA) ພ້ອມທັງເນັ້ນວ່າ “ຢາກເຫັນຄົນລາວມີບໍລິການຂົນສົ່ງໂດຍສານທີ່ໄດ້ມາດຕະຖານທຽບເທົ່າສາກົນໃນລາຄາທີ່ຄົນລາວສາມາດຈ່າຍໄດ້. ພ້ອມນັ້ນ, ຍັງເນັ້ນໄປທີ່ເລື່ອງຂອງຄວາມປອດໄພເປັນຫຼັກ”.

ສຳລັບ ໂລກ້າຄິ້ວ (LOCA QUTE) ແມ່ນບໍລິການແບບໃໝ່ທີ່ນຳໃຊ້ລົດຂະໜາດນ້ອຍນຳເຂົ້າຈາກອິນເດຍ ເປັນທາງເລືອກໃໝ່ໃຫ້ກັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນຊົ່ວໂມງຮີບດ່ວນ ເນື່ອງຈາກຕົວລົດທີ່ມີຂະໜາດນ້ອຍກວ່າລົດທົ່ວໄປຈຶ່ງສາມາດເດີນທາງໃນຕົວເມືອງໄດ້ຄ່ອງແຄ້ວກວ່າ ແລະ ມີຄ່າບໍລິການທີ່ປະຢັດກວ່າ.

ບໍລິການໃໝ່ນີ້ແມ່ນເພື່ອຕອບສະໜອງໃຫ້ລູກຄ້າມີທາງເລືອກທີ່ຫຼາກຫຼາຍຂຶ້ນໃນການນໍາໃຊ້ບໍລິການຂົນສົ່ງຜູ້ໂດຍສານໃນຕົວເມືອງນະຄອນຫຼວງວຽງຈັນ

ນອກຈາກບໍລິການໃໝ່ນີ້ແລ້ວ, ໂລກ້າ ຍັງໄດ້ເນັ້ນເລື່ອງຂອງຄວາມປອດໄພໃຫ້ແກ່ຜູ້ໂດຍສານທຸກຄົນທີ່ໃຊ້ບໍລິການ ໂດຍການໂດຍສານທຸກຖ້ຽວຂອງໂລກ້າແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500,000,000 ກີບ ໂດຍ ພົງສະຫວັນປະກັນໄພ (APA).

ພ້ອມນີ້ ບໍລິການຂອງໂລກ້າກໍຍັງມີລາຄາທີ່ໂປ່ງໃສ ເພາະນຳໃຊ້ລະບົບຄິດໄລ່ລາຄາທີ່ຜູ້ໃຊ້ສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຍິ່ງເດີນທາງພ້ອມກັນຫຼາຍຄົນຍິ່ງປະຢັດ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ໄລ່ເປັນບຸກຄົນ). ພິເສດກໍຄື ຜູ້ໂດຍສານຍັງສາມາດສະສົມຄະແນນຈາກການໃຊ້ບໍລິການເພື່ອນຳໄປແລກຮັບສິດທິພິເສດຕ່າງໆອີກດ້ວຍ.

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ:

– ໂທລະສັບ: 02098111129

– Facebook: www.facebook.com/localaos

– Website: www.loca.la

LEAVE A REPLY

Please enter your comment!
Please enter your name here