ຊາວໜຸ່ມອັດຕະປືອວຍພອນທະຫານຢູ່ພາກສະໜາມເມືອງພູວົງ

0
1469

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງອັດຕະປື ນຳໂດຍທ່ານ ພູວັນ ພົມມະຈັນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະຊາວໜຸ່ມຮາກຖານອ້ອມຂ້າງແຂວງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ລົງເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ອ້າຍນ້ອງທະຫານທີ່ກຳລັງປະຕິບັດໜ້າທີ່ຢູ່ສະໜາມຕັ້ງໃໝ່ ເມືອງພູວົງ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ, ໃຫ້ກຽດ ຕ້ອນຮັບໂດຍທ່ານ ພັຕ ຄຳສອນ ສຸດທິຈັກ ຄະນະພັກຮາກຖານ ຮອງຫົວໜ້າການທະຫານກອງພັນທະຫານຮາບ 19 ພ້ອມດ້ວຍຄະນະ ແລະ ອ້າຍນ້ອງນັກຮົບໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານ ພັຕ ຄຳສອນ ສຸດທິຈັກ ໄດ້ລາຍງານເຖິງຊີວິດການເປັນຢູ່ ຂອງອ້າຍນ້ອງທະຫານ ແລະ ສະພາບການຕ່າງໆ ຊຶ່ງຍາມໃດກໍມີຄວາມສາມັກຄີ ຮ່ວມທຸກ, ສຸກ, ຄຽງບ່າ, ຄຽງໄຫຼ່ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອປົກປັກຮັກສາເຂດນ້ຳແດນດິນ, ໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ ປະຕິບັດໜ້າທີ່ຕາມການມອບໝາຍຈາກຂັ້ນເທິງຢ່າງເຕັມກຳລັງ.

ຈາກນັ້ນ, ທ່ານ ພູວັນ ພົມມະຈັນ ໄດ້ກ່າວສະແດງຄຳອວຍພອນໄຊອັນປະເສີດມາຍັງບັນດາອ້າຍນ້ອງນາຍ ແລະ ພົນທະຫານ ຈົ່ງມີແຕ່ຄວາມຜາສຸກເຮັດສໍາເລັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້. ພ້ອມໄດ້ມອບເຄື່ອງ ນຸ່ງຮົ່ມຈຳນວນໜຶ່ງໃຫ້ປະຊາຊົນບ້ານວົງລະຄອນ, ບ້ານວຽງໄຊ ແລະ ມອບອຸປະກອນການຮຽນໃຫ້ແກ່ຄູ ແລະ ນັກຮຽນຈຳນວນໜຶ່ງ.

ຂ່າວຍັງໃຫ້ຮູ້ອີກວ່າ: ໃນໄລຍະດຽວກັນນີ້, ທາງຄະນະບໍລິຫານງານຊາວໜຸ່ມ ແຂວງອັດຕະປື ພ້ອມດ້ວຍຄະນະຊາວໜຸ່ມຮາກຖານອ້ອມຂ້າງແຂວງ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ລົງເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ອ້າຍນ້ອງທະຫານ ຢູ່ກອງຮ້ອຍ 542 ທີ່ເມືອງດັ່ງກ່າວ.

ຂ່າວ-ພາບ: ຄຳດິດ ມຽງລາວັນ

LEAVE A REPLY

Please enter your comment!
Please enter your name here