ຕັດສິນຈຳຄຸກຜູ່ລະ 2 ປີ ຊາວຫວຽດນາມ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ

0
787

ຊາຍສັນຊາດຫວຽດນາມ ຊື່ທ້າວ ໝັ້ນ ອາຍຸ 30 ປີ ແລະ ທ້າວ ເລີຍ ອາຍຸ 26 ປີ ທັງ 2 ຄົນ ມາເຮັດວຽກເປັນກໍາມະກອນກໍ່ສ້າງຢູ່ ສປປ ລາວ, ໂດຍໄດ້ມີການພົວພັນກັບຢາເສບຕິດ ( ຢາບ້າ ) ຈຶ່ງຖືກເຈົ້າ ໜ້າທີ່ ປກສ ຈັບຕົວຂໍ້ຫາມີຢາເສບຕິດໄວ້ໃນຄອບ ຄອງເພື່ອເສບ.ຈາກນັ້ນ, ເຈົ້າໜ້າທີ່ໄດ້ສົ່ງສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ສັ່ງຟ້ອງສານຕັດສິນຕາມກົດໝາຍ, ໃນວັນທີ 20 ມັງກອນ ທີ່ຜ່ານມາ.

ອົງການໄອຍະການ ຖະແຫຼງໃນຫ້ອງປະຊຸມສານວ່າ: ທ້າວ ໝັ້ນ ແລະ ທ້າວ ເລີຍ ທັງ 2 ຄົນຢູ່ບ້ານເທີກເທັງເຮີຍ ສສ ຫວຽດນາມ ໄດ້ເດີນທາງເຂົ້າ ສປປ ລາວ ໃນປີ 2017, ເພື່ອມາເຮັດວຽກເປັນກໍາມະກອນກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ໂດຍຈະກັບຫວຽດນາມ ໃນທຸກໆ 5-6 ເດືອນຕໍ່ຄັ້ງ ເພື່ອໄປຕໍ່ເອກະສານ, ໂດຍທ້າວ ໝັ້ນ ໄດ້ມາພັກເຊົ່າຢູ່ບ້ານດົງໂດກ, ສ່ວນ ທ້າວ ເລີຍ ພັກເຊົາຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມາຮອດປີ 2019, ພວກກ່ຽວ ໄດ້ເລີ່ມເສບຢາບ້າ ໂດຍຊື້ນໍາໄວລຸ້ນ ຢູ່ຕາມຮ້ານເກມເຂດບ້ານດົງ ໂດກ ແລະ ບ້ານຊ້າງຄູ້, ຊື້ຄັ້ງລະ 3-20 ເມັດ ເພື່ອມາໄວ້ເສບ. ມາຮອດວັນທີ 22 ເມສາ 2020, ທັງ ສອງໄດ້ອອກໄປມ້ຽນເຄື່ອງຢູ່ຮ້ານສ້ອມແປງລົດໃຫຍ່ ຢູ່ເຂດບ້ານສີວິໄລ ເມືອງໄຊທານີ, ແລ້ວພວກຈໍາເລີຍ ໄດ້ພາກັນອອກເງິນກັນ ແລະ ຢືມລົດຈັກໄປຊື້ຢາບ້າມາໄວ້ເສບ ຈໍານວນ 17 ເມັດ. ຫຼັງຈາກນັ້ນ, ກໍກັບມາຮ້ານສ້ອມແປງລົດ ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມຢາບ້າຈໍານວນດັ່ງກ່າວ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບໃນສໍານວນຄະ ດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງ ພໍ.ຈາກການກະທໍາຜິດຂອງພວກຈໍາເລີຍ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການມີຢາເສບ ຕິດ (ຢາບ້າ) ໄວ້ໃນຄອບຄອງເພື່ອເສບ, ເຊິ່ງແຕະຕ້ອງຕໍ່ເສດຖະກິດຂອງຊາດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມປະມວນກົດໝາຍອາຍາ 320 ວັກ 3.

ດ້ວຍເຫດນີ້, ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງຖະແຫຼງສັ່ງຟ້ອງທ້າວ ໝັ້ນ ແລະ ທ້າວ ເລີຍ ຕໍ່ຄະນະສານອາຍາ ສານປະຊາ ຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເພື່ອພິຈະລາລະນາຕັດສິນລົງໂທດຕາມກົດໝາຍ, ພາຍຫຼັງໄດ້ຮັບຟັງການຖະແຫຼງສິ້ນສຸດລົງ, ຄະນະສານ ຈຶ່ງຕັດສິນລົງໂທດຈໍາເລີຍທັງ 2 ຄົນ ຜູ້ລະ 2 ປີ ພ້ອມປັບໃໝ ຄົນລະ 10.000.0000 ກີບ.

ລາຍງານໂດຍ: ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here