ຄໍາມ່ວນກວດຍຶດໄມ້ເຖື່ອນໄດ້ 7000 ກວ່າທ່ອນ

0
5892

ຄໍາມ່ວນ: ພິທີສະຫຼຸບຂະບວນການແຂ່ງຂັນ“ຮັກຊາດ ແລະພັດທະນາ”ຂອງກອງກວດກາປ່າໄມ້ທີ່ຂຶ້ນກັບພະແນກກະສິກຳ ແລະປ່າໄມ້ແຂວງຄຳມ່ວນຈັດຂຶ້ນໃນວັນທີ 29 ມັງ ກອນ 2021 ໂດຍເຂົ້າຮ່ວມຂອງທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້,ທ່ານ ສອນໄຊ ພົມຫຼວງສີ ຫົວໜ້າກອງກວດກາປ່າໄມ້,ມີບັນດາຂະແໜງການອ້ອມຂ້າງ ແລະພະນັກງານວິຊາການເຂົ້າຮ່ວມ.

ກອງປະຊຸມແມ່ນໄດ້ສະຫຼຸບຜົນການເຄື່ອນໄຫວວຽກງານແຂ່ງຂັນ“ຮັກຊາດ ແລະພັດທະນາ”ປະຈຳປີ 2020 ຊຶ່ງໄດ້ຕີລາຄາໃຫ້ເຫັນເຖິງວຽກງານທີ່ພົ້ນເດັ່ນໃນແຕ່ ລະດ້ານຂອງຂະບວນການແຂ່ງຂັນເປັນຕົ້ນແມ່ນດ້ານແບບແຜນວິທີນຳພາ-ວິທີເຮັດວຽກ,ດ້ານວຽກງານວິຊາສະເພາະ,ດ້ານວຽກງານປ້ອງກັນ ແລະດ້ານຂະບວນການ, ຊຶ່ງໃນປີ 2020 ກອງກວດກາປ່າໄມ້ໄດ້ຈັດຕັ້ງປະຕິບັດວຽກງານກວດກາລາດຕະເວນສະກັດກັ້ນການລັກລອບເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງແລະສັດນໍ້າ-ສັດປ່າ ທີ່ຜິດຕໍ່ລະບຽບກົດໝາຍສາມາດຢຶດໄມ້ໄດ້ທັງໝົດ 7.012 ທ່ອນ, ລວມບໍລິມາດ 371 ແມັດກ້ອນ, ໃນນີ້ກອງກວດກາປ່າໄມ້ ແຂວງຍຶດໄດ້ 150 ແມັດກ້ອນ, ກວດກາປ່າໄມ້ເມືອງບົວລະພາຢຶດໄດ້ 201 ແມັດກ້ອນ, ປກສ ແຂວງຢຶດໄດ້ 2 ແມັດກ້ອນ ແລະ ສະເພາະກິດແຂວງຢຶດໄດ້ 18 ແມັດກ້ອນ ຊຶ່ງເປັນປະເພດໄມ້ຫວງຫ້າມຈຳນວນ 85 ແມັດກ້ອນ ແລະປະເພດໄມ້ຄຸ້ມຄອງ 286 ແມັດກ້ອນ.

ນອກນີ້ ຍັງໄດ້ລົງເຄື່ອນໄຫວສະກັດກັ້ນ ແລະຕ້ານການລັກລອບຄ້າ-ຂາຍ ສັດນໍ້າ-ສັດປ່າ ຢູ່ແຕ່ລະເມືອງຕາມສາຍທາງ ແລະຈຸດຫຼໍ່ແຫຼມຕ່າງໆຊຶ່ງພົບເຫັນປະເພດສັດຫວງຫ້າມ ແລະສັດຄຸ້ມຄອງລວມມີນໍ້າໜັກ 241 ກິໂລກຣາມ ໃນນີ້ສັດທີ່ຍັງມີຊີວິດແມ່ນໄດ້ນຳໄປປ່ອຍຄືນສູ່ທຳມະຊາດສ່ວນປະເພດຊິ້ນສ່ວນຂອງສັດ ແລະສັດທີ່ຕາຍແລ້ວແມ່ນໄດ້ນຳໄປທຳລາຍດ້ວຍການຝັງດິນ.

ທັງໝົດນັ້ນໃນປີຜ່ານມາລວມເປັນຄະດີເກີດຂຶ້ນທັງໝົດ 49 ຄະດີໃນນີ້ຄະດີກ່ຽວກັບໄມ້ 42 ຄະດີ, ໄກ່ເກ່ຍສຳເລັດແລ້ວ 16 ຄະດີ, ຄະດີເຄື່ອງປ່າຂອງດົງ 5 ຄະດີ, ໄກ່ເກ່ຍສຳເລັດ 4 ຄະດີ ແລະຄະດີກ່ຽວກັບສັດນໍ້າ-ສັດປ່າ 2 ຄະດີ, ໄກ່ເກ່ຍສຳເລັດ 1 ຄະດີ.

ລາຍງານໂດຍ: ນັກຂ່າວແຂວງຄໍາມ່ວນ | ເສດຖະກິດ-ສັງຄົມ

LEAVE A REPLY

Please enter your comment!
Please enter your name here