ພາຍໃນປີ 2025 ແຂວງໄຊສົມບູນ ຈະແກ້ໄຂຄອບຄົວທຸກຍາກໃຫ້ເຫລືອບໍ່ເກີນ 2%

0
2726

ໄຊສົມບູນ: ມາຮອດປັດຈຸບັນ ຈຳນວນຄອບຄົວທຸກຍາກຢູ່ແຂວງໄຊສົມບູນ ຖ້າປະເມີນຕາມດໍາລັດເລກທີ 309/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ ຍັງເຫລືອຈໍານວນ 1.800 ກວ່າຄອບຄົວ, ແຕ່ຖ້າປະເມີນຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຍັງເຫລືອຈໍານວນ 4.391 ຄອບຄົວ, ເທົ່າກັບເກືອບ 30% ຂອງຈຳນວນຄອບຄົວທັງໝົດ, ຂະນະທີ່ບ້ານທຸກຍາກຍັງເຫລືອ 10 ກວ່າບ້ານໃນຈຳນວນ 89 ບ້ານທີ່ມີພາຍໃນແຂວງ.

ທ່ານ ຄໍາລຽງ ອຸທະໄກສອນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ: ເພື່ອແກ້ໄຂຄອບຄົວທຸກຍາກທີ່ຍັງເຫລືອໃຫ້ໄດ້ ຄະນະພັກ-ອົງ ການປົກຄອງແຂວງ ໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງຂຶ້ນ ເພື່ອແກ້ ໄຂຄວາມທຸກຍາກຂອງປະຊາຊົນ ເພາະຖືເປັນບັນຫາສໍາຄັນທີ່ສຸດ ເຊີ່ງເລີ່ມຈາກການລົງເກັບກຳຂໍ້ມູນຄືນໃໝ່ເພື່ອໃຫ້ໄດ້ຂໍ້ມູນທີ່ລະອຽດຊັດເຈນກ່ຽວ ກັບສາເຫດທີ່ເຮັດໃຫ້ຄອບຄົວຍັງທຸກຍາກ ແລະ ໄດ້ເກັບກໍາຂໍ້ມູນສໍາເລັດແລ້ວ, ພ້ອມນີ້ ໄດ້ກໍານົດເອົາແກ້ໄຂຄວາມທຸກຍາກຂອງປະຊາຊົນເຂົ້າໃນມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ I ໂດຍໄດ້ວາງຄາດ ໝາຍໄວ້ວ່າ ຮອດປີ 2025 ຈໍານວນຄອບຄົວທຸກຍາກຕ້ອງຫລຸດລົງໃຫ້ຍັງເຫລືອບໍ່ເກີນ 185 ຄອບຄົວ ຫລື ປະມານ 1,97% ຂອງຈໍານວນຄອບ ຄົວທີ່ມີພາຍໃນແຂວງ.

ເຈົ້າແຂວງໄຊສົມບູນ ໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການ ຫລື ວິທີແກ້ ໄຂຄວາມທຸກຂອງປະຊາຊົນ, ຄະນະພັກ-ອົງການປົກຄອງແຂວງ ໄດ້ວາງແຜນການໄວ້ລະອຽດແລ້ວ, ລວມເຖີງໄດ້ການກະກຽມທຶນຮອນ ແລະ ເນື້ອທີ່ດິນໃຫ້ແຕ່ລະຄອບຄົວທີ່ຍັງທຸກຍາກນໍາໃຊ້ເຂົ້າໃນການຜະລິດ ຫລື ປະ ກອບອາຊີບຕາມຄວາມສາມາດຕົວຈິງ ເພື່ອເຮັດໃຫ້ມີອາຊີບ ແລະ ມີລາຍຮັບຄົງ ແລ້ວກ້າວໄປເຖີງການຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ ໝາຍຄວາມວ່າ: ເມື່ອພົ້ນຈາກຄວາມທຸກຍາກໄປແລ້ວ ບໍ່ກັບຄືນມາທຸກຍາກອີກ. ເຊັ່ນດຽວກັບບ້ານທຸກຍາກທີ່ຍັງເຫລືອ 10 ກວ່າບ້ານນັ້ນ ໄດ້ວາງແຜນການ ແລະ ມາດຕະການແກ້ໄຂໃນແຕ່ລະປີຢ່າງລະອຽດແລ້ວ. ຢ່າງໃດກໍ່ຕາມ ທ່ານຢືນຢັນວ່າ ຖ້າຢາກແກ້ໄຂບ້ານທຸກຍາກໃຫ້ໄດ້ ກ່ອນອື່ນໝົດຕ້ອງສຸມໃສ່ແກ້ໄຂຈຳນວນຄອບຄົວທຸກຍາກທີ່ຍັງເຫລືອໃຫ້ໄດ້ເສຍກ່ອນ ຈິ່ງຈະກ້າວໄປເຖີງການແກ້ໄຂບ້ານທຸກຍາກທີ່ຍັງເຫລືອໃຫ້ໝົດໄປ ເຊີ່ງຄະນະພັກ-ອົງການປົກຄອງແຂວງເຊື່ອໝັ້ນວ່າ ຈາກທ່າແຮງດ້ານການພັດທະນາທີ່ມີ ຈະເຮັດໃຫ້ການແກ້ໄຂຄອບຄົວ ແລະ ບ້ານທຸກ ຍາກຂອງແຂວງໄຊສົມບູນທີ່ຍັງເຫລືອບັນລຸຜົນເປັນຈິງຕາມຄາດຫມາຍທີ່ວາງໄວ້.

ຂ່າວ: ບຸນຕຽງ ຈັນທະວົງ – Lao National Radio

LEAVE A REPLY

Please enter your comment!
Please enter your name here