ສະຫາຍ ນາງ ສີໃສ ລືເດດມູນສອນ ເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຜູ່ໃໝ່

0
4736

ນະຄອນຫຼວງວຽງຈັນ: ວັນທີ 1 ກຸມພານີ້ ທີ່ສະ ໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ມີພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະພັກ ຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ອອກພັກການ-ຮັບອຸດໜູນບຳນານ ໄດ້ຂຶ້ນກ່າວມອບໜ້າທີ່ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບບາງບັນຫາ ໃນຕະຫຼອດໄລຍະ 10 ປີ ທີ່ຕົນເອງ ໄດ້ປະຕິບັດໜ້າທີ່ຜ່ານມາ ຊຶ່ງພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ ແມ່ນກວ້າງຂວາງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍພົບອຸປະສັກຫຼາຍ ແຕ່ກໍມີອັນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນການເປັນໃຈກາງຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ, ບັນ ດາເນື້ອໃນມະຕິຂອງສູນກາງພັກ, ຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຫຼາຍດ້ານ, ບົດບາດການນຳພາຂອງພັກ ໄດ້ຮັບການຍົກສູງຂຶ້ນ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ໂອກາດເຂົ້າຮ່ວມພິທີ ມອບ-ຮັບໜ້າທີ່ໃນຄັ້ງນີ້, ສະ ຫາຍ ທອງລຸນ ສີສຸລິດ ກໍໄດ້ໂອ້ລົມຕໍ່ພິທີວ່າ: ສະຫາຍ ຈັນສີ ໂພສີຄຳ ກໍເປັນຜູ້ໜຶ່ງທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນວຽກງານການປັບປຸງກົດລະບຽບພັກ, ຄົ້ນຄວ້າປັບປຸງສ້າງນິຕິກຳຕ່າງໆ ກ່ຽວກັບພັກ-ພະນັກງານ, ຄົ້ນຄວ້າສັບຊ້ອນ-ຈັດວາງພະນັກງານຫຼັກແຫຼ່ງທີ່ຂຶ້ນກັບສູນກາງຄຸ້ມຄອງ ຊຶ່ງນີ້ກໍເປັນພຽງຜົນງານສ່ວນໜຶ່ງ ແລະ ຍັງມີຜົນງານໃຫຍ່ຫຼວງອີກຫຼວງຫຼາຍ ທີ່ສະຫາຍໄດ້ສ້າງຂຶ້ນ ລ້ວນແຕ່ເປັນແບບຢ່າງທີ່ດີ ໃຫ້ແກ່ສະມາຊິກພັກ-ພະນັກງານ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສະຫາຍ ຈັນສີ ໂພສີຄໍາສືບຕໍ່ໃຫ້ຄຳປຶກສາແນະນຳວຽກງານ ເພື່ອໃຫ້ວຽກງານຈັດຕັ້ງມີບາດກ້າວດີຂຶ້ນຕໍ່ໆໄປ.

ສໍາລັບສະຫາຍ ນາງ ສີໃສ ລືເດດມູນສອນ ທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈມາຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງເປັນວຽກໃໝ່ທີ່ໄດ້ມາຮັບໜ້າທີ່, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ເນັ້ນໜັກໃນບາງບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ຕັ້ງໜ້າປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບບັນດາສະຫາຍຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ໂດຍມີການດໍາເນີນວຽກງານໄປຢ່າງມີປະສິດທິພາບ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄົ້ນຄວ້າຜັນຂະຫຍາຍມະຕິໃຫ້ເລິກເຊິ່ງ; ການປັບປຸງກົງຈັກການຈັດຕັ້ງພັກ-ລັດ, ການກໍ່ສ້າງພັກ – ພະນັກງານ ໂດຍສະເພາະການຄົ້ນຄວ້າປັດໄຈທີ່ຊຸກຍູ້ມະຫາຊົນເຂົ້າເປັນສະມາຊິກພັກ, ການປັບປຸງການຈັດຕັ້ງພັກແຕ່ລະຂັ້ນ ກໍໃຫ້ເດັດດ່ຽວ ປອດໃສ ໜັກແໜ້ນ ເຂັ້ມແຂງ; ປັບປຸງເນື້ອໃນການນຳພາຂອງພັກແຕ່ລະຂັ້ນ ໂດຍສະເພາະບັນດາໜ່ວຍພັກໃນລັດວິສາຫະກິດ ໃຫ້ດີຂຶ້ນກວ່າເກົ່າ.

ນອກຈາກນີ້, ກໍຕ້ອງໄດ້ເອົາໃຈໃສ່ປັບປຸງເນື້ອໃນຂອງການດຳເນີນຊີວິດການເມືອງຂອງພັກແຕ່ລະຂັ້ນ ໃຫ້ມີການຕໍານິກໍ່ສ້າງກັນຢ່າງສ້າງສັນ, ມີການວິເຄາະໄຈ້ແຍກບັນຫາຢ່າງລະອຽດ, ດຳເນີນການປຶກສາຫາລືແກ້ໄຂບັນຫາໃຫ້ ເໝາະສົມກັບສະພາບຕົວຈິງ.

ຈາກນັ້ນ, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ທີ່ໄດ້ຮັບແຕ່ງຕັ້ງເປັນ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກຜູ້ໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ ມີເນື້ອໃນສຳຄັນບາງຕອນວ່າ: ດ້ວຍຄວາມຮັບຜິດຊອບດ້ານການເມືອງ ຕົນເອງຂໍນຳເອົາຄຳໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຜັນຂະຫຍາຍໃສ່ໃນວຽກງານຕົວຈິງ ແລະ ຈະຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ໃຫ້ມີຜົນສຳເລັດບັນລຸຕາມຈຸດປະສົງລະດັບຄາດໝາຍ.

ຂ່າວ-ພາບ: ສຸກສະຫວັນ | ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here